ໃນວັນທີ 13 ມັນວາ 2023 ນີ້ ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ໄດ້ຈັດສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມອະນຸລັກຢາພື້ນເມືອງລາວ ຄົບຮອບ 1 ປີ.

ການແພດ ແລະ ການຢາພື້ນເມືອງລາວ ແມ່ນມີປະຫວັດສາດກຳເນີດຂຶ້ນ ມາແລ້ວນັບຫຼາຍພັນປີ, ນັບແຕ່ຊົນເຜົ່າລາວກຳເນີດຂຶ້ນ ຢາພື້ນເມືອງກໍ່ໄດ້ຮັບການສືບທອດມາຈາກຫລຸ້ນສູ່ຫລຸ້ນ ຈົນມາເຖິງປະຈຸບັນ. ໃນ 1 ປີຜ່ານມາ ສະມາຄົມອະນຸລັກຢາພື້ນເມືອງລາວ ກໍ່ໄດ້ມີການເຄື່ອນໄຫວຕາມພາລະບົດບາດ ແລະ ແຜນການທີ່ວາງໄວ້ໄດ້ດີສົມຄວນ, ສາມາດຂະຫຍາຍສະມາຊິກສະມາຄົມເພີ່ມຂຶ້ນ, ສາມາດຊອກຄົ້ນ ແລະ ເຕົ້າໂຮມໝໍຢາ ແລະ ສູດຕຳລາຢາພື້ນເມືອງທີ່ເປັນພູມປັນຍາຂອງຊາວບ້ານ, ໄດ້ຊຸກຍູ້ສົ່ງເສີມການປູກ, ການຂຸດຄົ້ນ, ການຜະລິດຢາພື້ນເມືອງລາວ ໄປຕາມຫຼັກວິຊາການ ຫັນເປັນວິທະຍາສາດໄດ້ດີຂຶ້ນ.

ໃນພິທີດັ່ງກ່າວທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກໄດ້ໂອ້ລົມຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມອະນຸລັກຢາພື້ນເມືອງລາວ ຄົບຮອບ 1 ປີ ວ່າ: ຢາພື້ນເມືອງບໍ່ພຽງແຕ່ເປັນທ່າແຮງໃນການປ້ອງກັນ-ປິ່ນປົວພະຍາດ ແລະ ຟື້ນຟູ ສົ່ງເສີມສຸຂະພາບ, ຍັງເປັນທ່າແຮງ ດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ສາມາດສ້າງສະພາບແວດລ້ອມທີ່ດີອີກດ້ວຍ.

ທ່ານ ລັດຖະມົນຕີຍັງ ມີຄວາມຄິດເຫັນແລກປ່ຽນກັບສະມາຄົມ ໃຫ້ສະມາຄົມຄວນເອົາໃຈໃສ່ຂະຫຍາຍສະມາຊິກ, ພະຍາຍາມຂຸດຄົ້ນທ່າແຮງຊັບພະຍາກອນທຳມະຊາດທີ່ເປັນຢາທີ່ອຸດົມສົມບູນ, ພ້ອມດຽວກັນໃຫ້ຊຸກຍູ້, ສົ່ງເສີມ ການປູກພືດທີ່ເປັນຢາທີ່ມີຄວາມສ່ຽງທີ່ຈະດັບສູນໃຫ້ຫຼາຍຂຶ້ນ.

ຊຸກຍູ້ສົ່ງເສີມທາງດ້ານວິຊາການກ່ຽວກັບການຄົ້ນຄວ້າວິໄຈ, ການຜະລິດຢາພື້ນເມືອງໃຫ້ທັນສະໄໝ ເພື່ອຍົກສູງຄຸນນະພາບຂອງຢາພື້ນເມືອງລາວໃຫ້ສັງຄົມມີຄວາມເຊື່ອໝັ້ນ, ຊຸກຍູ້, ສົ່ງເສີມ ໃຫ້ນະໂຍບາຍຂອງພັກ-ລັດ ກ່ຽວກັບການສົມທົບການແພດ-ການຢາພື້ນເມືອງກັບການແພດ-ການຢາຫຼວງ ເຂົ້າໃນວຽກປ້ອງກັນ, ປິ່ນປົວພະຍາດ ແລະ ຟື້ນຟູສຸຂະພາບຢູ່ສະຖານທີ່ບໍລິການສຸຂະພາບ ໃຫ້ເກີດເປັນຮູບປະທຳ ສູ້ຊົນຫັນເອົາຢາພື້ນເມືອງເປັນສິນຄ້າ ຫຼື ເປັນຄຳຂຽວ ໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ
