ສະພາຄຳໂລກ (WGC) ໄດ້ເຜີຍແຜ່ບົດລາຍງານ ທ່າອ່ຽງຕະຫຼາດຄຳສຳລັບປີ 2024 (Gold Outlook 2024) ໂດຍລະບຸວ່າ ຄວາມຕ້ອງການຄຳໃນຕະຫຼາດໂລກມີທ່າອ່ຽງເພີ່ມຂຶ້ນໃນປີ 2024 ເນື່ອງຈາກຄວາມເຄັ່ງຕຶງດ້ານພູມີລັດຖະສາດໃນຫຼາຍປະເທດຈະເປັນແຮງຍູ້ສຳຄັນໃນການຊື້ຄຳໃນຖານະສິນຊັບທີ່ປອດໄພ.
ນອກຈາກນີ້ ຍັງ WGC ຍັງຄາດການວ່າ ທະນາຄານກາງທົ່ວໂລກຍັງຈະເດີນໜ້າຊື້ຄຳເຂົ້າສູ່ລະບົບຄັງສຳຮອງ ເຊິ່ງຈະເປັນອີກປັດໄຈໜຶ່ງຍູ້ລາຄາຄຳເພີ່ມຂຶ້ນ.
ບົດລາຍງານຍັງລະບຸວ່າ: “ມີສັນຍານບົ່ງຊີ້ວ່າ ເສດຖະກິດໃນຫຼາຍປະເທດອາດຈະສະລໍຕົວລົງຢ່າງຄ່ອຍເປັນຄ່ອຍໄປ (Soft Landing) ແຕ່ກໍຍັງມີຄວາມເປັນໄປໄດ້ວ່າ ເສດຖະກິດໂລກຈະປະເຊີນກັບສະພາວະທົດຖອຍ ເຊິ່ງຈະເຮັດໃຫ້ນັກລົງທຶນເລືອກຖືຄອງຄຳເພື່ອຫຼຸດຜ່ອນຄວາມສ່ຽງ”.
WGC ຍັງລະບຸວ່າ: ໃນໄລຍະ 2 ປີຜ່ານມາທະນາຄານກາງທົ່ວໂລກໄດ້ຊື້ຄຳເພີ່ມໃນລະບົບທຶນສຳຮອງ ແລະ ຊື້ເພີ່ມຂຶ້ນຕໍ່ເນື່ອງໃນປີ 2023 ແລະ ຄາດວ່າ ປີ 2024 ຈະຊື້ເພີ່ມຂຶ້ນປະມານ 24%.