ຈະຢູ່ຫົນແຫ່ງແຈໃດຖ້າປະຊາຊົນພາຍໃນບ້ານ ສາມັກຄີຮ່ວມແຮງກັນກໍ່ຈະມີຜົນສຳເລັດຕາມໆມາ ຄືກັບບ້ານຫ້ວຍຊາຍຂາວ ເມືອງປາກລາຍ ແຂວງໄຊຍະບູລີ ພາຍໃນບ້ານ 123 ຄອບຄົວມີພຽງ 3 ຄອບຄົວເທົ່ານັ້ນທີ່ເປັນພະນັກງານແຕ່ລາຍຮັບທົ່ວບ້ານ 13 ຕື້ກວ່າກີບ ເປັນຕົວເລກທີ່ໜ້າອິດສາ.

ອີງຕາມຂໍ້ມູນກອງປະຊຸມໃຫຍ່ທີ່ເປີດຂື້ນໃນຕອນ ຂອງວັນຂອງວັນທີ 7 ທັນວາ 2023 ຜ່ານມານີ້, ພາຍໃຕ້ການເປັນປະທານຂອງທ່ານ ອ່ອງ ວິໄລວັນ ເລຂາໜ່ວຍພັກ ນາຍບ້ານໃຫ້ຮູ້ວ່າ: ບ້ານຫ້ວຍຊາຍຂາວ ໄດ້ຈັດຕັ້ງເປັນ 10 ໜ່ວຍ, ມີ 123 ຄອບຄົວ, ມີພົນລະເມືອງທັງໝົດ 606 ຄົນ ຍິງ 302 ຄົນ, ທຽບໃສ່ປີ 2019 ເພີ່ມຂື້ນ 22 ຄົນ, ຍິງ 15 ຄົນ, ເຜົ່າລາວ 100%, ມີແຮງງານຕົ້ນຕໍທັງໝົດ 417 ຄົນ, ຍິງ 204 ຄົນ, ແຮງງານສຳຮອງ 61 ຄົນ, ຍິງ 31 ຄົນ, ອາຊີບຕົ້ນຕໍ: ອາຊີບກະສິກໍາ 120 ຄອບຄົວ, ອາຊີບການຄ້າ ແລະ ບໍລິການອື່ນໆ 0 ຄອບຄົວ, ອາຊີບພະນັກງານ 3 ຄອບຄົວ.

ໂດຍສືບຕໍ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານວາງອອກ ອຳນາດການປົກຄອງບ້ານໄດ້ນຳພາພໍ່ ແມ່ປະຊາຊົນສ້າງລາຍຮັບໃຫ້ຫຼາຍຂຶ້ນໂດຍການປຸກລະດົມປະຊາຊົນປູກຝັງ, ລ້ຽງສັດ ແລະ ດຳເນີນທຸລະກິດ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາໃຫ້ດີຂຶ້ນທົ່ວບ້ານ ສາມາດສ້າງລາຍຮັບໄດ້ ທັງໝົດ 16,3 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 27 ລ້ານກວ່າກີບ ຕໍ່ຄົນຕໍ່ປີ ທຽບໃສ່ຄາດໝາຍກອງປະຊຸມ ບ້ານຄັ້ງຜ່ານມາເພີມຂື້້ນ 9 ຕື້ກວ່າກີບ ເທົ່າກັບ 55,2% ສະແດງອອກຮັບຈາກກະສິກຳ 13,9 ຕື້ກີບ, ຮັບຈາກ ຄ້າຂາຍ- ບໍລິການ ແລະ ອື່ນໆ 2,14 ຕື້ກີບ, ຮັບຈາກອຸດສາຫຳ – ຫັດຖະກໍາ 4 ລ້ານກີບ.

ໃນນັ້ນທົ່ວບ້ານມີເນື້ອທີ່ປູກເຂົ້າທັງໝົດ 59 ເຮັກຕາ, ຜົນຜະລິດເຂົ້າໄດ້ 262 ໂຕນ, ສະເລ່ຍໃສ່ ຫົວຄົນໜຶ່ງໄດ້ 231 ກິໂລ/ຄົນ/ປີ. ການປູກພືດອຸດສາຫະກຳລະດູ ແລ້ງ ແລະ ລະດູຝົນ ມີເນື້ອທີ່ທັງໝົດ 451 ເຮັກຕາ, ເນື້ອທີປູກມັນຕົ້ນ 448 ເຮັກຕາ, ຜົນຜະລິດ 9.752 ໂຕນ, ນອກນັ້ນຍັງ ໄດ້ນໍາພາປະຊາຊົນປູກໄມ້ ອຸດສາຫະກຳເຊັ່ນ: ເນື້ອທີ່ປູກໄມ້ສັກ 3,6 ເຮັກຕາ, ມີງົວ 206 ໂຕ, ຄວາຍ 46 ໂຕ, ໝູ 109 ໂຕ, ສັດປີກ 3.194 ໂຕ ມີໜອງປາ 18 ໜອງ, ປ່ອຍປາແລ້ວ 18,820 ໂຕ.