ສະໂມສອນບານສົ່ງ ອິນທະສອນ ວີຊີ ປະກາດສັກດາຄວ້າແຊັມການແຂ່ງຂັນກີລາບານສົ່ງ ລາຍການ Beerlao Volleyball Championship 2023 ຄັ້ງທໍາອິດໄດ້ສໍາເລັດ ເມື່ອວັນທີ 10 ທັນວາ 2023 ທີ່ສະໂມສອນ ບານສົ່ງໃນຮົ່ມ ກອງທັບ (ຫຼັກ5) ບ້ານຈອມມະນີໃຕ້ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຫຼັງພິກເອົາຊະນະ ກອງທັບ ຮອງແຊັມເກົ່າ.

ການແຂ່ງຂັນກັນມາແຕ່ວັນທີ 4 ພະຈິກ ຜ່ານມາ ຊຶ່ງມີທີມເຂົ້າຮ່ວມທັງໝັດ 14 ສະໂມສອນ, ໃນນັ້ນ ຍິງມີ 6 ທີມ ແລະ ຊາຍມີ 8 ທີມ ແຂ່ງຂັນລະບົບແບບລີກ ຮອບຂາໄປ ທີມທີ່ມີຄະແນນດີທີ່ສຸດໄດ້ແຊັມໄປຄອງ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ຈັນສະໝອນ ຜອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ ໂດຍລາຍການດັ່ງກ່າວ ໄດ້ຮັບການສະໜັບສະໜູນຫຼັກຈາກບໍລິສັດ ເບຍລາວ ຈຳກັດ ໃນມູນຄ່າ 350 ລ້ານກີບ.

ໂດຍຄູ່ສຸດທ້າຍເປັນຄູ່ຕັດສິນແຊັມລະຫວ່າງ ອິນທະສອນ ພົບກັບ ກອງທັບ ຫຼັງມີ 18 ຄະແນນເທົ່າກັນຈາກຜົນງານຊະນະລວດ 6 ນັດ ປາກົດວ່າ: ສົມເປັນຄູຊີງສຸດສູສີ ເຊັດທໍາອິດ ກອງທັບ ເອົາຊະນະໄປ ກ່ອນ 25-19, ເຊັດທີ 2 ແລະ 3 ອິນທະສອນ ເອົາຊະນະໄປ 25-22 ກັບ 25-9 ແຕ່ເຊັດທີ 4 ເປັນກອງທັບ ເອົາຊະນະ 25-20 ເຮັດໃຫ້ຕ້ອງໄປຕັດສິນໃນເຊັດສຸດທ້າຍເຊັດທີ 5 ເປັນອິນທະສອນ ທີ່ເອົາຊະນະໄປ 25-13 ຄວ້າຂັນແຊັມໄປຄອງ, ຫຼຽນລາງວັນ ແລະ ເງິນລາງວັນ 25 ລ້ານກີບ, ກອງທັບ ໄດ້ອັນດັບ 2 ພ້ອມຫຼຽນ ແລະ ເງິນລາງວັນ 15 ລ້ານກີບ ແລະ ອັນດັບ 3 ເປັນຂອງ ລາວສະກາຍເວ ໄດ້ຮັບຫຼຽນ ແລະ ເງິນລາງວັນ 10 ລ້ານກີບ.


ສ່ວນທີມຍິງ ກົມໃຫຍ່ການເມືອງ ກອງທັບ ເອົາຊະນະ ແຊັມເກົ່າ ກອງທັບ 3-0 ເຊັດຄວ້າຂັນແຊັມ ພ້ອມຫຼຽນ ແລະ ເງິນລາງວັນ 15 ລ້ານກີບ, ອັນດັບ 2 ກອງທັບ ໄດ້ຮັບຫຼຽນ ແລະ ເງິນລາງວັນ 10 ລ້ານກີບ ແລະ ອັນດັບ 3 ວຽງຈັນ ໄດ້ຮັບຫຼຽນ ແລະ ເງິນລາງວັນ 7 ລ້ານກີບ.
ນອກຈາກນີ້ ຍັງມີລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນອີກດ້ວຍ.
– ລາງວັນນັກເສີບບານດີເດັ່ນຍິງ: ນາງ ດອນລ້າ ສາຍອຳນາດ ຈາກສະໂມສອນ ກອງທັບ
– ລາງວັນນັກເສີບບານດີເດັ່ນຊາຍ: ທ້າວ ບຸນນຳ ຈາກ ສະໂມສອນ Grow-up ວີຊີ
– ລາງວັນບ໋ອກດີເດັ່ນ: ຍິງ ນາງ ມີສະດາ ບົວລະພາ ຈາກສະໂມສອນ ກອງທັບ

– ລາງວັນບ໋ອກດີເດັ່ນຊາຍ: ທ້າວ ຄຳປ່ຽນ ສັນຍາຮັກ ຈາກສະໂມສອນ ກອງທັບ
– ລາງວັນດີເດັ່ນບານໄວ: ຍິງ ນາງ ລຳພອນ ຫຼວງອະໄພ ຈາກສະໂມສອນກົມໃຫຍ່ການເມືອງ
– ລາງວັນດີເດັ່ນບານໄວຊາຍ: ທ້າວ ວິທອງ ພົມວິຈິດ ຈາກສະໂມສອນ ກອງທັບ
– ລາງວັນດີເດັ່ນ ບານ 3 ຫຼັງຍິງ: ນາງ ລຳພັນ ຫຼວງອະໄພ ຈາກສະໂມສອນກົມໃຫຍ່ການເມືອງ
– ລາງວັນດີເດັ່ນ ບານ 3 ຫຼັງຊາຍ: ທ້າວ ຈັນເພັງ ປັນຍາສີລິ ຈາກສະໂມສອນ ອິນທະສອນ
– ລາງວັນບານຫົວເສົາດີເດັ່ນຍິງ: ນາງ ສຸນິຕາ ຈາກສະໂມສອນ ກອງທັບ

– ລາງວັນບານຫົວເສົາດີເດັ່ນຊາຍ: ທ້າວ ທະນົງລິດ ໄຊຊະນະ ຈາກສະໂມສອນ ກອງທັບ
– ລາງວັນມືຍົກຍິງ: ນາງ ກຸ່ງກິ່ງ ພົມມີໄຊ ຈາກສະໂມສອນ ກອງທັບ
– ລາງວັນມືຍົກຊາຍ: ທ້າວ ຄຳທະລັກ ອຸນາພົນ ຈາກສະໂມສອນ ອິນທະສອນ
– ລາງວັນລິເບີໂຣ ຍິງ: ນາງ ທອນນາລີ ລັດຕະນະຈາກສະໂມສອນ ວຽງຈັນ ວີຊີ
– ລາງວັນລິເບີໂຣຊາຍ: ທ້າວ ອາດິສັກ ໄຊຍະວົງ ຈາກສະໂມສອນ ອິນທະສອນ
– ລາງວັນຮັບບານດີເດັ່ນຍິງ: ນາງ ກາບແກ້ວ ອິນທິລາດ ຈາກສະໂມສອນ ອິນທະສອນ
– ລາງວັນຮັບບານດີເດັ່ນຊາຍ: ທ້າວ ສອນປະເສີດ ເຜີຍບຸດດາ ຈາກສະໂມສອນ ອິນທະສອນ ວີຊີ
– ລາງວັນນັກກິລາຊົງຄຸນຄ່າຍິງ: ນາງ ປານີ ນັນທະວົງ ຈາກສະໂມສອນກົມໃຫຍ່ການເມືອງກອງທັບ
– ລາງວັນນັກກີລາຊົງຄຸນຄ່າຊາຍ: ທ້າວ ຄຳທະລັກ ອຸນາພົນ ຈາກສະໂມສອນ ອິນທະສອນ ວີຊີ
ຂ່າວ-ຮູບຈາກ: Larh Creators



