ປີ 2026 ຈະມີສາງເກັບມ້ຽນນໍ້າມັນເຊື້ອໄຟ ແລະ ທາດແຫຼວ ບັນຈຸໄດ້ 43.000 ແມັດກ້ອນ

0
296

 

ປັດຈຸບັນ ສາງເກັບມ້ຽນນໍ້າມັນ ແລະ ທາດແຫຼວ ພວມຢູ່ໃນໄລຍະສໍາຫຼວດ – ອອກແບບລະອຽດ ຄາດວ່າຈະລິເລີ່ມການກໍ່ສ້າງໃນປີ 2024 ແລະ ສໍາເລັດໃນປີ 2025 ພ້ອມເລີ່ມໃຫ້ການບໍລິການ ໃນຕົ້ນປີ 2026.

ພິທີວາງສີລາລືກສາງເກັບມ້ຽນນໍ້າມັນເຊື້ອໄຟ ແລະ ທາດແຫຼວ ມີຂຶ້ນໃນວັນທີ 8 ທັນວາ 2023 ໂດຍການເຂົ້າຮ່ວມຂອງ ທ່ານ ເອດິ ອຽກວັນ ( Edi Irwan ) ເອກອັກຄະຣາຊະທູດ ແຫ່ງປະເທດ ມາເລເຊຍ ປະຈໍາລາວ, ທ່ານ ບຸນຕາ ອ່ອນນະວົງ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ; ທ່ານ ອຸ່ນເຮືອນ ໄຊຍະຈັກ ຫົວໜ້າກົມສິ່ງແວດລ້ອມ ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ; ທ່ານ ຈັນທອນ ສິດທິໄຊ ປະທານກຸ່ມບໍລິສັດ ປີໂຕຣເທຣດ ແລະ ຜູ້ກໍ່ຕັ້ງບໍລິສັດ ແອວໂຮນດິງ ຈໍາກັດ; ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານຄະນະກໍາມະການດ້ານຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິງ ຈໍາກັດ, ບັນດາທ່ານປະທານ, ຜູ້ອໍານວຍບໍລິສັດ ແລະ ແຂກຮັບເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໂອກາດດັ່ງກ່າວ ທ່ານ ອຸເດດ ສຸວັນນະວົງ, ປະທານບໍລິສັດ ໂອເອັດດີ ໂຮນດິງ ຈຳກັດຜູ້ດຽວ ໄດ້ກ່າວວ່າ: ບໍລິສັດ ພີແອວເຮັສ ຈຳກັດ ທີ່ເປັນບໍລິສັດທີ່ຖືກສ້າງຕັ້ງຂຶ້ນ ໂດຍການມີຮຸ້ນສ່ວນຂອງບໍລິສັດ ມູຫິບບາ ຈາກປະເທດມາເລຍເຊຍ, ບໍລິສັດ ພີທີແອວ ໂຮນດິງ ຈຳກັດ ແລະ ບໍລິສັດ ໂອເອັດດີ ໂຮນດິງ ຈຳກັດຜູ້ດຽວ; ເພື່ອພັດທະນາກໍ່ສ້າງສາງນ້ຳມັນຂະໜາດໃຫຍ່ ທີ່ເຂດທ່າບົກທ່ານາແລ້ງ ເພື່ອບໍລິການໃຫ້ແກ່ບັນດາບໍລິສັດທີ່ນຳເຂົ້ານ້ຳມັນ.

ການສຶກສາໂຄງການແມ່ນໄດ້ດຳເນີນແຕ່ ເດືອນພະຈິກ ປີ 2020 ໃນເດືອນພະຈິກ ປີ 2021 ບໍລິສັດໄດ້ເຊັນສັນຍາໃນການລົງທຶນສ້າງສາງນ້ຳມັນ, ມາໃນເດືອນກັນຍາ ປີ 2022 ໄດ້ສ້າງຕັ້ງບໍລິສັດຮຸ້ນສ່ວນ ພີແອວເຮັສ (PLH) ຈຳກັດຂຶ້ນ ໂດຍບໍລິສັດ ມູຫິບບາ ມາເລເຊຍ (MUHIBBAH) ຖືຮຸ້ນ 49%, ບໍລິສັດ ພີທີແອວເຮັສ (PTLH) ຖືຮຸ້ນ 40% ແລະ ບໍລິສັດ ໂອເອັດດີ (OSD) ຖືຮຸ້ນ 11% ແລະ ໃນວັນທີ 7 ສິງຫາ ປີ 2023 ບໍລິສັດ ພີແອວເຮັສ (PLH) ກໍໄດ້ເຊັນສັນຍາສຳປະທານເນື້ອທີ່ດິນຈຳນວນ 8 ເຮັກຕາ ນຳເຂດວຽງຈັນໂລຈິສະຕິກ ພາກ ເພື່ອສ້າງຕັ້ງໂຄງການ ແລະ ໃນມື້ນີ້ຈຶ່ງໄດ້ມີພິທີວາງສີລາລຶກ.


ຕາມການສຶກສາເບື້ອງຕົ້ນ ສາງນໍ້າມັນໃນບາດກ້າວທີໜຶ່ງ ຈະມີມູນຄ່າກໍ່ສ້າງ 45 ລ້ານໂດລາສະຫະລັດ, ມີຄວາມສາມາດບັນຈຸ 43.000 ແມັດກ້ອນ; ປະກອບມີ 6 ຖັງ ທີ່ສາມາດບັນຈຸນ້ຳມັນກາຊວນ 60% ແລະ ນໍ້າມັນແອັດຊັງ 40%. ສ່ວນບາດກ້າວທີສອງ ທາງບໍລິສັດໄດ້ກະກຽມຂະຫຍາຍພື້ນທີ່ເພີ່ມອີກ 2 ເຮັກຕາ ເພື່ອຮອງຮັບຖັງນ້ຳມັນທີ່ສາມາດບັນຈຸນ້ຳມັນໄດ້ເພີ່ມຕື່ມ.
ໃນປັດຈຸບັນ ບໍລິສັດ ພີແອວເຮັສ (PLH) ແມ່ນພວມດຳເນີນການສຳຫຼວດອອກແບບລະອຽດ ແລະ ຄາດຄະເນຈະລິເລີ່ມການກໍ່ສ້າງ ໃນເດືອນ ສິງຫາ ປີ 2024 ແລ້ວສຳເລັດການກໍ່ສ້າງໃນເດືອນ ມິຖຸນາ ປີ 2025 ແລະ ເລີ່ມໃຫ້ການບໍລິການ ໃນເດືອນ ມັງກອນ ປີ 2026.

ໂຄງການນີ້ແມ່ນສ້າງຕັ້ງຂຶ້ນ ເພື່ອປະກອບສ່ວນ ຮັບໃຊ້ຍຸດທະສາດຂອງລັດຖະບານໃນການຮັກສາຄວາມໝັ້ນຄົງດ້ານການສະໜອງພະລັງງານ ໂດຍສະເພາະ ນ້ຳມັນເຊື້ອໄຟ ໃຫ້ແກ່ການຜະລິດ ແລະ ສັງຄົມ ທັງຈະເປັນການສະກັດກັ້ນການນຳເຂົ້ານ້ຳມັນເຊື້ອໄຟແບບຜິດກົດໝາຍ, ອຳນວຍ ຄວາມສະດວກ ໃນການເກັບອາກອນ ແລະ ພັນທະຕ່າງໆເຂົ້າງົບປະມານຂອງລັດ ທັງໝົດນີ້ກໍເພື່ອແນໃສ່ການສ້າງຜົນປະໂຫຍດລວມສູງສຸດໃຫ້ແກ່ ປະເທດຊາດ.


ດ້ານ ທ່ານ ປະທານ ບໍລິສັດ ມູຫິບບາ ໄດ້ກ່າວວ່າ: ໂຄງການນີ້ແມ່ນເພື່ອພັດທະນາສາງນໍ້າມັນເຊື້ອໄຟທີ່ໄດ້ມາດຕະຖານສາກົນ ດ້ວຍການເຂົ້າມາຂອງເຕັກໂນໂລຊີທີ່ທັນສະໄໝ, ຟາມຖັງໄດ້ຮັບປະກັນປະສິດທິຜົນຂອງການຄຸ້ມຄອງນ້ຳມັນເຊື້ອໄຟໃຫ້ແກ່ປະເທດລາວ; ໂຄງການນີ້ຍັງຈະປະກອບສ່ວນເຂົ້າໃນລາຍຮັບຂອງລັດຖະບານລາວ ແລະ ການຄຸ້ມຄອງນໍ້າມັນເຊື້ອໄຟໃນປະເທດ. ນອກຈາກນັ້ນ, ຍັງມີຫ້ອງທົດລອງທີ່ທັນສະໄໝ ເພື່ອຮັກສາ ແລະ ຄວບຄຸມຄຸນນະພາບນໍ້າມັນເຊື້ອໄຟທີ່ເຂົ້າມາໃນລາວ ແລະ ກວດກາການປະຕິບັດຕາມຄວາມຕ້ອງການຂອງລັດຖະບານ.
ໂຄງການດັ່ງກ່າວ ຕັ້ງຢູ່ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here