ວິຊາການຈາກທະນາຄານໂລກຊີ້ ເພື່ອຟື້ນຟູເສດຖະກິດລາວຕ້ອງປັບຂຶ້ນອາກອນມູນຄ່າເພີ່ມ

07 Dec 2023

ຄລິກແຊຣ໌ 0 Facebook WhatsApp

ກ່ອນໜ້ານີ້ ປະເທດເຮົາແມ່ນເກັບອາກອນມູນຄ່າເພີ່ມ 10% ແຕ່ມາຮອດທ້າຍປີ 2021 ລັດຖະບານມີການປັບປຸງກົດໝາຍວ່າດ້ວຍສ່ວຍສາອາກອນ ກະຊວງການເງິນຈຶ່ງມີແຈ້ງການໃຫ້ປັບການເກັບອາກອນມູນຄ່າເພີ່ມຈາກ 10 ມາສູ່ 7% ເລີ່ມແຕ່ເດືອນມັງກອນ 2022 ແນວໃດກໍ່ຕາມ ມາຮອດປະຈຸບັນດ້ວຍຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຜູ້ຈັດການຈາກທະນາຄານໂລກມີຄວາມເຫັນວ່າ ລາວຄວນຂຶ້ນພາສີອາກອນຈາກ 7 ມາເປັນ 10% ເພື່ອເລັ່ງຟື້ນຟູເສດຖະກິດຂອງປະເທດ.

No photo description available.

ທະນາຄານໂລກ ຫຼື World Bank ໄດ້ເຜີຍແຜ່ບົດລາຍງານ ເສດຖະກິດ ສປປ ລາວ ປະຈຳເດືອນພະຈິກ ໂດຍລະບຸວ່າເສດຖະກິດລາວກຳລັງຟື້ນໂຕ ຈາກການແຜ່ລະບາດຂອງ ພະຍາດໂຄວິດ 19 ແຕ່ຍັງມີສິ່ງທ້າທາຍຮອບດ້ານ, ຄາດຄະເນການເຕີບໂຕ GDP ປີນີ້ ແມ່ນ 3,7%, ເພີ່ມຂຶ້ນຈາກ 2,7% ໃນປີ 2022.

ໂດຍບົດລາຍງານດັ່ງກ່າວ ໄດ້ຄາດຄະເນເສດຖະກິດລາວຈະເຕີບໂຕໃນລະດັບ 4,1% ໃນປີ 2024, ແຕ່ສິ່ງທ້າທາຍຍັງຄົງຢູ່ຮອບດ້ານ ຍ້ອນໄພເງິນເຟີ້ທີ່ຖີບໂຕຂຶ້ນສູງ, ໜີ້ສິນພາຍນອກ ແລະ ການຂາດເຂີນແຮງງານ.
ທ່າແຮງທີ່ເຮັດໃຫ້ເສດຖະກິດຟື້ນຟູກັບມາສ່ວນໃຫຍ່ແມ່ນຍ້ອນການເຄື່ອນໄຫວທາງດ້ານການທ່ອງທ່ຽວ, ການບໍລິການດ້ານຂົນສົ່ງທີ່ເຂັ້ມແຂງ ແລະ ການລົງທຶນຈາກຕ່າງປະເທດທີ່ຫຼາຍຂຶ້ນ.

No photo description available.

ອັດຕາເງິນເຟີ້ທີ່ເພີ່ມຂຶ້ນໄດ້ສົ່ງຜົນຕໍ່ການບໍລິໂພກ ແລະ ຕົ້ນທຶນທາງທຸລະກິດ, ເຮັດໃຫ້ການໃຊ້ຈ່າຍຂອງຄົວເຮືອນຫຼຸດລົງທັງໃນດ້ານອາຫານ, ການສຶກສາ ແລະ ສຸຂະພາບ ເຊິ່ງເປັນປັດໄຈສຳຄັນ ໃນການດຳລົງຊີວິດ ເຮັດໃຫ້ຫຼາຍຄອບຄົວຕົກຢູ່ໃນຄວາມທຸກຍາກ. ເຖິງແມ່ນວ່າລາຄາສິນຄ້ານໍາເຂົ້າທົ່ວໂລກໄດ້ຫຼຸດລົງ, ແຕ່ອັດຕາເງິນເຟີ້ໃນລາວຍັງຢູ່ໃນລະດັບສູງ, ເພີ່ມຂຶ້ນເຖິງ 26% ໃນເດືອນຕຸລາປີ 2023. ອັດຕາເງິນເຟີ້ຂອງລາຄາອາຫານຢູ່ທີ່ 29%, ສົ່ງຜົນກະທົບຕໍ່ຄອບຄົວໃນຕົວເມືອງທີ່ທຸກຍາກ.
ຜົນກະທົບສ່ວນໃຫຍ່ແມ່ນມາຈາກການທີ່ເງິນຕາຂອງປະເທດ ອ່ອນຄ່າລົງ. ສະເລ່ຍທຸກໆການອ່ອນຄ່າລົງຂອງເງິນຕາ -1% ລາຄາສິນຄ້າຂອງຜູ້ບໍລິໂພກຈະເພີ່ມຂຶ້ນ 0,5%. ດັ່ງນັ້ນ, ອັດຕາເງິນເຟີ້ຈະຢູ່ໃນລະດັບສູງຈົນກວ່າອັດຕາແລກປ່ຽນມີສະຖຽນລະພາບ.

ເງິນກີບໄດ້ສືບຕໍ່ຕົກຕໍ່າລົງໃນໄລຍະປີ 2023, ຫຼຸດລົງ 29% ທຽບກັບເງິນບາດຂອງໄທ ແລະ 21% ທຽບກັບເງິນໂດລາສະຫະລັດຈົນເຖິງເດືອນຕຸລາ. ເຊິ່ງສາເຫດແມ່ນຍ້ອນຄວາມບໍ່ສອດຄ່ອງກັນລະຫວ່າງຄວາມຕ້ອງການເງິນຕາຕ່າງປະເທດ ແລະ ຄວາມສາມາດໃນການສະໜອງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງລາວໂດຍກົງ.
ໂດຍໜີ້ສິນຈາກຕ່າງປະເທດ ຈຳນວນຫຼາຍທີ່ເກີດຂຶ້ນຈາກການລົງທຶນໃນລະບົບພື້ນຖານໂຄງລ່າງຂອງປະເທດ ຍັງໄດ້ສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນຈາກຕ່າງປະເທດ ວ່າ ສປປ ລາວ ຈະສາມາດຊຳລະໜີ້ສິນເຫຼົ່ານັ້ນໄດ້ຫຼືບໍ່.

No photo description available.
ທ່ານ Alex Kremer ຜູ້ຈັດການທະນາຄານໂລກປະຈຳລາວ ກ່າວວ່າ: “ການເກັບພາສີຕໍ່າແມ່ນທຳລາຍຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ອະນາຄົດຂອງການພັດທະນາຂອງລາວ. ສະນັ້ນ, ເພື່ອຟື້ນຟູສະຖຽນລະພາບດ້ານເສດຖະກິດ, ມັນເປັນສິ່ງສຳຄັນທີ່ຕ້ອງໄດ້ຂຶ້ນພາສີອາກອນເພີ່ມຂຶ້ນ ຈາກ 7% ເປັນ 10%. ສ່ວນພາສີຢາສູບ ແລະ ເຫຼົ້າແມ່ນຕ້ອງໄດ້ຮັບການປັບປຸງຄືນໃໝ່ ແລະ ເພີ່ມລາຍຮັບຕື່ມອີກເພື່ອປົກປ້ອງການໃຊ້ຈ່າຍດ້ານສາທາລະນະສຸກ ແລະ ການສຶກສາ.
ໃນໄລຍະທີ່ຜ່ານມາລັດຖະບານໄດ້ປະຕິບັດມາດຕະການຮັດສາຍແອວທາງການເງິນ ເພື່ອປັບປຸງການເງິນຂອງຕົນໂດຍການຄວບຄຸມລາຍຈ່າຍ ແລະ ການເພີ່ມລາຍຮັບພາຍໃນໃນເຄິ່ງທໍາອິດຂອງປີ 2023.

ເພື່ອປັບປຸງການເກັບລາຍຮັບ, ບົດລາຍງານໄດ້ແນະນຳໃຫ້ເກັບອາກອນເພີ່ມຂຶ້ນເປັນ 10% , ປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນເພື່ອສ້າງແຮງຈູງໃຈໃນການລົງທຶນ, ເປີດກວ້າງຖານພາສີ, ປະຕິຮູບໂຄງປະກອບ ແລະ ອັດຕາພາສີອາກອນ, ເພີ່ມທະວີການຄຸ້ມຄອງຜູ້ເສຍພາສີລາຍໃຫຍ່.

No photo description available.

ການເຕີບໂຕທາງດ້ານເສດຖະກິດຄາດວ່າຈະເພີ່ມຂຶ້ນຂຶ້ນສະເລ່ຍ 4,2% ໃນໄລຍະກາງຂອງປີ 2024, ໂດຍການເພິ່ງພາການບໍລິການ ແລະ ການສົ່ງອອກ ແລະ ອຸປະສົງຈາກການຂະຫຍາຍຕົວຂອງຄວາມຕ້ອງການໃນຕະຫຼາດສາກົນ, ຄຽງຄູ່ກັບການປັບປຸງການບໍລິການເຊື່ອມຕໍ່ ແລະ ການຂົນສົ່ງຂອງລາວ.
ຢ່າງໃດກໍ່ຕາມ, ເງິນກີບມີແນວໂນ້ມທີ່ຈະຍັງຄົງຢູ່ພາຍໃຕ້ຄວາມກົດດັນຕໍ່ໄປ ເນື່ອງຈາກການນໍາເຂົ້າທີ່ສູງ ແລະ ຄວາມຕ້ອງການເງິນຕາຕ່າງປະເທດສູງເພື່ອຊໍາລະໜີ້ສິນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ