ກອງທັບ ຕັດສິນແຊັມກັບ ອິນທະສອນ ນັດສຸດທ້າຍອາທິດນີ້ ບານສົ່ງຊາຍລາຍການ ເບຍລາວ ແຊັມປ້ຽນຊິບ

07 Dec 2023

ຄລິກແຊຣ໌ 0 Facebook WhatsApp

ມ່ວນແນ່ນອນທ້າຍອາທິດນີ້ສໍາລັບ ການແຂ່ງຂັນບານສົ່ງໃນຮົ່ມຍິງ-ຊາຍ ລາຍການ ເບຍລາວ ແຊັມປ້ຽນຊິບ ປະຈຳປີ 2023 ຫຼື “Beerlao Volleyball Championship 2023” ໂດຍສະເພາະ ທີມຊາຍ ກອງທັບ ວີຊີ ຕ້ອງຕັດສິນແຊັມໃນນັດສຸດທ້າຍ ແລະ ເປັນຄູ່ສຸດທ້າຍກັບ ອິນທະສອນ ວີຊີ ທີ່ສ້າງຜົນງານໂດດເດັ່ນທັງຄູ່ຊະນະ 6 ນັດລວດມີ 18 ຄະແນນເທົ່າກັນ ໃນວັນອາທິດທີ 10 ທັນວາ 2023 ທີ່ສະໜາມກີລາບານສົ່ງໃນຮົ່ມ ກອງທັບ ຫຼັກ 5 ບ້ານຈອມມະນີ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ການແຂ່ງຂັນບານສົ່ງ ລາຍການ Beerlao Volleyball Championship 2023 ແຂ່ງຂັນສໍາເລັດໄປແລ້ວ 5 ອາທິດ ແລະ ອາທິດນີ້ຈະເປັນອາທິດທີ 6 ( ອາທິດສຸດທ້າຍ ) ລະຫວ່າງວັນທີ 9-10 ທັນວາ 2023 ເຊິ່ງມີການແຂ່ງຂັນ 6 ຄູ່ສຸດທ້າຍຄື:

https://scontent.fvte2-1.fna.fbcdn.net/v/t39.30808-6/407630911_660632529570494_6687545798734486587_n.jpg?_nc_cat=110&ccb=1-7&_nc_sid=3635dc&_nc_eui2=AeGIOvlXePOI1Vjxj24ql-6NEl3vIx9pcfsSXe8jH2lx-9DZXi2EU0-1CRdXcMCMIee1a8Y0M47y2MhN3OYjRIk0&_nc_ohc=cjGOIT8V0v8AX9PvKhQ&_nc_ht=scontent.fvte2-1.fna&oh=00_AfCbk0wkaFGb6QG23Y5Xw7o5WUwxK8X9qCYYNt72OGmvOw&oe=6576207D

ສະຖານະການປະເພດທີມຊາຍ ທີມທີ່ຍັງມີລຸ້ນແຊັມເປັນທາງດ້ານ ກອງທັບ ກັບ ອິນທະສອນ ທີ່ມີ 18 ຄະແນນເທົ່າກັນຈາກຜົນງານຊະນະ 6 ນັດລວດ ແລະ ແນ່ນອນນັດສຸດທ້າຍທັງສອງທີມພົບກັນເອງ ທີມໃດຊະນະກໍຈະໄດ້ເປັນແຊັມທັນທີ, ສ່ວນທີມທີ່ຍັງມີລຸ້ນອັນດັບ 3 ເປັນທາງດ້ານ ລາວສະກາຍເວ ທີ່ມີ 12 ຄະແນນຢຶດອັນດັບ 3 ປັດຈຸບັນຈາກ 6 ນັດ ແລະ GROW-UP VC ມີ 8 ຄະແນນຈາກ 5 ນັດ ( ເຫຼືອ 2 ນັດ ) ຢູ່ທີ 5 ຂອງຕາຕະລາງຄະແນນລວມ, ສ່ວນ ວ.ສ.ປ ກະຊວງ ປກສ ມີ 9 ຄະແນນແຂ່ງຄົບ 7 ນັດແລ້ວຢູ່ທີ 4 ຂອງຕາຕະລາງຄະແນນປັດຈຸບັນ. ຂະນະທີ່ ວຽງຈັນ ມີ 5 ຄະແນນຈາກ 7 ນັດ, ມາສເຕີ 7 ມີ 4 ຄະແນນຈາກ 6 ນັດຢູ່ທີ 7 ແລະ ອິນເທັນເຊິນມີ 1 ຄະແນນຈາກ 7 ນັດຢູ່ອັນດັບທີ່ສຸດທ້າຍແນ່ນອນແລ້ວ.

ສ່ວນສະຖານະການຂອງປະເພດທີມຍິງ ທີມທີ່ມີລຸ້ນແຊັມຍັງເປັນ ກົມໃຫຍ່ການເມືອງ ກອງທັບ ມີ 12 ຄະແນນຈາກ 4 ນັດ ( ເຫຼືອອີກ 1 ນັດ ) ຢຶດທີມນໍາ ແລະ ອັນດັບ 2 ກອງທັບ ມີ 9 ຄະແນນຈາກ 3 ນັດ ( ເຫຼືອ 2 ນັດ ) ເຮັດໃຫ້ທັງສອງທີມມີ ະໄປຕັດສິນແຊັມໃນນັດສຸດທ້າຍ ວັນອາທິດທີ 10 ທັນວາ 2023, ສ່ວນອັນດັບ 3 ຂອງຕາຕະລາງຄະແນນລວມປັດຈຸບັນ ວຽງຈັນ ລົງແຂ່ງຂັນຄົບ 5 ນັດມີ 9 ຄະແນນ, ອັນດັບ 4 ອິນທະສອນ ມີ 6 ຄະແນນຈາກ 4 ນັດ, ອັນດັບ 5 S.E.C VC ກັບ ອັນດັບ 6 ມາສເຕີ 7 ລົງແຂ່ງຂັນ 4 ນັດຍັງບໍ່ມີຈັກຄະແນນຄືກັບ.

ລາຍການນີ້ ມີ 14 ສະໂມສອນ ເຂົ້າຮ່ວມ ສຳລັບ ປະເພດຊາຍມີ 8 ສະໂມສອນ ແລະ ປະເພດຍິງ 6 ສະໂມສອນ ທັງສອງປະເພດດັ່ງກ່າວ ແຂ່ງຂັນແບບພົບກັນໝົດ ລະບົບແບບລີກ ມີແຕ່ຮອບຂາໄປ ບໍ່ມີຂາກັບ ທີມໃດທີ່ມີຄະແນນດີທີ່ສຸດໄດ້ແຊັມໄປຄອງ ການແຂ່ງຂັນໄດ້ດຳເນີນມາແຕ່ວັນທີ 4 ພະຈິກ ຫາວັນທີ 10 ທັນວາ 2023 ຈຶ່ງຈະສຳເລັດ.

ສຳລັບ ລາງວັນຊະນະເລີດປະເພດຍິງ ຈະໄດ້ຮັບຂັນ 1 ໜ່ວຍ ແລະ ເງິນສົດ 15.000.000 ກີບ, ອັນດັບທີ 2 ໄດ້ຮັບເງິນສົດ 10.000.000 ກີບ, ອັນດັບທີ 3 ໄດ້ຮັບເງິນສົດ 7.000.000 ກີບ, ອັນດັບທີ 4 ໄດ້ຮັບເງິນສົດ 6.000.000 ກີບ, ອັນດັບທີ 5 ໄດ້ຮັບເງິນສົດ 4.000.000 ກີບ ແລະ ອັນດັບທີ 6 ໄດ້ຮັບເງິນສົດ 3.000.000 ກີບ. ນອກຈາກນີ້, ຍັງມີລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນເຊັ່ນກັນ.

ສ່ວນລາງວັນຊະນະເລີດ ປະເພດຊາຍ ຈະໄດ້ຮັບຂັນ 1 ໜ່ວຍ ແລະ ເງິນສົດ 25.000.000 ກີບ, ອັນດັບທີ 2 ໄດ້ຮັບເງິນສົດ 15.000.000 ກີບ, ອັນດັບທີ 3 ໄດ້ຮັບເງິນສົດ 10.000.000 ກີບ, ອັນດັບທີ 4 ໄດ້ຮັບເງິນສົດ 7.000.000 ກີບ, ອັນດັບທີ 5 ໄດ້ຮັບເງິນສົດ 6.000.000 ກີບ, ອັນດັບທີ 6 ໄດ້ຮັບເງິນສົດ 5.000.000 ກີບ, ອັນດັບທີ 7 ໄດ້ຮັບເງິນສົດ 4.000.000 ກີບ ແລະ ອັນດັບທີ 8 ໄດ້ຮັບເງິນສົດ 3.000.000 ກີບ. ນອກຈາກນີ້ ຍັງມີລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນອີກດ້ວຍ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ