ເມື່ອບໍ່ດົນມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຫົວໜ້າ – ຮອງຫົວໜ້າກົມອ້ອມຂ້າງກະຊວງ ໄດ້ເຄື່ອນໄຫວຢ້າມຢາມ ແລະ ພົບປະໂອ້ລົມ ຄະນະພັກ – ຄະນະພະແນກ ແລະ ພະນັກງານຫຼັກແຫຼ່ງພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ.
ໂອກາດນີ້, ທ່ານ ວັນແສງ ແກ້ວບຸນພັນ ຫົວໜ້າພະແນກອຸດສາຫະກຳ – ການຄ້າແຂວງ ໄດ້ລາຍງານໃຫ້ຮູ້ໂດຍສັງເຂບວຽກງານພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານໄລຍະ 11 ເດືອນ ປີ 2023. ປັດຈຸບັນທົ່ວແຂວງມີໂຮງງານຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 760 ແຫ່ງ ມີມູນຄ່າການລົງທຶນທັງໝົດ 7.095 ຕື້ກີບ; ໃນນີ້ ມີໂຮງງານຂະໜາດໃຫຍ່ 80 ແຫ່ງ, ໂຮງງານຂະໜາດກາງ 97 ແຫ່ງ ແລະ ໂຮງງານຂະໜາດນ້ອຍ 248 ແຫ່ງ, ໂຮງງານແບບຄອບຄົວ 335 ແຫ່ງ ສາມາດສ້າງມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳໄດ້ 13.408,50 ຕື້ກີບ ເທົ່າກັບ 79,74% ຂອງແຜນການປີ.

ອຸດສາຫະກໍາປຸງແຕ່ງທີ່ສໍາຄັນ ທີ່ມີການຜະລິດສົ່ງອອກພົ້ນເດັ່ນ ແລະ ສ້າງມູນຄ່າເພີ່ມ ປະກອບມີ: ອຸດສາຫະກຳຜະລິດ ເຫຍື່ອເຈ້ຍ, ອຸດສາຫະກໍາຜະລິດນໍ້າຕານ, ອຸດສາຫະກໍາຜະລິດປຸ໋ຍເຄມີ, ອຸດສາຫະກໍາຜະລິດເຄື່ອງກໍ່ສ້າງ ແລະ ອຸດສາຫະກໍາຜະລິດສະບຽງອາຫານ ແລະ ອື່ນໆ.
ທ່ານຫົວໜ້າພະແນກ ຍັງໄດ້ຍົກໃຫ້ຮູ້ຂໍ້ຫຍຸ້ງຍາກບາງດ້ານ ເພື່ອຂໍທິດຊີ້ນຳ ແລະ ຄຳແນະນຳຈາກຄະນະນຳກະຊວງ ແລະ ບັນດາກົມທີ່ກ່ຽວຂ້ອງນຳອີກ.
ຈາກນັ້ນ, ທ່ານ ມະໄລທອງ ກົມມະສິດ ກໍໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງພະແນກອຸດສາຫະກຳ – ການຄ້າ ແຂວງສະຫວັນນະເຂດ ຍາດໄດ້ໃນໄລຍະຜ່ານມາ. ໂອກາດນີ້, ທ່ານລັດຖະມົນຕີ ໄດ້ຍົກໃຫ້ຮູ້ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຂອງຄະນະສະເພາະກິດ ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ – ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ເລກທີ 19/ກມສພ ໃນຂະແໜງອຸດສາຫະກຳ ແລະ ການຄ້າ ປະຈຳອາທິດທີ 20 ( ວັນທີ 13 – 19/11/2023 ) ເຊິ່ງມີຈຳນວນທັງໝົດ 9 ກຸ່ມມາດຕະການ ຄື:

1. ການຄຸ້ມຄອງລາຄາສິນຄ້າ.
2. ການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກສິນຄ້າ.
3. ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ.
4. ການສົ່ງເສີມການຜະລິດເປັນສິນຄ້າ.
5. ການສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ.
6. ການກວດກາ ແລະ ສະກັດກັ້ນສິນຄ້ານອກລະບົບ.
7. ການຄຸ້ມຄອງການສະໜອງນໍ້າມັນເຊື້ອໄຟ.
8. ການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳ.
9. ການໂຄສະນາ ແລະ ປະຊາສຳພັນ.
ພ້ອມທັງຍັງໄດ້ໃຫ້ຮູ້ແຜນວຽກຈຸດສຸມປະຈຳອາທິດທີ 21 ( 20 – 26 ພະຈິກ 2023 ) ນຳອີກ ໂດຍເນັ້ນໃຫ້ຄະນະນຳພະແນກ ຕະຫຼອດເຖິງບັນດາຫ້ອງການອຸດສາຫະກຳ – ການຄ້າ 14 ເມືອງ, 1 ນະຄອນ ພ້ອມກັນເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍວຽກງານໃນຂອບເຂດ ຄວາມຮັບຜິດຊອບຂອງຂະແໜງການຕົນ ເພື່ອໃຫ້ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້.