ລົງນາມສຶກສາຄວາມເປັນໄປໄດ້ ເພື່ອຫລຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວຈາກການທຳລາຍປ່າໄມ້

05 Dec 2023

ຄລິກແຊຣ໌ 0 Facebook WhatsApp

ຕາມຂ່າວລາຍງານໃນວັນທີ 1 ທັນວາ 2023 ຜ່ານມານີ້, ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ກັບ ທ່ານ ຫວັງຈຽນ ຜູ້ບໍລິຫານ(CEO) ບໍລິສັດ ເສສວນຫົວໂຖ ພັດທະນາເທັກໂນໂລຊີກາກບອນ ຈຳກັດ ແລະ ທ່ານ ບຸນເຮືອງ ຊີນຈິຄັງ ປະທານບໍລິສັດ ຄັງຮົວລົງທຶນລາວ ຈຳກັດ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ(MOU) ເພື່ອສຶກສາຄວາມເປັນໄປໄດ້ ກ່ຽວກັບການພັດທະນາໂຄງການຫລຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ການຊຸດໂຊມຂອງປ່າໄມ້ (REDD+) ໃນສປປ ລາວ. ມີທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

May be an image of tree
ພິທີລົງນາມໃນຄັ້ງນີ້ ເພື່ອຮ່ວມມືກັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກໍຄື ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ກັບ ບໍລິສັດ ເສສວນ ຫົວໂຖ ພັດທະນາເທັກໂນໂລຊິກາກບອນ ຈໍາກັດ ກ່ຽວກັບ ໃນການເຂົ້າຫາແຫລ່ງທຶນແບບຍືນຍົງ ເພື່ອບໍລິຫານ ຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາ ກອນປ່າໄມ້ ລວມເຖິງການເຂົາຫາຕະຫລາດສິນເຊື່ອກາກບອນປ່າໄມ້ ແບບຍືນຍົງ ເຊິ່ງຄາດຄະເນໝາກຜົນທີ່ຈະໄດ້ຮັບຈາກການຮ່ວມມືໃນຄັ້ງນີ້, ຈະສ້າງເປັນໂຄງການຮ່ວມກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ; ຂຸດຄົ້ນຫາ ທ່າແຮງບົ່ມຊ້ອນທາງດ້ານທໍາມະຊາດ ກໍຄື ຊັບພະຍາກອນປ່າໄມ້ ເພື່ອຫັນເຂົ້າສູ່ ການສ້າງເສດຖະກິດສີຂຽວ ຫລື ການເຕີບໂຕສີຂຽວ ໃຫ້ປະກົດຜົນເປັນຈິງເທື່ອກ້າວ.

May be an image of 9 people, dais and text

ພ້ອມທັງ ຈະສ້າງລາຍຮັບຈາກການອະນຸລັກ ແລະ ການບໍລິຫານ ຄຸ້ມຄອງປ່າໄມ້ຮ່ວມກັນ ເຊິ່ງຈະເປັນລາຍຮັບທາງດ້ານເສດຖະກິດຂອງຊາດ ແລະ ຂອງປະຊາຊົນທ້ອງຖິ່ນ ທີ່ຢູ່ໃນເຂດພື້ນທີ່ເປົ້າໝາຍຂອງໂຄງການ. ທັງເປັນການປະຕິບັດພັນທະ ຕໍ່ສົນທິສັນຍາສາກົນ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຮ່ວມກັນ. ພ້ອມນີ້, ຍັງຈະສ້າງໂອກາດໃຫ້ປະຊາຊົນ ໄດ້ມີສ່ວນຮ່ວມໃນການຄຸ້ມຄອງຊັບພະຍາກອນປ່າໄມ້ ແລະ ເປັນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ທີ່ຢູ່ໃນຂອບເຂດ ພື້ນທີ່ເປົ້າໝາຍຂອງໂຄງການ.

May be an image of fire and tree
ໂຄງການ ຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ຈາກການທຳລາຍປ່າ ມີເປົ້າໝາຍຈັດຕັ້ງປະຕິບັດ ຢູ່ໃນປ່າສະຫງວນແຫ່ງຊາດຍອດ ນ້ຳໂມ-ພູສາມສຸມ ແຂວງຊຽງຂວາງ ແລະ ປ່າປ້ອງກັນແຫ່ງຊາດ ແຫລ່ງນໍ້າຊັນ-ນໍ້າເຜືອກ ແຂວງຊຽງຂວາງ ແລະ ແຂວງໄຊສົມບູນ, ທັງສອງພື້ນທີ່ ມີເນື້ອທີ່ທັງໝົດປະມານ 140.000 ເຮັກຕາ, ຄາດຄະເນວ່າ ການປ່ອຍທາດອາຍກາກໂບນິກຈະປະມານ 200.000 ໂຕນ/ປີ.

May be an image of 9 people and text
ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ລວມມີຫລາຍກິດຈະກໍາທີ່ສຳຄັນຄື: ການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້, ການສ້າງສູນຮຽນຮູ້, ການສ້າງແລວກັນໄຟ, ການກວດກາລາດຕະເວນ, ການກໍານົດເຂດແດນ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ລວມທັງວຽກງານກ່ຽວກັບຄວາມເຫັນດີ ເຫັນພ້ອມດ້ວຍຄວາມສະໝັກໃຈ ແລະ ໄດ້ຮັບຂໍ້ມູນລ່ວງໜ້າ(FPIC) ແລະ ອື່ນໆ.

ຂ່າວຈາກ: ປະຊາຊົນ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ