ເຈົ້າໜ້າທີ່ຕຳຫຼວດໜອງຄາຍ ພ້ອມດ້ວຍເຈົ້າໜ້າທີ່ອາຫານແລະຢາຂອງໄທ ໄດ້ບຸກກວດສາງນົມຜົງເຖື່ອນກາງເມືອງໜອງຄາຍ ພ້ອມຈັບຜູ້ຕ້ອງຫາລວມທັງໝົດ 9 ຄົນ.

ແຫຼ່ງຂ່າວຈາກໄທລາຍງານວ່າ ໃນເວລາ 15:00 ໂມງຂອງວັນທີ 4 ທັນວາ 2023 ນີ້ ເຈົ້າໜ້າທີ່ຕຳຫຼວດຮ່ວມກັບໜ່ວຍງານອາຫານແລະຢາໜອງຄາຍໄດ້ ນຳກຳລັງເຂົ້າກວດຄົ້ນອາຄານພານິດ 3 ຊັ້ນແຫ່ງໜຶ່ງຢູ່ຊຸມຊົນຊາຍພອນ ເຂດເທດສະບານເມືອງໜອງຄາຍ ເນື່ອງຈາກສືບມາວ່າມີຊາວຕ່າງຊາດລັກລອບມາເຮັດວຽກໂດຍບໍ່ຮັບອະນຸຍາດ.

ຈາກການກວດຄົ້ນຕົວຈີງແມ່ນພົບຊາຍໜຸ່ມຄົນຫວຽດນາມ 2 ຄົນ ແລະຄົນລາວ1 ຄົນ ກຳລັງຊ່ວຍກັນບັນຈຸນົມຜົງ 4 ຍີ່ຫໍ້ລົງກ່ອງ ບັນທຸກໃສ່ລົດກະບະສອງຄົນເພື່ອກຽມສົ່ງລູກຄ້າ ຍັງມີນົມຜົງຊະນິດຊອງອີກຈຳນວນຫຼາຍ ແລະກ່ອງສິນຄ້າຖືກຕີກັບເກັບໄວ້ໃນອາຄານຈຳນວນໜຶ່ງ.

ຜ່ານການສອບສວນຄົນລາວ ໃຫ້ຮູ້ວ່າ ເພິ່ນເອງຫາກໍ່ເດີນທາງໄປຮອດໜອງຄາຍໃນມື້ເກີດເຫດ ເພື່ອແປພາສາໃຫ້ກັບຄົນຫວຽດນາມ ສ່ວນຢ່າງອື່ນຮູ້ພຽງວ່າລາຄານົມຜົງກະປ່ອງລະ 700 ບາດ ສ່ວນຊະນິດນົມຜົງແມ່ນຕົນບໍຮູ້ ບໍ່ຮູ້ວ່າເປັນການເຮັດແບບຜິດກົດໝາຍ, ສ່ວນຄົນຫວຽດນາມແມ່ນຍັງບໍທັນໃຫ້ການ ແຕ່ມີເອກະສານເຂົ້າມາຖືກຕ້ອງ ພຽງແຕ່ບໍໄດ້ຂຶ້ນທະບຽນແຮງງານຕ່າງດ້າວ.

ສຳລັບສິນຄ້າທີ່ພົບເຫັນ ເຈົ້າໜ້າທີ່ຕຳຫຼວດລະບຸວ່າ ເປັນນົມຜົງທີ່ເປັນລັກສະນະລັກລອບນຳເຂົ້າ ບໍ່ມີການຂຶ້ນທະບຽນອາຫານ ແລະຢາ ຈຶ່ງຖືວ່າເປັນສິນຄ້າອັນຕະລາຍ ຫາກປະຊາຊົນທີ່ຊື້ໄປແລ້ວ ຫຼື ມີໄວໃນຄອບຄອງ ຂໍໃຫ້ຢຸດຮັບປະທານ ເນື່ອງຈາກບໍ່ໄດ້ຮັບການອະນຸຍາດຮັບຮອງດ້ານອາຫານ ແລະຢາ ອາດເປັນອັນຕະລາຍຕໍ່ຜູ້ບໍລິໂພກໄດ້.

ສ່ວນຜູ້ກະທຳຜິດແມ່ນຈະມີການຂະຫຍາຍຜົນການຈັບກຸມ ເພື່ອສ້າງຄວາມໝັ້ນໃຈໃຫ້ປະຊາຊົນຜູ້ບໍລິໂພກຕໍ່ໄປ.