ກະຊວງ ອຄ ປາຖະກະຖາ ວັນຊາດທີ 2 ທັນວາ ແລະ ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ

01 Dec 2023

ຄລິກແຊຣ໌ 0 Facebook WhatsApp

 

ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ໄດ້ຈັດພິທີໂຮມຊຸມນຸມປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ແລະ ເຊື່ອມຊຶມເອກະສານສໍາຄັນຂອງພັກ ຂຶ້ນໃນວັນທີ 1 ທັນວາ 2023 ທີ່ກະຊວງ ອຄ. ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ, ລັດຖະມົນຕີກະຊວງ ອຄ; ມີຮອງລັດຖະມົນຕີ, ຫົວໜ້າກົມ – ພະນັກງານທົ່ວກະຊວງ ອຄ ເຂົ້າຮ່ວມ.


ການຈັດຕັ້ງປາຖະກະຖາ ວັນທີ່ມີຄວາມໝາຍສຳຄັນທາງປະຫວັດສາດ ຂອງພັກ, ຂອງຊາດ ແລະ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ ເພື່ອເຮັດໃຫ້ຄະນະພັກຂັ້ນຕ່າງໆ, ພະນັກງານຫຼັກແຫຼ່ງ, ສະມາຊິກພັກ – ພະນັກງານ ໄດ້ຮັບຮູ້ເຂົ້າໃຈ, ເຊື່ອມຊຶມ, ກໍາແໜ້ນຢ່າງເລິກເຊິ່ງ, ທົ່ວເຖິງ ແລະ ມີຄວາມເປັນເອກະພາບສູງຕໍ່ເນື້ອໃນຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຂອງຄະນະບໍລິຫານງານພັກກະຊວງ ອຄ ສະໄໝທີ V ແລະ ເນື້ອໃນເອກະສານກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ແນໃສ່ບັນດາຄາດໝາຍສູ້ຊົນ, ວຽກຈຸດສຸມ ແລະ ແຜນປະຕິບັດງານລະອຽດໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ອຄ ຄັ້ງທີ V ໃຫ້ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ແລະ ມີປະສິດທິຜົນສູງ.


ໃນພິທີ ທ່ານ ມະໄລທອງ ກົມມະສິດ ໄດ້ໃຫ້ກຽດເຜີຍແຜ່ເນື້ອໃນເອກະສານສໍາຄັນຂອງພັກ ຄື:
1. ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ( ສະບັບລົງວັນທີ 18 ສິງຫາ 2023 ).
2. ມະຕິ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ ( ເລກທີ 05/ຄບສພ ລົງວັນທີ 5 ກັນຍາ 2023 ).
3. ແຜນດໍາເນີນງານ ເລກທີ 432/ຄລສພ ລົງວັນທີ 8 ກັນຍາ 2023 ເພື່ອຜັນຂະຫຍາຍມະຕິ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ.
4. ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ສະໄໝທີ V.
ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຄ ໄດ້ເຜີຍແຜ່ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ.
ໃນພິທີ ທ່ານ ພຸດທະວັນ ນັນທະວົງ ຫົວໜ້າກົມກວດກາ ໃຫ້ກຽດເຜີຍແຜ່ 2 ເນື້ອໃນເອກະສານສຳຄັນຂອງພັກ ຄື:
1. ຄໍາສັ່ງ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 411/ຄລສພ ລົງວັນທີ 8 ສິງຫາ 2023.
2. ຄໍາແນະນໍາການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 211/ຄຈສພ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ