ລາວ-ໄທ-ຫວຽດນາມ,ມຽນມາ ເຊັນສັນຍາສືບຕໍ່ການຮ່ວມມືໃນວຽກງານຊາຍແດນ

01 Dec 2023

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 29 ພະຈິກ 2023 ນີ້ໄດ້ຈັດກອງປະຊຸມກົນໄກການຮ່ວມມື 4 ປະເທດ 9 ຝ່າຍ ເຂດຊາຍແດນ ຄັ້ງທີ IX ທີ່ແຂວງຫຼວງນໍ້າທາ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນຢ່າງເປັນທາງການ ທີ່ເຂດເສດຖະກິດສະເພາະບໍ່ເຕ່ນແດນງາມ ໂດຍການເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ມີບັນດາການນໍາຂັ້ນສູງ ຈາກ ກິ່ງແຂວງສິບສອງພັນນາ ແຫ່ງ ສປ ຈີນ, ແຂວງຊຽງໃໝ່, ແຂວງຊຽງລາຍ ແຫ່ງຣາຊະອານາຈັກໄທ, ເມືອງຊຽງຕຸງ, ເມືອງທ່າຂີ້ເຫຼັກ ສະຫະພາບມຽນມາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງບໍ່ແກ້ວ ຂອງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

May be an image of 14 people, dais and text
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈກອງປະຊຸມຄັ້ງທີ 8 ຊຶ່ງຈັດຂຶ້ນໃນປີ 2019 ຜ່ານມາ ທີ່ແຂວງອຸດົມໄຊ ພ້ອມທັງຕີລາຄາຄືນຜົນໄດ້ຮັບຈາກການຈັດຕັ້ງປະຕິບັດຕົວຈິງ ເພື່ອຖອດຖອນບົດຮຽນດ້ານດີ, ຂໍ້ຄົງຄ້າງກໍຄືສິ່ງທ້າທາຍດ້ານຕ່າງໆ ເພື່ອວາງທິດທາງແຜນການຮ່ວມມືຂອງບັນດາຝ່າຍໃນຕໍ່ໜ້າໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ .
ໂອກາດນີ້, ທ່ານ ວຽງສະຫວັດ ສີພັນດອນ ໄດ້ຍົກໃຫ້ເຫັນເຖິງໝາກຜົນຂອງກອງປະຊຸມຕະຫຼອດໄລ ຍະຜ່ານມາ ແລະ ສາມາດຢັ້ງຢືນໄດ້ວ່າ ກົນໄກການຮ່ວມມືນີ້ ມີບົດບາດສູງຕໍ່ການພົວພັນຮ່ວມມື ໄມຕີຈິດ ມິດຕະພາບອັນດີງາມ ລະຫວ່າງ 9 ຝ່າຍເປັນຢ່າງດີ ແລະ ມີຜົນສໍາເລັດຢ່າງຕໍ່ເນື່ອງໃນຫຼາຍດ້ານ.

May be an image of 10 people, dais and text

ຊຶ່ງກອງປະຊຸມຄັ້ງນີ້ ແນໃສ່ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມການຮ່ວມມື 4 ປະເທດ 9 ຝ່າຍໃນໄລຍະຜ່ານມາ ແລະ ພ້ອມກັນປະກອບຄໍາຄິດຄໍາເຫັນ ຕໍ່ທິດທາງກົນໄກການຮ່ວມມືໃນຕໍ່ໜ້າ. ແຂວງຫຼວງນໍ້າທາເປັນແຂວງທາງຜ່ານຂອງອະນຸພາກພື້ນແມ່ນໍ້າຂອງ ແລະ ແລວທາງເສດຖະກິດ ເໜືອ-ໃຕ້ ຄືຈີນ ແລະ ຣາຊະອານາຈັກໄທ, ຕາເວັນອອກ-ຕາເວັນຕົກ ຫວຽດນາມ ແລະ ມຽນມາ, ເປັນປ້ອມດ່ານໜ້າຂອງການຮ່ວມມືອາຊຽນ-ຈີນ ແລະ ປະຕູດ່ານນຳເຂົ້າ-ສົ່ງອອກສິນຄ້າສູ່ຈີນ, ມີທາງລົດໄຟຜ່ານ, ມີສະໜາມບິນພາຍໃນ ແລະ ມີປະຕູດ່ານອອກສູ່ຕ່າງປະເທດ 4 ດ່ານ ຄື: ດ່ານສາກົນ 1 ດ່ານ, ດ່ານທ້ອງຖິ່ນ 2 ດ່ານ, ດ່ານປະເພນີ 1 ດ່ານ ມີ​ເຂດ​ເສດຖະກິດ​ສະເພາະ​ບໍ່​ເຕ່ນ​ແດນ​ງາມ ທີ່ເປັນສູນກາງການຄ້າ, ການລົງທຶນ ແລະ ເປັນສະຖານທີ່ທ່ອງທ່ຽວ ທີ່ເປັນທ່າແຮງໃນການສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ແຮງງານພາຍໃນ​ແຂວງ; ມີປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ມີແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳ ທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມແຂວງຫຼວງນໍ້າທາ.

May be an image of 3 people, dais and text
ກອງປະຊຸມກົນໄກການຮ່ວມມື 4 ປະເທດ 9 ຝ່າຍ ເຂດຊາຍແດນ ຄັ້ງທີ IX ຍັງໄດ້ພ້ອມກັນລົງນາມໃນບົດບັນທຶກ ເພື່ອສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືໃນຂັ້ນຕໍ່ໄປ ນອກຈາກນີ້ພາຍຫຼັງສໍາເລັດກອງປະຊຸມຄະນະຜູ້ແທນໄດ້ເດີນທາງໄປຮ່ວມຊົມງານວາງສະແດງຜະລິດຕະພັນສິນຄ້າຂອງແຂວງ, ທ່ຽວຊົມບັນດາບໍລິສັດໂລຈິສຕິກຢູ່ເຂດດ່ານພາສີສາກົນບໍ່ເຕ່ນ, ທ່ຽວຊົມສະຖານທີ່ວັດທະນະທຳເຂດເສດຖະກິດບໍ່ເຕ່ນ ແລະ ຢ້ຽມຊົມສູນຈຳລອງເຂດຖະກິດບໍ່ເຕ່ນແດນງາມ ເພື່ອເປັນຊ່ອງທາງໃຫ້ນັກທຸລະກິດເຂົ້າມາລົງທຶນພາຍໃນແຂວງຫຼວງນໍ້າທານັບມື້ຫຼາຍຂຶ້ນ.

(ຂ່າວ-ພາບ: ມຸນຕີ)

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ