ຫາລືແບບມີສ່ວນຮ່ວມຂັ້ນທ້ອງຖິ່ນກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດ ໂຮງງານປຸງແຕ່ງຝຸ່ນໂປຕາສ

01 Dec 2023

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 01 ທັນວາ 2023 ນີ້ທີ່ແຂວງຄໍາມ່ວນໄດ້ມີກອງປະຊຸມວິຊາການປຶກສາຫາລືແບບມີສ່ວນຮ່ວມຂັ້ນທ້ອງຖິ່ນກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດ ລ້ອມແບບລະອຽດ ສະບັບເດືອນ ພະຈິກ 2023 ໂຮງງານປຸງແຕ່ງຝຸ່ນໂປຕາສ ຂະຫຍາຍກໍາລັງການຜະລິດ 03 ລ້ານໂຕນ/ປີ ເຂດແຫຼ່ງແຮ່ດົງບູນນ້ອຍ ເມືອງໜອງບົກ ແຂວງຄໍາມ່ວນ ຂອງບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈໍາກັດ ໂດຍການລົງກວດກາພາສະໜາມຕົວຈີງ ແລະ ກອງປະຊຸມວິຊາການປຶກສາຫາລືແບບມີສ່ວນຮ່ວມຂັ້ນທ້ອງຖິ່ນກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດ ລ້ອມແບບລະອຽດ ສະບັບເດືອນ ພະຈິກ 2023 .

May be an image of 13 people, dais and text
ໃນນັ້ນໄລຍະ ວັນທີ 30 ພະຈິກ 2023 ໄດ້ລົງສຳຫຼວດພື້ນທີ່ຕົວຈີງຂອງໂຮງງານປຸງແຕ່ງຝຸ່ນໂປຕາສ ຂະຫຍາຍກໍາລັງການຜະລິດ 03 ລ້ານໂຕນ/ປີ ເຂດແຫຼ່ງແຮ່ດົງບູນນ້ອຍ ເມືອງໜອງບົກ ແຂວງຄໍາມ່ວນ ຂອງບໍລິສັດ ຊີໂນ-ອາກຣີ ຄະນະທິມງງານໄດ້ລົງກວດກາຕົວຈີງພາກສະໜາມເຂດພື້ນທີ່ໂຄງການ ຄື: ເຂດອຸມົງ, ເຂດຂຸດຄົ້ນ, ເຂດສ້າງຕັ້ງໂຮງງານ 03 ລ້ານໂຕນ, ສະຖານທີ່ເກັບມ້ຽນ/ຖີ້ມດິນເຟືອຍ, ເຂດລານກອງແຮ່,ເຂດອ່າງນໍ້າເຄັມ/ອ່າງບໍາບັດນໍ້າເປື້ອນ, ສາງເກັບມ້ຽນວັດຖຸດິບ, ອຸປະກອນ ແລະ ຜະລິດຕະພັນ, ສາງເກັບມ້ຽນສານເຄມີ ແລະ ທາດລະເບີດ, ລະບົບການນໍາໃຊ້ນໍ້າ ແລະ ລະບົບບໍາບັດນໍ້າເປື້ອນ, ເຮືອນພັກຂອງພະນັກງານ-ກໍາມະກອນ, ສະໜາມຖິ້ມຂີ້ເຫຍື້ອ ແລະ ເຂດພື້ນທີ່ອື່ນໆ.

May be an image of 10 people and people studying

ໃນຕອນເຊົ້າ ວັນທີ 01 ທັນວາ 2023 ໄດ້ຈັດກອງປຶກສາຫາລືແບບມີສ່ວນຮ່ວມຂັ້ນທ້ອງຖິ່ນຢູ່ທີ່ ຂະແໜງສິ່ງແວດລ້ອມ ແຂວງຄຳມ່ວນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ອຸ່ນເຮືອນ ໄຊຍະຈັກ ຫົວໜ້າກົມສິ່ງແວດລ້ອມ, ທ່ານ ສີປະໄທ ເພົາພົງສະຫວັດ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ແລະ ທ່ານ ຄຳມອນ ພົມພິທັກ ຮອງເຈົ້າເມືອງ ເມືອງ ໜອງບົກ ໂດຍມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແຂວງຄຳມ່ວນ ແລະ ເມືອງໜອງບົກ ພ້ອມດ້ວຍບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈໍາກັດ ແລະ ບໍລິສັດ ທີ່ປຶກສາ ແສງສຸລິຍາຄູນຊັບ ທີ່ປຶກສາດ້ານສິ່ງແວດລ້ອມ ຈຳກັດພຽງຜູ້ດຽວ ຊຶ່ງມີຜູ້ເຂົ້າຮ່ວມຈາກພາກ ສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ເມືອງ ແລະ ບ້ານ ເຂົ້າຮ່ວມທັງໝົດ 47 ທ່ານ ຍິງ 12 ທ່ານ.

May be an image of 11 people, people studying and dais

ຈຸດປະສົງຂອງກອງປະຊຸມ ແມ່ນປຶກສາຫາລືແບບມີສ່ວນຮ່ວມຂັ້ນທ້ອງຖິ່ນກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດ ລ້ອມແບບລະອຽດ ສະບັບເດືອນ ພະຈິກ 2023 ໂຮງງານປຸງແຕ່ງຝຸ່ນໂປຕາສ ຂະຫຍາຍກໍາລັງການຜະລິດ 03 ລ້ານໂຕນ/ປີ ເຂດແຫຼ່ງແຮ່ດົງບູນນ້ອຍ ເມືອງໜອງບົກ ແຂວງຄໍາມ່ວນ ຂອງບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈໍາກັດ. ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບປະຫວັດຄວາມເປັນມາຂອງໂຄງການ, ເຕັກນິກ-ວິທີການຂຸດຄົ້ນແຮ່, ເຕັກໂນໂລຊີ-ວິທີການປຸງແຕ່ງແຮ່, ຂະບວນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ກິດຈະກໍາຫຼັກໆ ຂອງໂຄງການ, ຜົນກະທົບ ແລະ ມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ (ແຜນປະຕິບັດມາດຕະການແກ້ໄຂຜົນກະທົບ, ແຜນຕິດຕາມກວດກາສິ່ງແວດລ້ອມ, ແຜນພັດທະນາທ້ອງຖິ່ນ ແລະ ອື່ນໆ) ຈາກເຈົ້າຂອງໂຄງການ ແລະ ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ ແລະ ໄດ້ປຶກສາຫາລື-ປະກອບຄຳຄິດເຫັນ ຢ່າງກົງໄປກົງມາ ຕໍ່ເນື້ອໃນບົດລາຍງານ ລວມທັງແຜນຄຸ້ມຄອງໂຄງການດັ່ງກ່າວ.

May be an image of 12 people, people studying and text

ຜ່ານການປຶກສາຫາລື ສະພາບການປັບປຸງ ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຈາກບໍລິສັດເຈົ້າຂອງໂຄງການ ແລະ ບໍລິສັດທີ່ປຶກສາດ້ານສິ່ງແວດ ລ້ອມ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ.

May be an image of 15 people

ຜ່ານການປຶກສາຫາລື, ກອງປະຊຸມເຫັນດີໂດຍພື້ນຖານຕໍ່ຂໍ້ມູນດ້ານສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ຂອງໂຄງການ, ແຕ່ສະເໜີໃຫ້ບໍລິສັດ ເຈົ້າຂອງໂຄງການ ສົມທົບກັບບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ ນໍາເອົາຄໍາເຫັນຂອງຜູ້ແທນກອງປະຊຸມໄປຄົ້ນຄວ້າປັບປຸງ, ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ສົມບູນ. ພາຍຫຼັງປັບປຸງສໍາເລັດແລ້ວ ຈະຕ້ອງໄດ້ນໍາສົ່ງໃຫ້ ກົມສິ່ງແວດລ້ອມ ເພື່ອພິຈາລະນາ ແລະ ດໍາເນີນການໃນຂັັ້ນຕອນຕໍ່ໄປ.

May be an image of 10 people

ຂອບໃຈຂ່າວຈາກ: ກົມສິ່ງແວດລ້ອມ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ