ແລ່ນມາລາທອນສະຫຼອງຄົບຮອບ 2 ປີທາງລົດໄຟລາວ-ຈີນ ມີຜູ້ເຂົ້າຮ່ວມ 1.500 ກວ່າຄົນ

01 Dec 2023

ຄລິກແຊຣ໌ 0 Facebook WhatsApp

ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈັດງານແຂ່ງຂັນແລ່ນມາລາທອນເພື່ອສະເຫຼີມສະຫຼອງການເປີດດຳເນີນງານທາງລົດໄຟລາວ-ຈີນ ຄົບຮອບ 2 ປີ ທີ່ບຶງທາດຫຼວງ ນະຄອນຫຼວງວຽງຈັນ ລວມມູນຄ່າລາງວັນຫຼາຍສິບລ້ານກີບ.

No description available.
ຕອນເຊົ້າວັນທີ 1 ທັນວານີ້ 2023 ບໍລິສັດທາງລົດໄຟລາວ-ຈີນໄດ້ຈັດງານແລ່ນມາລາທອນຄັ້ງທຳອິດຂຶ້ນ ທີ່ບຶງທາດຫຼວງ; ເພື່ອສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 48 ປີ ແລະ ວັນຄົບຮອບເປີດດຳເນີນງານທາງລົດໄຟລາວ-ຈີນຄົບຮອບ 2 ປີ; ມີບັນດາການນໍາຈາກຫຼາຍພາກສ່ວນໃຫ້ກຽດເຂົ້າຮ່ວມ ໃນນັ້ນ, ມີກະຊວງໂຍທາທິການ ແລະ ຂົນສົ່ງ; ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ກະຊວງສຶກສາທິການ ແລະ ກີລາ; ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ພະແນກການຕ່າງໆຈາກນະຄອນຫຼວງວຽງຈັນ; ສະຖານທູດຈີນປະຈຳ ສປປ ລາວ ແລະ ອົງການ-ສູນ-ຄູ່ຮ່ວມມືຂອງທາງລົດໄຟລາວ-ຈີນ ລວມໄປເຖິງນັກກິລາ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ລວມທັງໝົດ 1.500 ກວ່າຄົນ.

No description available.
ການແຂ່ງຂັນແລ່ນມິນິມາລາທອນມີຄວາມຍາວ 10 ກິໂລແມັດ, ປະກອບມີຫຼາກຫຼາຍລາງວັນໄດ້ແກ່ ເງິນລາງວັນລາງວັນຜູ້ຊະນະ 10 ລາງວັນ, ໂມເດວລົດໄຟ EMU, ຫຼຽນໄຊ, ຂັນລາງວັນ ແລະ ລາງວັນອື່ນໆ. ໃນນັ້ນ, ອັນດັບທີ 1 ໄດ້ຮັບ 8.880.000ກີບ, ອັນດັບທີ 2 ໄດ້ຮັບ 6.880.000 ກີບ, ອັນດັບທີ 3 ໄດ້ຮັບ 3.880.000 ກີບ, ອັນດັບທີ 4-10 ໄດ້ຮັບ 2.880.000 ກີບ. ສຳລັບນັກກິລາທີ່ແລ່ນຄົບຕາມໄລຍະທາງຈະໄດ້ຮັບລາງວັນຊົມເຊີຍເປັນຫຼຽນທີ່ລະນຶກ.

No description available.
ທ່ານ ຫຼິວ ຫົງ ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນໄດ້ກ່າວວ່າ: ຮັບໃຊ້ວຽກງານການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ປະຊາຊົນລາວບັນດາເຜົ່າ, ຊຸກຍູ້ວຽກງານດ້ານການກິລາ, ສົ່ງເສີມໂຄສະນາການທ່ອງທ່ຽວ ແລະ ວັດທະນະທຳ, ເສີມສ້າງສຸຂະພາບຂອງປະຊາຊົນໃຫ້ແຂງແຮງ ແລະ ສ້າງກຳລັງໃຈຄວາມເບີກບານໃຫ້ແກ່ປະຊາຊົນ ແມ່ນຄວາມມຸ່ງຫວັງໃນການການຮັບໃຊ້ສັງຄົມຂອງບໍລິສັດທາງລົດໄຟລາວ-ຈີນ.

No description available.
ສໍາລັບຜູ້ຊະນະເລີດການແຂ່ງຂັນແລ່ນມິນິມາລາທອນໃນຄັ້ງນີ້ໄດ້ແກ່ ນັກກີລາໝາຍເລກ 0690 ລໍາພອນ ໄຊຍະທີ.

May be an image of 8 people, crowd and road

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ