ໃນວັນທີ 30 ພະຈິກ 2023 ທີ່ສໍານັກງານອົງການປົກຄອງນະຄອນຫຼວງວຽງຈັນ, ທ່ານ ນະຄະເສນ ສີຫາລາດ ເລຂາທິການ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງ ເຊິ່ງຈະດຳເນີນຂຶ້ນໃນລະຫວ່າງ ວັນທີ 5 – 8 ທັນວາ 2023 ທີ່ຫ້ອງປະຊຸມສໍານັກງານອົງການປົກຄອງ ນະຄອນຫຼວງ.
ເພື່ອຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນ ດັ່ງນີ້:
1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງນະຄອນຫຼວງ, ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນໄລຍະປີ 2021 – 2023 ຢູ່ນະຄອນຫຼວງວຽງຈັນ.
2. ພິຈາລະນາ, ຮັບຮອງເອົາຮ່າງຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຈໍານວນ 2 ສະບັບ ຄື: 1). ຮ່າງຂໍ້ຕົກລົງ ວ່າດ້ວຍການກໍານົດລາຄາຫົວໜ່ວຍຊົດເຊີຍທົດແທນຄ່າເສຍຫາຍຂອງໂຄງການກໍ່ສ້າງປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງ ໄລຍະ II; 2). ຮ່າງຂໍ້ຕົກລົງ ວ່າດ້ວຍກອງທຶນພັດທະນາກີລາ – ກາຍະກໍາ ນະຄອນຫຼວງວຽງຈັນ.

3. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງອົງການກວດສອບປະຈໍາພາກກາງ; ຜົນການກວດສອບ ປະຈໍາປີ 2022 ຂອງອົງການກວດສອບ ປະຈໍາພາກກາງ 1.
4. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຕິດຕາມກວດກາ ຕາມມະຕິ 007/ສປນວ, ສະບັບເລກທີ 10 ກຸມພາ 2023; ຜົນການຕິດຕາມກວດກາຕາມຜົນການກວດສອບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2018 ຢູ່ບາງພະແນກການ.
5. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ.
6. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສານປະຊາຊົນ ພາກກາງ ແລະ ສານປະຊາຊົນ ນະຄອນຫຼວງ.
7. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ຕິດພັນກັບແຜນການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນະຄອນຫຼວງ ຊຸດທີ II.
8. ຮັບຟັງການປະກອບຄຳເຫັນຂອງອົງການແນວລາວສ້າງຊາດ ນະຄອນຫຼວງ ຕໍ່ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ.
9. ຮັບຟັງການລາຍງານຊີ້ແຈງບາງບັນຫາສຳຄັນ ແລະ ພົ້ນເດັ່ນຂອງນະຄອນຫຼວງຈຳນວນໜຶ່ງ ເປັນຕົ້ນ: 1). ວິທີການ, ມາດຕະການໃນການຊຸກຍູ້ສົ່ງເສີມ ແລະ ຂະຫຍາຍແຫຼ່ງລາຍຮັບໃໝ່ຂອງນະຄອນຫຼວງວຽງຈັນ ທີ່ຕິດພັນກັບຂົງເຂດກະສິກໍາ ແລະ ປ່າໄມ້, ຂົງເຂດອຸດສາຫະກໍາ ແລະ ການຄ້າ, ຂົງເຂດຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຂົງເຂດເສດຖະກິດພິເສດ; 2). ກົນໄກ, ມາດຕະການສົ່ງເສີມ ແລະ ປົກປ້ອງການຜະລິດພາຍໃນ ລວມທັງການແບ່ງຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດ; 3). ການຈັດຕັ້ງປະຕິບັດຜັງເມືອງ ແລະ ມາດຕະການຄຸ້ມຄອງຜັງເມືອງຢູ່ນະຄອນຫຼວງວຽງຈັນ; ການຄຸ້ມຄອງຄົນຕ່າງປະເທດທີ່ຢູ່ນະຄອນຫຼວງວຽງຈັນ; 4). ການຄຸ້ມຄອງ, ຕິດຕາມກວດກາ ການສຶກສາສໍາຫຼວດ, ຂຸດຄົ້ນ ຫຼື ສໍາປະທານແຮ່ເກືອໂປຕັສ ( ເກືອກາລີ ) ຢູ່ນະຄອນຫຼວງວຽງຈັນ; 5). ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອຕ້ອນຮັບການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ປີທ່ອງທ່ຽວລາວ 2024 ແລະ ການແກ້ໄຂບັນຫາເລື່ອງປ້າຍໂຄສະນາທີ່ບໍ່ຖືກຕ້ອງຢູ່ນະຄອນຫຼວງ.