ສິງກະໂປ ກຽມສ້າງເກາະທຽມ ປ້ອງກັນນ້ຳຖ້ວມ

30 Nov 2023

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ເດສມອນ ລີ ລັດຖະມົນຕີ ກະຊວງການພັດທະນາຂອງສິງກະໂປເປີດເຜີຍວ່າ ຂະນະທີ່ພາກສ່ວນກ່ຽວຂ້ອງກຳລັງເລັ່ງດຳເນີນການສຶກສາຜົນກະທົບທາງສິ່ງແວດລ້ອມຂອງໂຄງການກໍ່ສ້າງເກາະທຽມ ໃນແຄມຝັ່ງທາງທິດຕາເວັນອອກຂອງປະເທດ ເພື່ອປ້ອງກັນນ້ຳຖ້ວມຈາກນ້ຳທະເລເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ຈາກສະພາວະການປ່ຽນແປງດິນຟ້າອາກາດໂລກ.

ໂຄງການດັ່ງກ່າວ ຈະເລີ່ມລົງມືກໍ່ສ້າງໃນປີ 2024 ແລະ ຈະໃຊ້ເວລາກໍ່ສ້າງ 5 ປີ, ເມື່ອສ້າງສຳເລັດ ຈະເຮັດໃຫ້ເນື້ອທີ່ຂອງສິງກະໂປເພີ່ມຂຶ້ນອີກ 800 ເຮັກຕາ ເພື່ອຮອງຮັບການຂະຫຍາຍຕົວຂອງເສດຖະກິດ ແລະ ການເພີ່ມຂຶ້ນຂອງປະຊາກອນ.
ນອກຈາກນີ້ ພາກສ່ວນກ່ຽວຂ້ອງຍັງຢູ່ໃນລະຫວ່າງການຮວບຮວມ ແລະ ສຶກສາຂໍ້ມູນ ເພື່ອກໍ່ສ້າງກຳແພງປ້ອງກັນຄື້ນສູງ 3 ແມັດອ້ອມຮອບເກາະສິງກະໂປ, ຕະຫຼອດຮອດໂຄງການກໍ່ສ້ງປະຕູລະບາຍນ້ຳ ແລະ ສະຖານີສູບນ້ຳຕື່ມອີກ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ