ຜົນວິໄຈຊີ້ AI ບໍ່ໄດ້ຍາດແຍ່ງວຽກຂອງມະນຸດ ແຕ່ບັນທອນລາຍໄດ້

29 Nov 2023

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວຣອຍເຕີລາຍງານວ່າ ຜົນການວິໄຈທີ່ເຜີຍແຜ່ໂດຍທະນາຄານກາງສະຫະພາບເອີຣົບ (ECB) ລະບຸວ່າ ການນຳໃຊ້ປັນຍາປະດິດ (AI) ຢ່າງໄວວາ ແລະ ແຜ່ຫຼາຍ ເຮັດໃຫ້ຄ່າຈ້າງຫຼຸດລົງ, ໃນຂະນະທີ່ປັນຍາປະດິດເຮັດໃຫ້ເກີດການຈ້າງງານທີ່ມີທັກສະເພີ່ມຂຶ້ນ ແຕ່ບໍ່ແມ່ນບັນທອນໂອກາດການເຮັດວຽກຂອງມະນຸດ ໂດຍສະເພາະໄດ້ສ້າງວຽກເຮັດງານທຳໃຫ້ແກ່ກຸ່ມຄົນໄວຫນຸ່ມ-ຍິງສາວທີ່ມີທັກສະສູງ.

ທັງນີ້ ທຸລະກິດຈຳນວນຫຼວງຫຼາຍ ໄດ້ລົງທຶນຢ່າງມະຫາສານໃສ່ລະບົບ AI ເຮັດໃຫ້ນັກເສດຖະສາດຕ້ອງພະຍາຍາມສ້າງຄວາມເຂົ້າໃຈກ່ຽວກັບຜົນກະທົບຂອງ AI ຕໍ່ຕະຫຼາດແຮງງານ ແລະ ສ້າງຄວາມວິຕົກກັງວົນຕໍ່ຜູ້ຄົນກ່ຽວກັບຄວາມຫມັ້ນຄົງອາຊີບຂອງຕົນໃນອະນາຄົດ. ໃນຂະນະດຽວກັນນາຍຈ້າງກໍພະຍາຍາມເລືອກເຟັ້ນເອົາແຮງງານທີ່ມີທັກສະ ແລະ ມີຄຸນສົມບັດຕາມຄວາມຕ້ອງການ ເຖິງວ່າຈະເກີດວິກິດເສດຖະກິດກໍຕາມ ເຊິ່ງເປັນສະພາວະທີ່ຫຼຸດຄວາມກົດດັນໃນຕະຫຼາດແຮງງານໄດ້.

ບົດວິໄຈທີ່ມີຊື່ວ່າ “Research Bulletin” ລະບຸວ່າ ຈາກການສຳຫຼວດກຸ່ມຕົວຢ່າງໃນ 16 ປະເທດໃນສະຫະພາບເອີຣົບ ພົບວ່າ ສັດສ່ວນການຈ້າງງານຂອງອຸດສາຫະກຳ AI ເພີ່ມຂຶ້ນ, ໃນຂະນະທີ່ວຽກທີ່ໃຊ້ທັກສະຕ່ຳ ຫາ ປານກາງ ສ່ວນໃຫຍ່ບໍ່ໄດ້ຮັບຜົນກະທົບ ແລະ ຈຳນວນຕຳແຫນ່ງງານທີ່ໃຊ້ທັກສະສູງ ກໍເພີ່ມຈຳນວນຂຶ້ນຫຼາຍ, ຜົນການສຶກສາຄັ້ງນີ້ ຍັງໃຫ້ຮູ້ວ່າ AI ສົ່ງຜົນກະທົບຕໍ່ລາຍໄດ້ຂອງແຮງງານເລັກຫນ້ອຍ ແຕ່ອາດຈະກະທົບເພີ່ມສູງຂຶ້ນໃນອະນາຄົດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ