ເມື່ອບໍ່ດົນມານີ້, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໄດ້ໂອ້ລົມພະນັກງານຫຼັກແຫຼ່ງພາຍໃນພະແນກການເງິນ ປະຈຳແຂວງສະຫວັນນະເຂດ ແລະ ພະນັກງານທີ່ເຮັດວຽກກ່ຽວກັບຂະແໜງການເງິນທີ່ມາຈາກພະແນກການ ແລະ ກົມກອງຕ່າງໆອ້ອມຂ້າງແຂວງ. ວຽກຕົ້ນຕໍທີ່ນຳມາໂອ້ລົມໃນຄັ້ງນີ້ ແມ່ນກ່ຽວກັບການຂະຫຍາຍຖານອາກອນມູນຄ່າເພີ່ມ ແລະ ຕິດຕັ້ງໂປຣແກຣມໃບເກັບເງິນ AP TAX.

ໃນໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ ໄດ້ໃຫ້ທິດຊີ້ນຳບັນຫາຕ່າງໆ ເປັນຕົ້ນແມ່ນເລັ່ງໃສ່ການເກັບລາຍຮັບໃນ 2 ເດືອນທ້າຍປີ 2023 ໂດຍໃນນີ້ ທ່ານໄດ້ມີຄຳເຫັນກ່ຽວກັບບົດສະຫຼຸບຂອງພະແນກການເງິນແຂວງ ໂດຍໃຫ້ເລັ່ງໃສ່ແກ້ໄຂບັນຫາການເກັບອາກອນມູນຄ່າເພີ່ມ, ມາດຕະການຕ່າງໆໃນການນຳເຂົ້າ ແລະ ສົ່ງອອກສິນຄ້າ, ການຜັນຂະຫຍາຍນິຕິກຳຂອງກະຊວງການເງິນ ໃນການຄຸ້ມຄອງດັດສົມບໍລິສັດທີ່ນຳເຂົ້າ – ສົ່ງອອກສິນຄ້າ, ການກວດກາສາງ, ການຄຸ້ມຄອງເງິນຕາຕ່າງໆປະເທດຜ່ານລະບົບທະນາຄານສຳລັບບໍລິສັດ ນຳເຂົ້າ – ສົ່ງອອກສິນຄ້າ, ການກະກຽມໃນການສ້າງເປັນທ່າບົກຢູ່ແຂວງສະຫວັນນະເຂດ.
ນອກນັ້ນ, ທ່ານຍັງໄດ້ກ່າວເຖິງການຂະຫຍາຍຖານອາກອນລາຍໄດ້ສ່ວນບຸກຄົນ ເຊິ່ງເປັນພື້ນຖານໃຫ້ແກ່ການເກັບລາຍຮັບໃຫ້ເຂົ້າງົບປະມານແຫ່ງຊາດ ແລະ ບັນຫາອື່ນໆ. ພ້ອມນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ເປີດໂອກາດໃຫ້ແຕ່ລະພາກສ່ວນຈາກຂະແໜງການຕ່າງໆ ປະກອບຄຳຄິດເຫັນໃສ່ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມແຜນການໃນທ້າຍປີນີ້.