ສິນຄ້າຫຼາຍຢ່າງຍັງເພີ່ມຂຶ້ນ ເຮັດໃຫ້ອັດຕາເງິນເຟີ້ເດືອນພະຈິກ ຍັງສູງທີ່ລະດັບ 25,2%

29 Nov 2023

ຄລິກແຊຣ໌ 0 Facebook WhatsApp

 

ອັດຕາເງິນເຟີ້ລວມໃນເດືອນພະຈິກ ຍັງຢູ່ໃນລະດັບສູງທີ່ 25,2%, ໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງໄດ້ແກ່ໝວດອາຫານ ແລະ ໂຮງແຮມ; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ; ໝວດຮັກສາສຸຂະພາບ ແລະ ຢາ; ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ… ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈຳເດືອນພະຈິກ 2023 ຂອງສູນສະຖິຕິແຫ່ງຊາດ ໃຫ້ຮູ້ວ່າ: ໃນເດືອນພະຈິກ 2023 ສະພາບສິນຄ້າ ແລະ ບໍລິການຍັງສືບຕໍ່ເພີ່ມຂຶ້ນ, ດັດສະນີລາຄາສິນຄ້າລວມ ຢູ່ໃນລະດັບ 208,1 ເຊິ່ງເພີ່ມຈາກ 166,2 ໃນເດືອນພະຈິກ 2022. ສະນັ້ນ, ເຮັດໃຫ້ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນພະຈິກ 2023 ຢູ່ໃນລະດັບ 25,2% ( ເດືອນຕຸລາ 25,8% ).

ເມື່ອທຽບລາຄາສິນຄ້າ ແລະ ບໍລິການເດືອນພະຈິກ 2023 ທຽບກັບເດືອນຕຸລາ 2023 ເຫັນວ່າລາຄາສິນຄ້າມີທ່າອ່ຽງເພີ່ມຂຶ້ນຢູ່ໃນລະດັບ 0,7%; ໃນນັ້ນ, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 3,5%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 2,9%; ໝວດສຸຂະພາບ ແລະ ຢາ ເພີ່ມຂຶ້ນ 2,6%; ໝວດທີ່ພັກອາໄສ, ໄຟຟ້າ, ນໍ້າປະປາ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 2,2%.
ການປ່ຽນແປງປີຕໍ່ປີ ຫຼື ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນພະຈິກ ປີ 2023 ທຽບກັບເດືອນພະຈິກ ປີ 2022 ເພີ່ມຂຶ້ນ 25,2% ເຊິ່ງມາຈາກການເໜັງຕີງຂອງໝວດສິນຄ້າແລະບໍລິການລຸ່ມນີ້:


– ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 26,4%.
– ໝວດເຫຼົ້າ ແລ ຢາສູບ ເພີ່ມ 24,5%.
– ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມ 31,8%.
– ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ເພີ່ມ 19,2%.
– ໝວດເຄື່ອງໃຊ້ໃນເຮືອນ ເພີ່ມ 25,3%.
– ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມ 26,5%.
– ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມ 22,1%.
– ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມ 7,4%.
– ໝວດການບັນເທີງ ແລະ ການພັກຜ່ອນ ເພີ່ມ 18,5%.
– ໝວດການສຶກສາ ເພີ່ມ 13,5%;
– ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມ 35,2%;
– ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມ 21,8%.

ອັດຕາເງິນເຟີ້ສິນຄ້າພາຍໃນ ແມ່ນຄິດໄລ່ຈາກ 230 ລາຍການ ກວມເອົາ 47,4% ຂອງລາຍການສິນຄ້າທັງໝົດ ແລະ ກວມເອົານໍ້າໜັກ 69,3%; ອັດຕາເງິນເຟີ້ສິນຄ້າພາຍໃນເດືອນພະຈິກ ຢູ່ໃນລະດັບ 25,6% ແຕ່ຖ້າທຽບໃສ່ເດືອນຜ່ານມາ ເພີ່ມຂຶ້ນ 0,4% ຕົ້ນຕໍແມ່ນການເໜັງຕີງຂອງລາຄາປະເພດອາຫານສົດ ເຊັ່ນ: ເຂົ້າສານ, ຊີ້ນ ໂດຍສະເພາະແມ່ນຊີ້ນໝູ, ງົວ ແລະ ຄວາຍ, ລາຄາຄໍາຮູບປະພັນເຫຼົ່ານີ້ເປັນຕົ້ນ.
ສໍາລັບອັດຕາເງິນເຟີ້ສິນຄ້ານໍາເຂົ້າ ແມ່ນຄິດໄລ່ຈາກ 255 ລາຍການ ກວມເອົາ 52,6% ຂອງລາຍການສິນຄ້າທັງໝົດ ແລະ ກວມເອົານໍ້າໜັກ 30,7%, ອັດຕາເງິນເຟີ້ສິນຄ້ານໍາເຂົ້າຂອງເດືອນພະຈິກ ຢູ່ໃນລະດັບ 24,5% ແຕ່ຖ້າທຽບໃສ່ເດືອນຜ່ານມາ ເພີ່ມຂຶ້ນ 1,3% ຕົ້ນຕໍແມ່ນການເໜັງຕີງເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນເຮືອນ, ເຄື່ອງເອເລັກໂຕຣ ນິກຕ່າງໆ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ