9 ເດືອນປີ 2023 ນັກທ່ອງທ່ຽວຕ່າງປະເທດເຂົ້າມາ 2,4 ລ້ານກວ່າເທື່ອຄົນ. ຂະນະທີ່ປີທ່ອງທ່ຽວລາວ 2024 ໄດ້ກໍານົດເອົາ 79 ກິດຈະກໍາ; ໃນນີ້ມີ 14 ກິດຈະກໍາລະດັບຊາດ ແລະ 65 ກິດຈະກໍາລະດັບແຂວງ ເຊິ່ງຄາດວ່າຈະສາມາດດຶງດູດນັກທ່ອງທ່ຽວໄດ້ 3,5 ລ້ານເທື່ອຄົນ.
ພິທີເປີດປີທ່ອງທ່ຽວລາວ ປີ 2024 ໄດ້ຈັດຂຶ້ນພ້ອມກັບງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2023 ເມື່ອວັນທີ 23 ພະຈິກ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາການນຳພັກ – ລັດ,ພະເຖລາ ນຸເຖລະ, ທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈໍາລາວ ແລະ ມວນຊົນທົ່ວໄປເຂົ້າຮ່ວມຊົມ.

ໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ໄດ້ກ່າວວ່າ: ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວມາແລ້ວ 3 ຄັ້ງ, ສໍາລັບປີ 2024 ແມ່ນຄັ້ງທີ 4 ເຊິ່ງໄດ້ກໍານົດຄໍາຂວັນຄື: “ ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ.
ເພື່ອເປັນການຕ້ອນຮັບການທ່ອງທ່ຽວໃຫ້ມີຄວາມຄຶກຄື້ນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ເອົາໃຈໃສ່ເປັນເຈົ້າການ ປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງ ພາກລັດ, ພາກທຸລະກິດຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ກຳນົດເອົາ 79 ກິດຈະກໍາ; ໃນນີ້ມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກໍາລະດັບແຂວງ ເພື່ອສ້າງຂະບວນການໃຫ້ຟົດຟື້ນໃນຂອບເຂດທົ່ວປະເທດ ພາຍໃນແຂວງ ຕະຫຼອດຮອດຂັ້ນເມືອງ ຕາມສະພາບທ່າແຮງຂອງການທ່ອງທ່ຽວຂອງຕົນ.
14 ກິດຈະກໍາລະດັບຊາດ ວ່າທີ່ຈະຈັດຂຶ້ນຢູ່ໃນຂອບເຂດທົ່ວປະເທດມີດັ່ງນີ້:

■ ເດືອນມັງກອນ 2024
1. ບຸນກິນຈຽງ ຢູ່ແຂວງວຽງຈັນ
2. ບຸນນະມັດສະການພະບາດໂພນສັນ ຢູ່ແຂວງບໍລິຄໍາໄຊ
3. ງານເທສະການດອກງິ້ວບານ ຢູ່ແຂວງບໍ່ແກ້ວ
■ ເດືອນກຸມພາ
4. ບຸນນະມັດສະການພະທາດສີໂຄດຕະບອງ ຢູ່ແຂວງ ຄໍາມ່ວນ
5. ງານມະຫະກໍາບຸນຊ້າງ ຢູ່ແຂວງໄຊຍະບູລີ
6. ບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ຢູ່ແຂວງຈໍາປາສັກ
■ ເດືອນເມສາ
7. ບຸນປີໃໝ່ລາວ ຢູ່ແຂວງ ຫຼວງພະບາງ
■ ເດືອນຕຸລາ
8. ບຸນໄຫຼເຮືອໄຟຢູ່ແຂວງ ຫຼວງພະບາງ
■ ເດືອນພະຈິກ
9. ບຸນນະມັດສະການພະທາດຫຼວງວຽງຈັນ
10. ງານສະເຫຼີມສະຫຼອງບຸນພະທາດຈຽງຕຶງ ຢູ່ແຂວງ ຫຼວງນໍ້າທາ
11. ງານສະເຫຼີມສະຫຼອງຫໍໄຕປີດົກ ຢູ່ແຂວງສາລະວັນ
12. ງານເທສະການເຂົ້າໄກ່ນ້ອຍຢູ່ແຂວງຊຽງຂວາງ
■ ເດືອນທັນວາ
13. ບຸນນະມັດສະການພະທາດອີງຮັງ ຢູ່ແຂວງສະຫວັນນະເຂດ
14. ງານເທສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸຣະ ຢູ່ແຂວງຫົວພັນ

ກ່ອນໜ້ານີ້, ທ່ານລັດຖະມົນຕີ ກະຊວງ ຖວທ ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ວ່າໃນ 9 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວຕ່າງປະເທດ ມາທ່ອງທ່ຽວຢູ່ ສປປ ລາວ 2.498.691 ເທື່ອຄົນ, ຄາດວ່າໝົດປີ 2023 ຈະມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວປະມານ 2,9 ຫາ 3,3 ລ້ານເທື່ອຄົນ. ສຳລັບໃນປີ 2024 ຈະສາມາດຮັບນັກທ່ອງທ່ຽວໄດ້ປະມານ 3,5 ລ້ານເທື່ອຄົນ.
ຕໍ່ກັບສະພາບດັ່ງກ່າວ ລັດຖະບານໄດ້ຊຸກຍູ້ປຸກລະດົມຂະບວນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ ໂດຍຖືເອົາການທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ກະສິກຳ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີຄວາມຍືນຍົງ ໂດຍການມີສ່ວນຮ່ວມຂອງທົ່ວສັງຄົມ ແລະ ຂອງປະຊາຊົນບັນດາເຜົ່າ; ສຸມໃສ່ການຟື້ນຟູການທ່ອງທ່ຽວຢ່າງເປັນຮູບປະທໍາ, ປັບປຸງໂຄງລ່າງພື້ນຖານສິ່ງອຳນວຍຄວາມສະດວກ ແລະ ການບໍລິການ, ຍົກສູງຄຸນນະພາບຂອງການບໍລິການ ການທ່ອງທ່ຽວໃຫ້ໄດ້ມາດຕະຖານ, ພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດໜຶ່ງທີ່ສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບການທ່ອງທ່ຽວຢູ່ບັນດາປະເທດໃນພາກພື້ນ ແລະ ສາກົນ; ດຶງດູດນັກທ່ອງທ່ຽວສາກົນເຂົ້າມາທ່ຽວລາວ ໃຫ້ນັບມື້ຫຼາຍຂຶ້ນ ແນໃສ່ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ ແລະ ສ້າງລາຍຮັບເງິນຕາເຂົ້າສູ່ປະເທດ, ທັງກະຈາຍລາຍໄດ້ລົງສູ່ທ້ອງຖິ່ນ; ສົ່ງເສີມ ແລະ ໂຄສະນາຜະລິດຕະພັນການທ່ອງທ່ຽວທີ່ເປັນທ່າແຮງ, ສົ່ງເສີມກິດຈະກຳບຸນປະເພນີ ອັນເປັນເອກະລັກຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ.
