ທຸກມື້ນີ້ໂຈນຫຼາຍແຮງກໍ່ເຫດບໍ່ເວັ້ນແຕ່ລະວັນ ແຕ່ໃນນັ້ນມີໜ້ອຍທີ່ເກັບກູ້ກັບມາໄດ້ ສ່ວນຫຼາຍກໍໄປແລ້ວໄປເລີຍ ບາງຄັ້ງເຖິງຈັບໂຈນໄດ້ແຕ່ຂອງກາງບໍເຫຼືອແລ້ວ ແຕ່ກໍ່ຊົມເຊີຍເຈົ້າໜ້າທີ່ແຂວງອັດຕະປືທີ່ເັຮດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດ ຈຶ່ງຈັບໂຈນໄດ້ພ້ອມເກັບກູ້ຂອງກາງຄືນເຈົ້າຂອງເດີມຈົນສຳເລັດຜົນ.
ໃນວັນທີ 28 ພະຈິກ 2023 ປກສ ແຂວງອັດຕະປື ໄດ້ມອບເຄື່ອງຂອງກາງປະເພດຄຳຮູບປະພັນຈຳນວນ 21 ບາດກັບ 5 ຫຸນ ຄືນໃຫ້ເຈົ້າຂອງ ເຊິ່ງເປັນຂອງ ນາງ ມີ່ຫັ້ນ, ນາງ ຊື່ນໃຈ, ທັງສອງຢູ່ບ້ານເວີນແຄນ ເມືອງສາມັກຄີໄຊ ແຂວງອັດຕະປື
ເຄື່ອງຂອງກາງທີ່ນຳມາມອບໃນຄັ້ງນີ້ແມ່ນໄດ້ຕິດຕາມ ເກັບກຳ ທ້ອນໂຮມ ມາຈາກການຍອມຮັບສາລະພາບຂອງຜູ້ກໍ່ເຫດລັກຊັບ 2 ຄົນຄື: ທ້າວ ເອກກະໄຊ ແລະ ທ້າວ ໄຊຍະສັກ.

ທ່ານ ພັທ ອຸບົນ ເພັດມີໄຊ ເປີດເຜີຍໃຫ້ຮູ້ວ່າ ໃນຄັ້ງວັນທີ 3 ແລະ ວັນທີ 8 ພະຈິກ 2023 ໄດ້ມີເຫດການລັກຊັບເກີດຂຶ້ນ ແລະມາຮອດວັນທີ 12 ພະຈິກ 2023 ຈື່ງໄດ້ເຂົ້າກັກຕົວ ທ້າວເອກກະໄຊ ຢູ່ບ້ານເຊໄຫຍ່ ເມືອງສາມັກຄີໄຊ ແຂວງອັດຕະປື ( ຜູ້ຖືກສົງໄສຄະດີງັດເຮືອນນາງ ໃຈ ) ແລະ ວັນທີ 14 ພະຈິກ 2023 ເຈົ້າໜ້າທີ່ໄດ້ເຂົ້າກັກຕົວທ້າວໄຊຍະສັກ ຢູ່ບ້ານຫຼັກ 3 ເມືອງສາມັກຄີໄຊ ແຂວງອັດຕະປື ( ຜູ້ຖືກສົງໄສໃນການລັກຊັບຂອງນາງມີ່ຫັ້ນ ) ມາສືບສວນ-ສອບສວນ.

ທ້າວເອກກະໄຊ (ຜູ້ຖືກຫາ) ໄດ້ຍອມຮັບສາລະພາບວ່າ ໃນຄັ້ງວັນທີ 8 ພະຈິກ 2023 ເວລາ 9:00ໂມງ ຕົນເອງໄດ້ໄປງັດເຮືອນຂອງຜູ້ເສຍຫາຍແທ້ ໂດຍໃຊ້ມີດງັດເຂົ້າທາງປະຕູເຮືອນຄົວ ຫຼັງຈາກງັດໄດ້ແລ້ວຕົນເອງກໍ່ໄດ້ເຂົ້າໃປໃນຫ້ອງນອນຂອງຜູ້ເສຍຫາຍ ຈື່ງເຫັນກະເປົາສີດຳ ແລະ ໄດ້ໄຂເບີ່ງມີສາຍແຂນຄຳຈຳນວນ 1 ເສັ້ນນ້ຳໜັກ 2 ບາດ, ສາຍຄໍຄຳຈຳນວນ 2 ເສັ້ນໆລະ 2 ບາດ, ສາຍແຂນຄຳເດັກນ້ອຍຈຳນວນ 1 ເສັ້ນນ້ຳໜັກ 2 ສະຫຼຶງ, ຕຸ້ມຫູຄຳຈຳນວນ 1 ຄູ່ນ້ຳໜັກ 5 ຫຸນ, ປື້ມບັນຊີເງີນຝາກຈຳນວນ 4 ຫົວ ພາຍຫຼັງທີ່ລັກໄດ້ມາແລ້ວກໍ່ເອົາສາຍແຂນຈຳນວນ 1 ເສັ້ນ ໜັກ 2 ບາດໄປຂາຍຢູ່ຮ້ານຊື້-ຂາຍເງີນຄຳຢູ່ ແຂວງເຊກອງ ເຊີ່ງໄດ້ເງີນ 41.000.000 ກີບ ສຳລັບເງີນທີ່ໄດ້ມາແມ່ນໃຊ້ຈ່າຍກິນຈົນໝົດ, ສ່ວນຄຳທີ່ຍັງເຫຼືອແມ່ນໄດ້ເອົາໄປຊຸກເຊື່ອງໄວ້ຢູ່ເຮືອນຂອງຕົນເອງ.

ສ່ວນທ້າວໄຊຍະສັກ (ຜູ້ຖືກຫາ ເຊີ່ງເປັນພະນັກງານປະຈຳຢູ່ບໍລິສັດຂົນສົ່ງແຫ່ງໜື່ງຂອງແຂວງອັດຕະປື) ສາລະພາບວ່າວັນທີ 13 ຕຸລາ 2023 ຕົນເອງໄດ້ມາວຽກຢູ່ບໍລິສັດຂົນສົ່ງດ່ວນເປັນປົກກະຕິ ຕົກມາຮອດເວລາ 11:00 ໂມງ ໄດ້ມີນາງ ມີ່ຫັ້ນ (ຜູ້ເສຍຫາຍ) ໄດ້ໂທຖາມຕົນເອງວ່າເຄື່ອງມາຮອດແລ້ວບໍ, ເຊີ່ງຕົນເອງໄດ້ຕອບວ່າຍັງບໍ່ຮອດ,ຕໍ່ມາເວລາ 16:30 ນາທີຂອງວັນດຽວກັນ ລົດສົ່ງເຄື່ອງບໍລິສັດໄດ້ມາຮອດຕົນເອງຈີ່ງໄດ້ໄຂປະຕູທາງຂ້າງລົດແລ້ວຂື້ນໄປຫາກ່ອງສີເຫຼືອງທີ່ມີຊື່ ແລະ ເບີໂທຂອງນາງມີ່ຫັ້ນເພາະຕົນເອງຮູ້ວ່າພັດສະດຸຂອງນາງມີ່ຫັ້ນ (ຜູ້ເສຍຫາຍ) ແມ່ນມີຄຳແນ່ນອນເມື່ອເຫັນແລ້ວຈີ່ງໄດ້ຈັບໄປເຊີ່ອງໄວ້ຢູ່ປະຕູລົດດ້ານຫຼັງ ແລະ ເອົາຢຸດເຊີມາຍິງເຊັກເຄື່ອງທີ່ຢູ່ໃນລົດ, ສ່ວນພັດສະດຸດັ່ງກ່າວແມ່ນບໍ່ໄດ້ເອົາລົງ ແລະ ບໍ່ໄດ້ຍິງຜ່ານລະບົບຢຸດເຊີ.

ພາຍຫຼັງທີ່ຂົນເຄື່ອງລົງແລ້ວໂຊເຟີລົດກໍ່ໄດ້ຂົນເຄື່ອງທີ່ຈາກຝາກໄປຕ່າງແຂວງຂື້ນລົດແລ້ວອັດປະຕູລົດຕາມປົກກະຕິ ຈາກນັ້ນຕົນເອງໄດ້ສວຍໂອກາດຕອນໂຊເຟີລົດເຜີ ແລ້ວລັກຂື້ນໄປເອົາກ່ອງພັດສະດຸຂອງນາງມີ່ຫັ້ນລົງມາໄວ້ຖັງຂີ້ເຫຍື້ອລະກໍ່ໄປອັນປະຕູລົດໄວ້ຄືເກົ່າ ຮອດເວລາ 20:00 ໂມງຂອງວັນດຽວກັນຈີ່ງໄດ້ຂີ່ລົດກັບມາເອົາພັດສະດຸດັ່ງກ່າວ, ແລ້ວກໍ່ຂີ່ລົດອອກໄປໄດ້ໄລຍະໜື່ງແລ້ວຈອດລົດໄຂເບີ່ງກ່ອງດັ່ງກ່າວຈີ່ງຮູ້ວ່າມີຄຳແທ້ ເຫັນແນວນັ້ນແລ້ວກໍ່ໄດ້ໄຂເອົາແຕ່ຄຳຢູ່ໃນກ່ອງຈຳນວນ 25 ບາດກັບ 2 ສະຫຼຶງ ສ່ວນກ່ອງແມ່ນແກວ່ງຖີ້ມ ແລ້ວນຳເອົາຄຳໄປເຊື່ອງໄວ້ຢູ່ເຮືອນຂອງຕົນເອງ ມາຮອດວັນທີ 16 ຕຸລາ 2023 ໄດ້ເອົາຄຳດັ່ງກ່າວໄປຂາຍຢູ່ຮ້ານແຫ່ງໜື່ງຂອງແຂວງອັດຕະປື ແລະ ກໍ່ຖືກເຈົ້າໜ້າທີ່ເຂົ້າກັກຕົວໃນວັນຕໍ່ມາ.
ທ່ານຫົວໜ້າພະແນກສືບສວນ-ສອບສວນຍັງໄດ້ເນັ້ນໜັກຕື່ມວ່າສຳລັບເຄື່ອງຂອງກາງທີ່ຍັງເຫຼືອທາງເຈົ້າໜ້າທີ່ຂອງພວກເຮົາຍັງຈະເລັ່ງເກັບກຳທ້ອນໂຮມແລ້ວນຳມາມອບໃຫ້ຕາມທີຫຼັງ.