ປີນີ້ເພີ່ມຄົນ ເພີ່ມຖັງ ແລະ ມີຖົງຢາງໃຫຍ່ສໍາຮອງອີກຫຼາຍສິບຖົງໃນແຕ່ລະມື້ ພ້ອມທັງຈັດແບ່ງຕາຕະລາງເວລາໃນການເຄື່ອນໄຫວເກັບມ້ຽນ ເຮັດແນວໃດໃຫ້ເດີ່ນພະທາດຫຼວງມີຄວາມສະອາດຈົບງາມຕະຫຼອດການຈັດງານບຸນ.
ທ່ານ ນີວອນ ຄໍາບັ້ນ ຜູ້ຈັດການຝ່າຍການຕະຫຼາດ ແລະ ຜູ້ຊີ້ນຳວຽກພາກສະຫນາມໃນການອະນາໄມເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອງານບຸນນະມັດສະການພະທາດຫລວງ ໃຫ້ຮູ້ວ່າ: ເພື່ອໃຫ້ງານບຸນນະມັດສະການພະທາດຫຼວງ ມີຄວາມສະອາດຈົບງາມ, ບໍລິສັດ ສະມໍບີ້ ທີ່ປຶກສາດ້ານການລົງທຶນ ໃນນາມໄດ້ຮັບໜ້າທີ່ດ້ານການຮັກສາຄວາມສະອາດຈົບງາມໄດ້ຍົກລະດັບຄວາມເອົາໃຈໃສ່ຕື່ມ ເພື່ອເຮັດແນວໃດໃຫ້ເທດສະການງານບຸນນະມັດສະການພະທາດຫຼວງປີນີ້ ມີສິ່ງແວດລ້ອມສົດໃສ, ສະອາດປາສະຈາກຂີ້ເຫຍື້ອຕະຫຼອດງານ ເຊິ່ງທາງບໍລິສັດ ໄດ້ເພີ່ມບຸກຄະລາກອນຮັກສາຄວາມສະອາດຈາກ 180 ຄົນໃນປີ 2022 ມາເປັນ 270 ຄົນໃນປີ 2023 ພ້ອມດຽວກັນນັ້ນ ກໍເພີ່ມຈໍານວນຖັງຮອງຮັບຂີ້ເຫຍື້ອປີນີ້ມີ 300 ຖັງຈັກວາງໄວ້ເປັນຈຸດໆ ນອກນັ້ນ, ຍັງມີຖັງໂຄງເຫຼັກ ແລະ ຖົງຢາງໃຫຍ່ກຽມພ້ອມໄວ້ນັບເປັນຈໍານວນຫຼາຍສິບ.

ທ່ານ ນີວອນ ຄໍາບັ້ນ ຍັງໄດ້ອະທິບາຍໃນການບໍລິຫານຈັດການວ່າ: ມີການແບ່ງງານ, ແບ່ງເວລາກັນຮັບຜິດຊອບ ເວົ້າໄດ້ວ່າ ຕະຫຼອດ 24 ຊົ່ວໂມງ (ມີທີມພາກເດິກ ແລະ ທີມພາກເຊົ້າ) ໂດຍມີການຂົນສົ່ງຂີ້ເຫຍື້ອໄປກໍາຈັດບໍ່ຕໍ່າກວ່າ 20 ຖ້ຽວ/ມື້
ທ່ານຜູ້ຈັດການຝ່າຍການຕະຫຼາດ ຍັງໄດ້ໃຫ້ຂໍ້ສັງເກດວ່າ: ປັດຈຸບັນປະຊາຊົນລາວມີຄວາມຕື່ນຕົວໃນການຖິ້ມຂີ້ເຫຍື້ອດີຂຶ້ນຫຼາຍຖ້າທຽບໃສ່ເມື່ອກ່ອນ ເຊິ່ງຊ່ວຍໃຫ້ພະນັກງານຈັດເກັບໄດ້ມີຄວາມສະດວກຫຼາຍກວ່າເກົ່າ ແຕ່ແນວໃດກໍຕາມ ທ່ານກໍຂໍໃຫ້ທຸກທ່ານທີ່ທ່ຽວງານບຸນນະມັດສະການພະທາດຫຼວງມີຄວາມເອົາໃຈໃສ່ ແລະ ເປັນເຈົ້າການຮ່ວມກັນ ໂດຍສະເພາະເດັກນ້ອຍ ຜູ້ໃຫຍ່ ຄວນໃຫ້ຄໍາແນະນໍາເຂົາເຈົ້າ ເຊິ່ງແນ່ນອນການຮັກສາສິ່ງແວດລ້ອມແມ່ນໜ້າທີ່ຂອງທຸກຄົນ ແລະ ເປັນໃບໜ້າຂອງສັງຄົມກໍຄືປະເທດຊາດນໍາອີກ.