ເລີ່ມແຕ່ຕົ້ນເດືອນຕຸລາ 2023 ເປັນຕົ້ນມາການເກັບກູ້ຜົນຜະລິດພືດລະດູຝົນແລະການເກັບຊື້ພືດເປັນສິນຄ້າປະເພດມັນຕົ້ນ,ສາລີ,ຢາງພາລາ,ໝາກເດືອຍ,ໝາກງາແລະອື່ນໆຂອງຊາວກະສິກອນຢູ່ເມືອງພຽງ ແຂວງໄຊຍະບູລີິ ແມ່ນເລີ່ມເປັນຂະບວນການຟົດຟື້ນແລະມາຮອດປັດຈຸບັນນີ້ສາມາດເກັບກູ້ສໍາເລັດແລ້ວ3,70 ກວ່າສ່ວນຮ້ອຍ.
ສຳລັບການເກັບກູ້ຜົນຜະລິດພືດລະດູຝົນ ແລະການເກັບຊື້ພືດເປັນສິນຄ້າຢູ່ເມືອງພຽງແຂວງໄຊຍະບູລີເລີ່ມແຕ່ຕົ້ນເດືອນຕຸລາ 2023 ເປັນຕົ້ນມາໄດ້ສຳເລັດໄປແລ້ວ722 ເຮັກຕາ ເທົ່າກັບ 3,75ສ່ວນຮ້ອຍ ຂອງເນື້ອທີ່ແຜນການ 16.770 ກວ່າເຮັກຕາ; ໃນນີ້ມີພືດສະບຽງອາຫານ ເກັບກູ້ສໍາເລັດ 394ເຮັກຕາເທົ່າກັບ 88,92 ສ່ວນຮ້ອຍ, ພືດເປັນສິນຄ້າ ເກັບກູ້ສໍາເລັດ 328 ເຮັກຕາເທົ່າກັບ 1,74 ສ່ວນຮ້ອຍ.
ອີງຕາມ ຂໍ້ມູນຫ້ອງການອຸດສາຫະກຳແລະການຄ້າເມືອງຍັງໃຫ້ຮູ້ວ່າ: ໃນປີ2022ຜ່ານມາສາມາດສົ່ງອອກສາລີ ມີ1.800ກວ່າໂຕນ ມູນນຄ່າ1.324ລ້ານກີບ,ໝາກເດືອຍ 630 ໂຕນ ມູນຄ່າ 4.410ລ້ານກີບ, ຢາງພາລາ 300 ກວ່າໂຕນມູນຄ່າ1.570ລ້ານກີບ, ມັນຕົ້ນ 22.000 ໂຕນ ມູນຄ່າ31.150ລ້ານກີບແລະໝາກງາ 10 ໂຕນ ມູນຄ່າ 60ລ້ານກວ່າກີບ,ລວມມູນຄ່າທັງໝົດ 38.500ລ້ານກວ່າລ້ານ.
ສຳລັບ 9 ເດືອນ ປິ 2023 ແມ່ນພວມສົ່ງອອກໄປແລ້ວປະເພດມັນຕົ້ນ 3.940 ໂຕນມູນຄ່າ 4.710 ມູນຄ່າກີບ,ສາລີ 350 ໂຕນມູນຄ່າ 420ລ້ານກວ່າລ້ານກີບແລະໝາກເດືອຍ 245 ໂຕນ ມູນຄ່າ1.710ລ້ານກວ່າກີບ.

ສຳລັບຂະບວນການປູກພືດຕ່າງໆເປັນສິນຄ້າຢູ່ເມືອງພຽງ ແຂວງໄຊຍະບູລີຍັງໄດ້ເປັນທ່າແຮງໃນການປະກອບສ່ວນເຂົ້າໃນການພັດທະນະເສດຖະກິດ-ສັງຄົມກໍຄືພື້ນຖານໂຄງລ່າງຂອງເມືອງໃຫ້ມີການພັດທະນາຢ່າງຕໍ່ເນື່ອງໃນຕະຫຼອດໄລຍະຜ່ານມາແລະອົງການປົກຄອງເມືອງຍັງໄດ້ເອົາໃຈໃສ່ຍູ້ແຮງຂະບວນການປູກພືດດ້ານກະສິກຳເປັນສິນຄ້າຂອງຄອບຄົວໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງຫັນເຂົ້າສູ່ບັນດາລະບຽບຫຼັກການເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ມີຊີວິດການເປັນຢູ່ດີຂຶ້ນເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດເວົ້າສະເພາະກໍຄືເມືອງພຽງໃຫ້ໄດ້ຮັບການພັດທະນາຢ່າງແຂງແຮງຕື່ມອີກ.