ມະນີທິບ ກຽງຄໍາຊົນນີ ຊະນະເລີດການປະກວດນັກຮ້ອງສຽງດີ ນວ

28 Nov 2023

ຄລິກແຊຣ໌ 0 Facebook WhatsApp

 

ກິດຈະກຳແຂ່ງຂັນນັກຮ້ອງສຽງດີ ແລະ ການປະກວດແຕ່ງບົດເພງ ນະຄອນຫຼວງວຽງຈັນ ( ນວ ) ປະຈໍາປີ 2023 ໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນຕຸລາເປັນຕົ້ນມາ ຈັດຂຶ້ນໂດຍພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ສົມທົບກັບ ບໍລິສັດ ແອັກຊັນໂປຣ ຈຳກັດ.
ມາໃນຄໍ່າຄືນຂອງວັນທີ 27 ພະຈິກ 2023 ເປັນຮອບຕັດສິນຈາກ 20 ຄົນສຸດທ້າຍ ເຊິ່ງຜູ້ຊະນະເລີດການແຂ່ງຂັນໃນຄັ້ງນີ້ ໄດ້ແກ່ VTE15 ນາງ ມະນີທິບ ກຽງຄໍາຊົນນີ ( ໜ່ອຍ ) ໄດ້ຮັບເງິນສົດ 30 ລ້ານກີບ.

ກິດຈະກໍາດັ່ງກ່າວ ຈັດຂຶ້ນເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ຕ້ອນຮັບປີທ່ອງທ່ຽວລາວ 2024 ແລະ ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຳຄັນປິ່ນອ້ອມໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ທັງເພື່ອຊຸກຍູ້ສົ່ງເສີມສິລະປະວັດທະນະທຳ, ການປະດິດຄິດແຕ່ງ, ການສະແດງສິລະປະຮ້ອງເພງຂອງຊາວນະຄອນຫຼວງວຽງຈັນ ອອກສູ່ສັງຄົມໃຫ້ກວ້າງຂວາງ, ສົ່ງເສີມຜູ້ທີ່ກ້າສະແດງອອກ ເພື່ອຄົ້ນຫານັກຮ້ອງສຽງດີຂອງນະຄອນຫຼວງວຽງຈັນ ແລະ ນັກປະດິດຄິດແຕ່ງບົດເພງກ່ຽວກັບນະຄອນຫຼວງວຽງຈັນທີ່ພົ້ນເດັ່ນໃຫ້ມີບົດບາດເກີດຂຶ້ນໃໝ່ຮັບໃຊ້ສັງຄົມຕາມຍຸກສະໄໝ.


ໃນເບື້ອງຕົ້ນກິດຈະກຳປະກວດຮ້ອງເພງ ແມ່ນຈະແບ່ງເປັນ 3 ຮຸ່ນ ຄືຮຸ່ນອາຍຸ 8 – 15 ປີ, ອາຍຸ 16 – 35 ປີ ແລະ ຮຸ່ນອາຍຸ 36 ປີຂຶ້ນໄປ ແຕ່ເນື່ອງຈາກເວລາໜ້ອຍ ແລະ ຜູ້ສະໝັກເຂົ້າຮ່ວມປະກວດສ່ວນໃຫຍ່ມີແຕ່ຮຸ່ນອາຍຸ 16 – 35 ປີ ເຊິ່ງຮຸ່ນອາຍຸ 8 – 15 ປີ ແລະ ອາຍຸ 36 ປີຂຶ້ນໄປ ແມ່ນມີໜ້ອຍ ແລະ ບໍ່ໄດ້ຕາມຈຳນວນທີ່ກຳນົດໄວ້ ຄະນະກຳມະການຮັບຜິດຊອບຈຶ່ງໄດ້ປຶກສາ ແລະ ເປັນເອກະພາບກັນຈັດເຂົ້າຮ່ວມກັນ ເຊິ່ງມີຜູ້ເຂົ້າຮ່ວມປະກວດເບື້ອງຕົ້ນ 100 ກວ່າຄົນ ແລະ ໄດ້ຄັດເລືອກທາງອອນລາຍເຫຼືອ 65 ຄົນ ແລະ ໃນວັນທີ 12 ພະຈິກ 2023 ໄດ້ຄັດເລືອກ 65 ຄົນ ເຫຼືອ 20 ຄົນ.
ທີ່ເວທີກາງງານບຸນນະມັດສະການພະທາດຫຼວງ ວັນທີ 25 ພະຈິກ 2023 ແມ່ນຮອບເກັບຄະແນນ ແລະ ວັນທີ 27 ພະຈິກ 2023 ແມ່ນຮອບຕັດສິນຊີງຊະນະເລີດ.

ສໍາລັບຜົນການແຂ່ງຂັນໃນຮອບ 20 ຄົນສຸດທ້າຍ ຜູ້ຊະນະເລີດໄດ້ແກ່ VTE15 ນາງ ມະນີທິບ ກຽງຄໍາຊົນນີ ( ໜ່ອຍ ) ໄດ້ຮັບເງິນສົດ 30 ລ້ານກີບ, ຮອງຊະນະເລີດ ແມ່ນ VTE03 ທ້າວ ກຸນ ຈິດຕະສອນ ( ກຸນ ) ໄດ້ຮັບເງິນສົດ 15 ລ້ານກີບ, ຮອງອັນດັບ 2 ແມ່ນ ນາງ ກຸຫຼາບ ສີສະຫວັນ ( ກຸຫຼາບ ) ໄດ້ຮັບເງິນສົດ 10 ລ້ານກີບ, ຮອງອັນດັບ 3 ມີ 2 ທ່ານ ຄື VTE01 ທ້າວ ສຸກໄກຮັກ ຂຸນເດດ ( ອ້າຍ ) ແລະ VTE04 ທ້າວ ອານຸຊົນ ສຸພະມີໄຊ ( ບູ່ ) ໄດ້ຮັບເງິນສົດ 5 ລ້ານກີບ. ສໍາລັບຜູ້ທີ່ບໍ່ໄດ້ເຂົ້າຮອບອີກ 15 ຄົນ ຈະໄດ້ຮັບເງິນສົດຜູ້ລະ 1 ລ້ານກີບ.


ຄະນະກໍາມະການຕັດສິນການແຂ່ງຂັນໃນຮອບນີ້ມີ ທ່ານ ບົວເງິນ ຊາພູວົງ ອະດີດຮອງລັດຖະມົນຕີກະຊວງ ຖວທ, ທ່ານ ຄໍາພັນ ພົນທອງສີ ສິລະປິນດີເດັ່ນ ຮອງປະທານສະມາຄົມສິລະປິນລາວ, ທ່ານ ນາງ ໄກສີ ວັງເວີນໂຂງ ສິລະປິນດີເດັ່ນ ຄະນະສະມາຄົມສິລະປິນລາວ, ທ່ານ ນາງ ເພັດມາລາ ໄຊບົວສອນ ຕາງໜ້າພະແນກ ຖວທ ນະຄອນຫຼວງວຽງຈັນ, ອາຈານ ເຕ່ງ ບຸນມາ ຈາກໂຮງຮຽນສິລະປະໜອງບອນ ແລະ ທ່ານ ຕີ ອຸດາໄລ ສິລະປິນນັກແຕ່ງເພງ ນັກຮ້ອງທີ່ມີຊື່ສຽງຂອງລາວ.

ນອກຈາກນັ້ນ, ພາຍໃນງານຍັງມີການສະແດງບົດຟ້ອນ, ບົດຂັບລໍາມ່ວນໆຈາກກອງສິລະປະຮັບເຊີນ ແລະ ຍັງໄດ້ຈັດກິດຈະກໍາແຈກໂຊກຄັ້ງໃຫຍ່ຈາກ Kokkok Itry ທີ່ມີການດາວໂຫຼດແອັບພລິເຄຊັນຂອງ Kokkok Itry ທີ່ມີຍອດຊື້ສິນຄ້າມູນຄ່າ 3 ແສນກີບຂຶ້ນໄປ ເຊິ່ງໄດ້ແລນດັອມເອົາຜູ້ໂຊກດີຈໍານວນ 1 ທ່ານ ເພື່ອຮັບເອົາລົດຈັກໄຟຟ້າ AIMA500 ຈໍານວນ 1 ລາງວັນ ແລະ ລາງວັນອື່ນໆອີກ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ