ນາຍົກ ເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ເມືອງຍອດອູ

28 Nov 2023

ຄລິກແຊຣ໌ 0 Facebook WhatsApp

 

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ 19/ກມສພ ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ ກະຊວງອົງການກ່ຽວຂ້ອງໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຍອດອູ ແຂວງຜົ້ງສາລີ ເພື່ອຕິດຕາມ ແລະ ໃຫ້ການກະຕຸກຊຸກຍູ້ສະພາບການພັດທະນາຂອງເມືອງດັ່ງກ່າວ ໃນວັນທີ 26 ພະຈິກ.
ໃຫ້ການຕ້ອນຮັບ ແລະ ຮ່ວມເຮັດວຽກຂອງ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງ ຜົ້ງສາລີ; ມີຄະນະນຳແຂວງ, ຄະນະນຳເມືອງຍອດອູ ເຂົ້າຮ່ວມ.

ທ່ານ ສົມຫວັງ ສຸມວິໄລ ເຈົ້າເມືອງຍອດອູ ໄດ້ລາຍງານສະພາບຈຸດພິເສດຂອງເມືອງໂດຍຫຍໍ້ ເຊິ່ງເມືອງຍອດອູ ເປັນເມືອງທີ່ຕັ້ງຢູ່ເໜືອສຸດຂອງປະເທດລາວ ຫ່າງຈາກເທສະບານແຂວງ 93 ກິໂລແມັດ, ສະພາບການດຳລົງຊີວິດຂອງປະຊາຊົນໄດ້ຖືເອົາ 6 ນະໂຍບາຍໃນການຈັດສັນອາຊີບໃຫ້ແກ່ປະຊາຊົນ ເຊັ່ນ: ຍົກສູງສະມັດຖະພາບເຂົ້ານາປີ, ປູກພືດ, ປູກຕົ້ນໄມ້ອຸດສາຫະກຳເປັນສິນຄ້າ, ລ້ຽງສັດ ແລະ ເຮັດການບໍລິການ ເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວສະແດງອອກໃນທົ່ວເມືອງມີບ້ານພົ້ນທຸກ 22 ບ້ານ ກວມເອົາ 28,95%, ມີຄອບຄົວພົ້ນທຸກ 3.362 ຄອບຄົວ ກວມ 52,73%, ຄອບຄົວພັດທະນາມີ 690 ຄອບຄົວ ກວມ 11,54%.


ພ້ອມນີ້, ເມືອງກໍມີຂໍ້ສະເໜີຈຳນວນໜຶ່ງຕໍ່ແຂວງ ແລະ ລັດຖະບານ ເພື່ອນຳໄປຄົ້ນຄວ້າພິຈາແກ້ໄຂ ເປັນຕົ້ນ ງົບປະມານເຂົ້າໃນການປັບປຸງພື້ນຖານໂຄງລ່າງຂອງເມືອງ ເຊັ່ນ: ປູຢາງເສັ້ນທາງຮ່ອມ, ກໍ່ສ້າງເສັ້ນທາງເວັ້ນ, ກໍ່ສ້າງຕ້ານຕາຝັ່ງເຈື່ອນ, ກໍ່ສ້າງນໍ້າປະປາ, ກໍ່ສ້າງຂົວນໍ້າອູ, ສ້າງຊົນລະປະທານ ແລະ ອື່ນໆ.
ຈາກນັ້ນ, ທ່ານ ບຸນແກ້ວ ຄຳມີໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນລານຕຸ້ຍ ກໍໄດ້ຂຶ້ນລາຍງານສະພາບຂອງດ່ານສາກົນລານຕຸ້ຍ ເຊິ່ງໄດ້ສ້າງຕັ້ງປີ 1989, ຫ່າງຈາກເທສະບານແຂວງໃໝ່ ( ເມືອງບຸນເໜືອ ) ປະມານ 150 ກິໂລແມັດ, ມີຊາຍແດນຕິດຈອດກັບ ສປ ຈີນ, ດ່ານເຊິ່ງໜ້າແມ່ນດ່ານເມືອງຄັງ ສປ ຈີນ.

ປັດຈຸບັນດ່ານສາກົນລານຕຸ້ຍ ໄດ້ປະກອບມີ 4 ຂະແໜງການ ຄື: ຂະແໜງ ຕມ , ຂະແໜງພາສີ, ຂະແໜງກັກກັນພືດ – ສັດ, ອາຫານ ແລະ ຢາ, ຂະແໜງບໍລິຫານ ມີພະນັກງານທັງໝົດ 25 ທ່ານ ແລະ ມີຂໍ້ສະເໜີຕໍ່ລັດຖະບານ ເພື່ອນຳໄປຄົ້ນຄວ້າພິຈາແກ້ໄຂ ເປັນຕົ້ນ ງົບປະມານບໍລິຫານດ່ານ, ຊ່ວຍເຈລະຈາທາງຝ່າຍຈີນ ໃນການອຳນວຍຄວາມສະດວກການນຳ ເຂົ້າ – ສົ່ງອອກສິນຄ້າກະສິກຳທີ່ປະຊາຊົນພາຍໃນແຂວງຜະລິດເອງ ເຊັ່ນ: ໝາກຖົ່ວ, ໝາກແໜ່ງ, ສາລີ, ໝາກເດືອຍ, ໝາກຂ່າ ແລະ ເຄື່ອງປ່າຂອງດົງ ເບື້ອງຈີນ ຍັງຈຳກັດການນຳເຂົ້າ.ພ້ອມນີ້ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດການບໍລິການທີ່ພັກລົດສິນຄ້າ, ສາງຝາກສິນຄ້າ ແລະ ຄ່ຽນຖ່າຍສິນຄ້າ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕໍ່ລັດຖະບານຈາກຜູ້ປະກອບການ.


ໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມວ່າ ເມືອງຍອດອູ ເປັນເມືອງໜຶ່ງທີ່ມີ ຄວາມຫຍຸ້ງຍາກ, ການສື່ສານສ່ວນໃຫຍ່ນຳໃຊ້ພາສາທ້ອງຖິ່ນ, ພ້ອມນີ້ ໃຫ້ຄະນະແຂວງ, ເມືອງ ກວດກາຄືນການຈັດສັນພູມລຳເນົາ ໂດຍແຍກພື້ນທີ່ການພັດທະນາ ແລະ ພື້ນທີ່ທາງຫຼວງແຫ່ງຊາດ ການຈັດສັນວິຊາອາຊີບໃຫ້ປະຊາຊົນ ເນັ້ນການຊຸກຍູ້, ສົ່ງເສີມການປູກພືດເປັນສິນຄ້າ ແລະ ປູກພືດທົດແທນການປູກຝິ່ນ ນຳໃຊ້ທ່າແຮງເມືອງ ເຂົ້າໃນການພັດທະນາເປັນຕົ້ນ ການປູກຊາ ແລະ ອື່ນໆ.
ພ້ອມນັ້ນ, ມອບໃຫ້ຂະແໜງກະສິກຳ ແລະ ປ່າໄມ້ ທົບທວນຄືນການຈັດຕັ້ງປະຕິບັດດຳລັດ 348 ວ່າດ້ວຍການຮັບຮອງບ້ານພົ້ນທຸກ; ສ່ວນການປັບປຸງພື້ນຖານໂຄງລ່າງ ໂດຍອີງໃສ່ສະພາບ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ຂອງປະເທດເຮົາ, ສະນັ້ນໃຫ້ແຂວງສັງລວມຂຶ້ນແຜນນຳໃຊ້ບ້ວງງົບປະມານປົກກະຕິຂອງແຂວງ ຫຼື ນໍາໃຊ້ງົບປະມານເກີນແຜນ ( ກໍລະນີທ້ອງຖິ່ນເກັບລາຍຮັບງົບປະມານໄດ້ເກີນແຜນ ) ໂດຍຈັດເປັນບຸລິມະສິດ.

ສຳລັບດ່ານສາກົນລານຕຸ້ຍ ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ເລື່ອງການບໍລິການ, ອຳນວຍຄວາມສະດວກ, ໃຫ້ມີຄວາມທັນສະໄໝ, ວ່ອງໄວ, ໂປ່ງໃສຂອງເຈົ້າໜ້າທີ່ໃນການກວດກາ ບົນຈິດໃຈຄວາມເສຍສະຫຼະ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ; ໃຫ້ກະຊວງການເງິນສົມທົບ ກະຊວງໂຍທາທິການ ແລະ ຂົນສົ່ງ ກວດກາຄືນການເກັບຄ່າບໍລິການສິນຄ້າໃນການຂົນສົ່ງ. ສຳລັບຂໍ້ສະເໜີຈຳນວນໜຶ່ງ ແມ່ນມອບໃຫ້ກະຊວງກ່ຽວຂ້ອງ ສົມທົບກັບອົງການປົກຄອງທ້ອງຖິ່ນ ປຶກສາຫາລືຮ່ວມກັນ ເພື່ອນຳເອົາບັນຫາຕ່າງໆທີ່ມີນຳມາແກ້ໄຂໄປແຕ່ລະຂັ້ນຕອນ ແລ້ວລາຍງານລັດຖະບານ ມີທິດຊີ້ນຳຕື່ມ.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ມອບເຄື່ອງຕ້ານໄພໜາວ ມີຜ້າຫົ່ມ ແລະ ເສື້ອກັນໜາວຈຳນວນໜຶ່ງໃຫ້ເມືອງຍອດອູ ເພື່ອໃຫ້ເມືອງນຳໄປມອບຕໍ່ໃຫ້ກັບປະຊາຊົນຜູ້ທີ່ຍັງຂາດເຂີນຢູ່ຫ່າງໄກສອກຫຼີກຕື່ມອີກ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ