ອິຕາລີ ຫ້າມຜະລິດ-ຈຳຫນ່າຍຊີ້ນສັດສັງເຄາະ

0
110

ສຳນັກຂ່າວຊິນຫົວລາຍງານວ່າ ອິຕາລີເປັນປະເທດທຳອິດທີ່ສັ່ງຫ້າມຜະລິດ, ຈຳຫນ່າຍ ແລະ ນຳເຂົ້າຊີ້ນສັດສັງເຄາະ (cultivated meat) ທີ່ຜະລິດດ້ວຍວິທີການເພາະລ້ຽງເຊວສັດໃນຫ້ອງແລັບ ແທນການຂ້າສັດ ເພື່ອນຳມາປຸງແຕ່ງເປັນອາຫານ.

ລັດຖະສະພາໄດ້ຮັບຮອງເອົາກົດ ຫມາຍ ວ່າດ້ວຍການຫ້າມຜະລິດ, ຈຳ ຫນ່າຍ ແລະ ນຳເຂົ້າຊີ້ນສັດສັງເຄາະ ເປັນທີ່ຮຽບຮ້ອຍ, ຫາກຜູ້ໃດລະເມີດຈະຖືກປັບໄຫມສູງສຸດ 60.000 ເອີໂຣ, ເຊິ່ງກົດຫມາຍດັ່ງກ່າວສ້າງຂຶ້ນໃນທ່າມກາງທີ່ປະເທດເຢຍລະມັນ, ແອັດສະປາຍ ກຳລັງລົງທຶນມະຫາສານໃນການວິໄຈເພື່ອປັບປຸງຂະບວນການຜະລິດຊີ້ນສັດສັງເຄາະ.

ແນວໃດກໍຕາມ ຫຼັງຈາກທີ່ກົດຫມາຍດັ່ງກ່າວຖືກຮັບຮອງຈາກສະພາອິຕາລີ ໄດ້ມີນັກວິເຄາະ ແລະ ຜູ້ສະຫນັບສະຫນູນການຜະລິດຊີ້ນສັດສັງເຄາະອອກມາໂຕ້ແຍ້ງວ່າ ການຜະລິດຊີ້ນສັດປະເພດດັ່ງກ່າວນີ້ ມີ ຄວາມຍືນຍົງກວ່າ ເນື່ອງຈາກສົ່ງຜົນກະທົບຕໍ່ສິ່ງແວດລ້ອມຫນ້ອຍກວ່າຈາກການລ້ຽງສັດໂດຍກົງ ອີກທັງອາດຈະມີຜົນປະໂຫຍດຕໍ່ສຸຂະພາບຫຼາຍກວ່າ ເນື່ອງຈາກຊີ້ນສັງເຄະບໍ່ຈຳເປັນຕ້ອງໃຊ້ຮໍໂມນ ແລະ ຢາປະຕິຊີວະນະ ແລະ ອາດຈະມີລາຄາຖືກກວ່າຊີ້ນສັດແບບດັ້ງເດີມ.

ໃນຂະນະທີ່ ລັດຖະມົນຕີກະຊວງກະສິດຳຂອງອິຕາລີເປີດເຜີຍວ່າ ການດຳເນີນການດັ່ງກ່າວ ມີເປົ້າຫມາຍເພື່ອປົກປ້ອງປະເພນີການປຸງແຕ່ງອາຫານຂອງອິຕາລີ ລວມທັງແຮງງານໃນຂະແຫນງກະສິກຳ ໂດຍສະເພາະແມ່ນການລ້ຽງສັດ ເຮັດໃຫ້ “ອິຕາລີເປັນປະເທດທຳອິດໃນໂລກທີ່ປອດໄພຈາກທາງສັງຄົມ ແລະ ເສດຖະກິດຂອງອາຫານສັງເຄາະ”.

LEAVE A REPLY

Please enter your comment!
Please enter your name here