ສະເຫຼີມສະຫຼອງວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

24 Nov 2023

ຄລິກແຊຣ໌ 0 Facebook WhatsApp

 

ພິທີສະເຫຼີມສະຫຼອງວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ( EVAW’s Day ) ຈັດຂຶ້ນວັນທີ 23 ພະຈິກ 2023 ທີ່ໂຮງແຮມດອນຈັນພາເລດ ເຂົ້າຮ່ວມໂດຍ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ), ທ່ານ ນາງ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດ ສຳນັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮ່ວມ.

ທ່ານ ນາງ ວັນນີ ແກ້ວໄຊຍະວົງ ກ່າວວ່າ: ການສະເຫຼີມສະຫຼອງວັນຕ້ານການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ເປັນອີກວັນໜຶ່ງທີ່ມີຄວາມໝາຍສໍາຄັນໃນທົ່ວໂລກ ກໍຄື ສປປ ລາວ ເຊິ່ງແນໃສ່ປູກຈິດສໍານຶກໃຫ້ແກ່ສັງຄົມເຖິງການກະທໍາຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເຊັ່ນ: ຄວາມຮຸນແຮງຕໍ່ຮ່າງກາຍ ຈິດໃຈ ທາງເພດ ແລະ ຮູບແບບອື່ນໆ, ສະນັ້ນ ອົງການສະຫະປະຊາຊາດ ( UN ) ໄດ້ຖືເອົາວັນທີ 25 ພະຈິກ ເປັນວັນຢຸດຕິ ຄວາມຮຸນແຮງຕໍ່ແມ່ຍິງສາກົນ ແລະ ເປັນມື້ທໍາອິດຂອງຂະບວນ 16 ວັນຕ້ານການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ເຊິ່ງແຕ່ລະປີຈະໄດ້ກຳນົດຫົວຂໍ້ການສະເຫຼີມສະຫຼອງທີ່ແຕກຕ່າງກັນ ສຳລັບປີ 2023 ນີ້ ສປປ ລາວ ໄດ້ກຳນົດເອົາຫົວຂໍ້ 16 ມື້ ຮ່ວມກັນລົງທຶນເພື່ອປ້ອງກັນ ແລະ ແກ້ໄຂການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.


ໃນແຕ່ລະປີມີແມ່ຍິງໃນທົ່ວໂລກ ຖືກກະທຳຄວາມຮຸນແຮງຢ່າງຫຼວງຫຼາຍ ບໍ່ວ່າຈະເປັນທາງດ້ານຮ່າງກາຍ ຈິດໃຈ ຫຼື ທາງເພດ ແລະ ຈໍານວນໜຶ່ງກໍເກີດຂຶ້ນກັບແຮງງານເຄື່ອນຍ້າຍທີ່ໄປເຮັດວຽກຢູ່ຕ່າງປະເທດ ເຊິ່ງກະຊວງ ຮສສ ກໍເຫັນໄດ້ຄວາມສຳຄັນຂອງວຽກງານດັ່ງກ່າວ ໃນໄລຍະຜ່ານມາໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ແລະ ອົງການຈັດຕັ້ງສາກົນຕ່າງໆໃນການໂຄສະນາເຜີຍແຜ່ ແລະ ຝຶກອົບຮົມວຽກງານຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຕິດພັນການເຄື່ອນຍ້າຍແຮງງານທີ່ຖືກຕ້ອງ ໂດຍແນໃສ່ອຳນາດການປົກຄອງຂັ້ນບ້ານ ເມືອງ ແລະ ແຂວງ ທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ ເຊິ່ງເປັນກິດຈະກຳທີ່ຈັດຕັ້ງປະຕິບັດໃນທຸກໆປີ.

ພ້ອມດຽວກັນນັ້ນ ກໍຍັງໄດ້ຮ່ວມກັບອົງການແຮງງານສາກົນ ພາຍໃຕ້ໂຄງການເຄື່ອນຍ້າຍແຮງງານແບບປອດໄພ ແລະ ຍຸຕິທຳ ໄດ້ຄົ້ນຄວ້າການແປຄວາມໝາຍຄຳສັບການເຄື່ອນຍ້າຍແຮງງານທີ່ເປັນມິດກັບສື່ ແຮງງານເຄື່ອນຍ້າຍເພດຍິງ ແລະ ການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງເປັນສະບັບພາສາລາວ ໂດຍແປມາຈາກສະບັບພາສາອັງກິດ ທີ່ຮວບຮວມໂດຍອົງການແຮງງານສາກົນ ແລະ ອົງການ UN Women ເພື່ອເປັນຂໍ້ແນະນໍາໃຫ້ແກ່ນັກຂ່າວ, ນັກຄົ້ນຄວ້າ, ຄູຝຶກ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ທີ່ດຳເນີນການຝຶກອົບຮົມ ຫຼື ຂຽນກ່ຽວກັບການເຄື່ອນຍ້າຍແຮງງານຂອງເພດຍິງ ແລະ ຜູ້ທີ່ຂຽນກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງໃນການເຄື່ອນຍ້າຍແຮງງານ ປັດຈຸບັນຢູ່ໃນຂັ້ນຕອນການຂໍອະນຸມັດນຳໃຊ້ຈາກຄະນະນຳກະຊວງ ຮສສ ຄາດວ່າຈະສາມາດເຜີຍແຜ່ ແລະ ແຈກຢາຍໃນຕົ້ນປີ 2024 ນີ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ