ແຂວງຜົ້ງສາລີ ເປີດງານຕະຫຼາດນັດການຄ້າຊາຍແດນ 3 ແຈ

23 Nov 2023

ຄລິກແຊຣ໌ 0 Facebook WhatsApp

 

ພິທີຈັດງານຕະຫຼາດນັດການຄ້າຊາຍແດນ 3 ແຈ ປະເທດ ລາວ – ຈີນ – ຫວຽດນາມ ຕິດພັນກັບເທສະການດື່ມນໍ້າຊາ ຄັ້ງທີ III ຢູ່ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນຕອນແລງວັນທີ 22 ພະຈິກ 2023 ທີ່ເດີ່ນສວນສາທາລະນະຂອງແຂວງ ທີ່ເມືອງບຸນເໜືອ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ.

ມີບັນດາທ່ານການນຳຈາກເມືອງຈຽງເຊີນ, ເມືອງຫຼ້າ ແຫ່ງ ສປ ຈີນ; ຕົວແທນສະມາຄົມທຸລະກິດຊາວຫວຽດນາມ ປະຈຳແຂວງຜົ້ງສາລີ, ຄະນະຜູ້ແທນຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ບັນດາທ່ານເຈົ້າເມືອງ – ຮອງເຈົ້າເມືອງ 7 ເມືອງທົ່ວແຂວງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ກ່ອນເປີດພິທີ ໄດ້ຮັບຊົມການສະແດງສິລະປະ – ວັນນະຄະດີຈາກໜ່ວຍສິລະປະສູນວັດທະນະທໍາເດັກ ພະແນກ ຖວທ ແຂວງ ແລະ ສິລະປະຈາກໂຮງຮຽນ ມສ ເທສະບານເມືອງບຸນເໜືອ ເຊິ່ງແຕ່ລະບົດໄດ້ສະແດງເຖິງມູນເຊື້ອຄວາມສາມັກຄີ ພິເສດ ແລະ ການຄ້າຂອງ 3 ແຈປະເທດ ລາວ – ຈີນ – ຫວຽດນາມ ທີ່ມີມາແຕ່ດຶກດໍາບັນຈົນເຖິງປັດຈຸບັນ.


ທ່ານ ທະນູຄໍາ ປິດຈະວົງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຜົ້ງສາລີ ກ່າວວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ແຕ່ປີ 2021 – 2025 ເປັນຕົ້ນວຽກງານການສົ່ງເສີມການຜະລິດເປັນສິນຄ້າ ທີ່ຕິດພັນກັບນະໂຍບາຍການຄ້າຊາຍແດນທີ່ ສປປ ລາວ ເປັນພາຄີໃຫ້ປາກົດຜົນຕົວຈິງບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນຂອງປະຊາຊົນເຂດຊາຍແດນໃຫ້ນັບມື້ກວ້າງຂວາງ, ຕໍ່ເນື່ອງ ແລະ ຍືນຍົງ; ສຳລັບກິດຈະກຳງານວາງສະແດງສິນຄ້າທ່າແຮງ, ຜະລິດຕະພັນຊົນເຜົ່າ ແລະ ສິນຄ້າໂອດ໋ອບຂອງບັນດາແຂວງພາກເໜືອຂອງ ສປປ ລາວ ແລະ ຈາກ 2 ແຂວງຂອງ ສປ ຈີນ ແລະ ສສ ຫວຽດນາມ ເຊິ່ງປະກອບມີສິນຄ້າກະສິກຳ, ອຸດສາຫະກຳ, ເຄື່ອງຫັດຖະກໍາ, ເຄື່ອງອຸປະໂພກ, ບໍລິໂພກທີ່ເປັນເອກະລັກຂອງປະຊາຊົນບັນດາເຜົ່າແຕ່ລະເຂດແຄວ້ນ ລວມທັງໝົດມີ 67 ຮ້ານ; ໃນນີ້ ຮ້ານບໍລິການນໍ້າຊາ 10 ຮ້ານ, ສິນຄ້າໂອດ໋ອບ ແລະ ສິນຄ້າທ່າແຮງ 7 ຮ້ານ, ຮ້ານຂາຍສິນຄ້າທົ່ວໄປ 15 ຮ້ານ ແລະ ຮ້ານຕະຫຼາດນັດເຄື່ອນທີ່ 35 ຮ້ານ.


ທ່ານ ຄຳຜອຍ ວັນນະສານ ໄດ້ກ່າວເປີດພິທີວ່າ: ຕະຫຼອດໄລຍະທີ່ຜ່ານມາຄະນະພັກ, ອໍານາດການປົກຄອງແຂວງ ໄດ້ຖືສໍາຄັນຕໍ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໂດຍສຸມໃສ່ການຈັດສັນອາຊີບຄົງທີ່ ຕິດພັນກັບການສົ່ງເສີມຜະລິດເປັນສິນຄ້າສົ່ງອອກ ແລະ ສົ່ງເສີມການປຸງແຕ່ງ 1 ເມືອງ 1 ຜະລິດຕະພັນ ( ODOP ). ມາຮອດປີ 2023 ໄດ້ສົ່ງເສີມການຜະລິດສິນຄ້າສົ່ງອອກບັນລຸ 8 ປະເພດ ແລະ ຜະລິດຕະພັນ ODOP ບັນລຸໄດ້ 27 ກາໝາຍ; ຜົນສໍາເລັດດັ່ງກ່າວແມ່ນຍ້ອນມີນະໂຍບາຍລວມຂອງພັກ – ລັດວາງອອກ, ດ້ວຍການເອົາໃຈໃສ່ຊີ້ນໍາ – ນໍາພາເຮັດຕົວຈິງຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ແລະ ການສະໜັບສະໜູນຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ ແລະ ການເຂົ້າຮ່ວມຂອງພາກສ່ວນເສດຖະກິດຕ່າງໆ.
ຈາກນັ້ນ, ຄະນະປະທານພິທີ ໄດ້ພ້ອມກັນຕັດແທບຜ້າ ເພື່ອເປີດງານຕະຫຼາດນັດຢ່າງເປັນທາງການ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ