ການສົ່ງອອກຂອງມຽນມາ ເດືອນເມສາ – ຕຸລາ ຫຼຸດລົງ

23 Nov 2023

ຄລິກແຊຣ໌ 0 Facebook WhatsApp

ເວບໄຊສຳນັກຂ່າວ gnlm.com.mm ຂອງມຽນມາ ລາຍງານວ່າ: ໃນ 7 ເດືອນຜ່ານມາ ( ເດືອນເມສາ ຫາ ເດືອນຕຸລາຂອງປີງົບປະມານປັດຈຸບັນ 2022 – 2023 ) ການສົ່ງອອກພາກການຜະລິດ ມີມູນຄ່າ 5,5 ຕື້ໂດລາ ຫຼຸດລົງ 1,45 ຕື້ໂດລາ ເມື່ອທຽບກັບ ໄລຍະດຽວກັນຂອງປີງົບປະມານການເງິນທີ່ຜ່ານມາ. ການສົ່ງອອກເສື້ອຜ້າສຳເລັດຮູບ ຢູ່ໃນອັນດັບ 1 ໃນບັນດາສິນຄ້າສົ່ງອອກ 10 ອັນດັບທໍາອິດ ລວມເຖິງແກ໊ສທໍາມະຊາດ ແລະ ແຮ່ທາດ.

ມຽນມາ ຂົນສົ່ງຜົນຜະລິດກະສິກຳ, ຜະລິດຕະພັນຈາກສັດ, ແຮ່ທາດ, ຜະລິດຕະພັນປ່າໄມ້ ແລະ ສິນຄ້າອຸດສາຫະກຳສຳເລັດຮູບໃຫ້ກັບຄູ່ຄ້າຕ່າງປະເທດ. ໃນຂະນະທີ່ນໍາເຂົ້າສິນຄ້າທຶນ ( ສິ່ງກໍ່ສ້າງ ແລະ ເຄື່ອງມືກົນຈັກ ), ສິນຄ້າຂັ້ນກາງ ( ສິນຄ້າ ແລະ ບໍລິການ ທີ່ຊື້ໄປເພື່ອນໍາໄປເປັນປັດໄຈໃນການຜະລິດສິນຄ້າຊະນິດອື່ນ ), ວັດຖຸດິບທີ່ນໍາເຂົ້າໂດຍວິສາຫະກິດຊຸມຊົນ ( CMP ) ແລະ ສິນຄ້າອຸປະໂພກ – ບໍລິໂພກ.

ການດຳເນີນຍຸດທະສາດການສົ່ງອອກແຫ່ງຊາດ ( NES ) ປີ 2020 – 2025 ເພື່ອສະໜັບສະໜູນການສົ່ງອອກຂອງມຽນມາ ເຊິ່ງມີພາກສ່ວນທີ່ສຳຄັນ ປະກອບດ້ວຍຜະລິດຕະພັນກະສິກຳ, ເຄື່ອງນຸງຫົ່ມ ແລະ ເຄື່ອງແຕ່ງກາຍ, ອຸປະກອນອຸດສາຫະກຳ ແລະ ເອເລັກໂຕຣນິກ, ການຈັດການຄຸນນະພາບບໍລິການຂໍ້ມູນການຄ້າ, ນະວັດຕະກຳ ແລະ ພາກຜູ້ປະກອບການ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ