ໃນວັນທີ 22 ພະຈິກ 2023 ທີ່ ຫໍປະຊຸມແຫ່ງຊາດ ໄດ້ມີພິທີສະເຫຼີມສະຫຼອງ 50 ປີ ຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດສຳລັບເດັກ ໃຫ້ກຽດເປັນປະທານໂດຍທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ນາງ ດຣ ເພຍ ເຣເບີໂລ ບຣິດໂຕ ຫົວໜ້າອົງການ ອຸຍນີເຊັບ ປະຈຳ ສປປ ລາວ, ມີບັນດາທ່ານລັດຖະມົນຕີ, ປະທານ, ຮອງລັດຖະມົນຕີ, ຮອງປະທານ ອົງການທຽບເທົ່າກະຊວງ,ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ເອກອັກຄະລັດຖະທູດ ປະເທດເພື່ອນມິດ ປະຈຳ ສປປ ລາວ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.

ທ່ານສອນໄຊ ສີພັນດອນກ່າວໃນພິທີເປີດງານວ່າ: ມາຮອດປະຈຸບັນຂະແໜງການສຶກສາ ໄດ້ມີບາດກ້າວຂະຫຍາຍດີສົມຄວນ ເປັນຕົ້ນ: ອັດຕາເຂົ້າຮຽນສຸດທິ ໃນຊັ້ນປະຖົມສຶກສາ ຈາກ 40% ໃນປີ 1973 ໄດ້ເພີ່ມຂຶ້ນຫຼາຍກວ່າ 95% ໃນປັດຈຸບັນ, ພ້ອມກັບການເພີ່ມຂຶ້ນຂອງຈຳນວນໂຮງຮຽນປະຖົມຂອງລັດ ຈາກ 3,600 ເພີ່ມມາເປັນ 9,000 ກວ່າແຫ່ງເເລ້ວ. ທີ່ພິເສດໄປກວ່ານັ້ນ, ກໍາລັງການສິດສອນໄດ້ເພີ່ມຂຶ້ນຈາກ 8,000 ຄົນ ມາເປັນ 33,799 ຄົນ, ປັດຈຸບັນນີ້ ສ່ວນຫຼາຍໄດ້ຜ່ານການຝຶກອົບຮົມຢ່າງເປັນລະບົບແລ້ວໄປຄຽງຄູ່ກັບການເຕີບໂຕດ້ານປະລິມານດັ່ງກ່າວ, ສປປ ລາວ ໄດ້ສຸມໃສ່ການຍົກສູງຄຸນນະພາບການສຶກສາ ໂດຍຜ່ານການສ້າງຄູ-ອາຈານ, ປັບປຸງຫຼັກສູດ ແລະການເຊື່ອມໂຍງເຕັກໂນໂລຊີການສຶກສາໃໝ່ໆ. ນອກຈາກນັ້ນ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໄດ້ຖືກຍົກລະດັບໃຫ້ເທົ່າທຽມສາກົນ; ປັດຈຸບັນນີ້, ອັດຕາເຂົ້າຮຽນສຸດທິຂອງເດັກຍິງ-ຊາຍ ເທົ່າກັບ 95% ໃນລະດັບປະຖົມ.

ສ່ວນຂະແໜງສາທາລະນະສຸກ ທ່ານນາຍົກກ່າວວ່າ: ໄດ້ມີຄວາມຄືບໜ້າຫລາຍດ້ານເປັນຕົ້ນ ຈາກທີ່ມີໂຮງໝໍພຽງ 16 ແຫ່ງ, ໂຮງໝໍນ້ອຍ 6 ແຫ່ງ ແລະຈຸດຈຳໜ່າຍຢາ 148 ແຫ່ງ ໃນປີ 1973, ສປປ ລາວ, ໃນປັດຈຸບັນ, ມີໂຮງໝໍແຂວງ 18 ແຫ່ງ ແລະ ໂຮງໝໍນ້ອຍ 1.075 ແຫ່ງ ພ້ອມດ້ວຍໂຮງໝໍຊຸມຊົນ ແລະສູນກາງ. ຈຳນວນບຸກຄະລາກອນ ໃນຂະແໜງສາທາລະນະສຸກ ກໍມີການຂະຫບາຍຕົວເຊັ່ນດຽວກັນ; ຈາກທ່ານໝໍ 12 ຄົນໃນປີ 1976 ມາເປັນທ່ານໝໍ 4.336 ຄົນ, ຜະດຸງຄັນ 3.728 ຄົນ ແລະພະຍາບານ 4.577 ຄົນໃນປັດຈຸບັນນີ້. ຜົນໄດ້ຮັບນີ້ ແມ່ນເປັນຄວາມກ້າວໜ້າທີ່ສຳຄັນໃນການຫຼຸດອັດຕາການຕາຍຂອງແມ່ ຈາກ 905 ຄົນຕໍ່ 100.000 ຄົນ ໃນປີ 1990 ຫຼຸດລົງມາເປັນພຽງແຕ່ 126 ຄົນ ໃນປີ 2022 ແລະການຕາຍຂອງເດັກນ້ອຍຈາກ 170 ຄົນຕໍ່ 1.000 ຄົນ ຫຼຸດລົງມາເປັນພຽງ 46 ຄົນຕໍ່ 1.000 ຄົນ. ອັດຕາການປົກຄຸ້ມ ການສັກຢາພູມຄຸ້ມກັນ ໄດ້ເພີ່ມຂຶ້ນຈາກຕໍ່າກວ່າ 30% ເປັນຫຼາຍກວ່າ 90%, ສໍາລັບພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ ເປັນສ່ວນຫລາຍ.

ການຈັດຕັ້ງປະຕິບັດ ຂອບການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະອົງການ ອຸຍນີເຊັບ ໄລຍະ 2002 -2006 ໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາ ຂອງ ສປປ ລາວ, ໃນນັ້ນ ການລິເລີ່ມໂຄງການປົກປ້ອງເດັກ ໄດ້ຍົກລະດັບຄວາມເຂົ້າໃຈ ກ່ຽວກັບບັນຫາການປົກປ້ອງເດັກ ເພີ່ມຂຶ້ນ ແລະ ເຮັດໃຫ້ການແກ້ໄຂບັນຫາທີ່ສໍາຄັນມີຄວາມຄຶບໜ້າດີຂຶ້ນເຊັ່ນ: ການໃຊ້ຄວາມຮຸນແຮງຕໍ່ເດັກ, ໄດ້ມີການສໍາຫຼວດການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ລະດັບຊາດ ແລະໄດ້ອອກນິຕິກໍາ ເພື່ອກຳນົດຂອບກົດຫມາຍທີ່ເຂັ້ມແຂງເພື່ອປົກປ້ອງເດັກ. ການເປີດໂຕ ແຜນຈັດຕັ້ງປະຕິບັດແຫ່ງຊາດ ຄັ້ງທຳອິດ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ເເກ່ລະບົບປົກປ້ອງເດັກ ໃນເດືອນມັງກອນ ປີ 2023 ນີ້ ໄດ້ເຮັດໃຫ້ ສປປ ລາວ ກາຍເປັນປະເທດໜຶ່ງໃນພາກພື້ນ ທີ່ມີການວາງແຜນປົກປ້ອງເດັກຢ່າງຮອບດ້ານ. ມາຮອດປັດຈຸບັນ, ເຄືອຂ່າຍກ່ຽວກັບການປົກປ້ອງເດັກ ໄດ້ຖືກສ້າງຕັ້ງຂຶ້ນ ຈຳນວນ 3.004 ເຄືອຄ່າຍ, ຄະນະກໍາມະການປະສານງານ ດ້ານຄວາມຍຸຕິທໍາຂອງເດັກນ້ອຍໄດ້ຖືກສ້າງຕັ້ງຂຶ້ນ ແລະການຊ່ວຍເຫຼືອທາງດ້ານກົດຫມາຍ ແລະການບໍລິການຄວາມຫຼາກຫຼາຍຂອງຊຸມຊົນໄດ້ຮັບການຂະຫຍາຍກວ້າງຂວາງອອກ.

ຄຽງຄູ່ກັບ ຜົນສຳເລັດ ແລະ ຄວາມຄືບໜ້າດັ່ງກ່າວ ພວກເຮົາກໍ່ຍັງພົບຂໍ້ຫຍຸ້ງຍາກ ແລະສີ່ງທ້າທາຍຫຼາຍດ້ານເປັນຕົ້ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງເຮັດໃຫ້ພວກເຮົາມີຄວາມຈໍາກັດທາງດ້ານ ທຶນຮອນ ເພື່ອການພັດທະນາ. ຄວາມຫຍຸ້ງຍາກ ເຫລົ່ານີ້ ໄດ້ຮັບຜົນກະທົບຈາກສະພາບເສດຖະກິດໂລກ ມີການທົດຖອຍ, ລາຄານໍ້າມັນ ແລະ ລາຄາສະບຽງອາຫານ ໃນໂລກມີທ່າອ່ຽງເພີ່ມຂຶ້ນ ເຮັດໃຫ້ ທຸກປະເທດໃນໂລກ ບໍ່ວ່າຈະເປັນປະເທດທີ່ພັດທະນາ, ກຳລັງພັດທະນາ ແລະ ປະເທດດ້ອຍພັດທະນາ ລວມທັງ ສປປ ລາວ ພວກເຮົາ ກໍ່ລ້ວນແລ້ວແຕ່ ປະເຊີນກັບວິກິດການດັ່ງກ່າວ ໃນລະດັບທີ່ແຕກຕ່າງກັນ ເຊິ່ງຂຶ້ນກັບຄວາມສາມາດຂອງແຕ່ລະປະເທດ ທີ່ຈະຮັບມືກັບ ແລະ ແກ້ໄຂໃຫ້ທັນການ ແລະ ມີປະສິດທິພາບ ແລະ ປະສິດທິຜົນ.