ພາກລັດ – ເອກະຊົນ ຫາລືສົ່ງເສີມການລົງທຶນ

22 Nov 2023

ຄລິກແຊຣ໌ 0 Facebook WhatsApp

 

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 21 ເພື່ອຮ່ວມກັນປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນ.
ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 21 ພະຈິກ 2023 ທີ່ໂຮງແຮມແລນມາກ ເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຄ, ທ່ານ ນາງ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ແລະ ທ່ານ ນາງ ມິແຊວ ເອົ້າລໍ ອຸປະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ໂດຍມີຜູ້ເຂົ້າຮ່ວມຈາກກະຊວງ, ກົມກອງ ແລະ ພະແນກການຕ່າງໆ, ສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກພາກເອກະຊົນ ແລະ ບັນດາສະມາຄົມທຸລະກິດພາຍໃນ ແລະ ຕ່າງປະເທດ.


ທ່ານ ບຸນເຖິງ ດວງສະຫວັນ ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດທີ່ເອື້ອອຳນວຍໃຫ້ແກ່ການແກ້ໄຂຂໍ້ຫຍຸ້ງຍາກ ແບະ ສິ່ງທ້າທ້າຍດ້ານເສດຖະກິດມະຫາພາກຂອງ ສປປ ລາວ ໃນປັດຈຸບັນ.
ທ່ານ ບຸນເຖິງ ກ່າວວ່າ: ໃນຊຸມປີຜ່ານມາ, ພວກເຮົາໄດ້ຈັດຕັ້ງປະຕິບັດການປັບປຸງໃນຫຼາຍດ້ານ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ທຸລະກິດ. ແຕ່ເຖິງຢ່າງໃດກໍຕາມ ຍັງມີອີກຫຼາຍກິດຈະກຳທີ່ຕ້ອງໄດ້ຈັດຕັ້ງປະຕິບັດ ເພື່ອສົ່ງເສີມ ຄວາມຫຼາກຫຼາຍທາງເສດຖະກິດ ແລະ ຫຼຸດຜ່ອນການເອື່ອຍອີງໃສ່ຂະແໜງຊັບພະຍາກອນທຳມະຊາດໃນການຂັບເຄື່ອນການເຕີບໂຕທາງດ້ານເສດຖະກິດ.

ທ່ານນາງ ເອົ້າລໍ ໄດ້ກ່າວວ່າ: ກອງປະຊຸມໃນມື້ນີ້ ແມ່ນມີຄວາມສຳຄັນຫຼາຍໃນການສະໜັບສະໜູນລັດຖະບານ ໃນການຂ້າມຜ່ານບັນດາສິ່ງທ້າທາຍທາງເສດຖະກິດ ແລະ ຫາຜົນປະໂຫຍດໃນໂອກາດໃໝ່ ເພື່ອກຽມພ້ອມໃນການເປັນປະທານອາຊຽນ ໃນປີ 2024. ສ. ອາເມຣິກາ ແລະ ຄູ່ຮ່ວມພັດທະນາມີ ຄວາມມຸ່ງໝັ້ນທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບລັດຖະບານລາວ ເພື່ອຊ່ວຍເຫຼືອບັນດາທຸລະກິດພາຍໃນ ແລະ ຕ່າງປະເທດໃຫ້ປະສົບຜົນສຳເລັດ, ສ້າງວຽກເຮັດງານທຳ ແລະ ສືບຕໍ່ເສີມຂະຫຍາຍເສດຖະກິດລາວໃນອະນາຄົດ.


ທ່ານ ນາງ ອີນາ ມາຈູລໍນີແຕ ກ່າວວ່າ: ໜ່ວຍງານຂະແໜງການຄ້າ ແລະ ພາກທຸລະກິດ ໄດ້ສ້າງໂອກາດໃຫ້ພວກເຮົາໄດ້ເຮັດວຽກຮ່ວມກັນຢ່າງມີປະສິດທິຜົນ ເພື່ອຊ່ວຍພວກເຮົາກຳນົດນະໂຍບາຍ ແລະ ຍຸດທະສາດການຊ່ວຍເຫຼືອ ເພື່ອແກ້ໄຂອຸປະສັກທີ່ທຸລະກິດພົບພໍ້ ໂດຍຄຳນຶງເຖິງຄຳຄິດເຫັນຂອງທຸກພາກສ່ວນທີ່ກ່ຽວຂ້ອງ.

ກອງປະຊຸມແບ່ງເປັນ 2 ພາກ ແລະ ປຶກສາຫາລືທັງໝົດ 2 ຫົວຂໍ້ ຄື:
1). ການຂາດແຮງງານທີ່ມີວິຊາການສະເພາະດ້ານໃນຕະຫຼາດແຮງງານລາວ.
2). ຜົນການສຶກສາ ແລະ ຂໍ້ສະເໜີແນະໂດຍລວມຈາກເອກະສານສະເໜີຄໍາເຫັນ ໂດຍຄະນະບໍລິຫານຈາກສະພາການຄ້າເອີຣົບ ແລະ ຜົນການສຳຫຼວດຮ່ວມຂອງສະພາການຄ້າຕ່າງປະເທດ ກ່ຽວກັບການລົງທຶນຕ່າງປະເທດໃນ ສປປ ລາວ.
ພາກທີ 2 ເນັ້ນໃສ່ການນຳສະເໜີກ່ຽວກັບຄວາມຄືບໜ້າໃນການປັບປຸງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ແລະ ບັນຊີຄວບຄຸມ ແລະ ຄວາມຄືບໜ້າການປັບປຸງຂັ້ນຕອນການອອກອະນຸຍາດດຳເນີນທຸລະກິດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ