ກະຊວງ ອຄ ປະກາດການຈັດຕັ້ງ ພະນັກງານນຳພາຄຸ້ມຄອງ ຂັ້ນຫົວໜ້າກົມ 7 ພາກສ່ວນ

13

 

ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ໄດ້ປະກາດແຕ່ງຕັ້ງພະນັກງານ 7 ພາກສ່ວນ ເພື່ອສ້າງການຫັນປ່ຽນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

ວັນທີ 16 ພະຈິກ 2023 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງຂັ້ນຫົວໜ້າກົມ ສໍາລັບ 7 ພາກສ່ວນ ທີ່ຂຶ້ນກັບກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍປະກອບມີ ຫ້ອງການກະຊວງ, ກົມຊັບສິນທາງປັນຍາ, ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກົມການຄ້າພາຍໃນ, ກົມອຸດສາຫະກໍາ, ສະຖາບັນອຸດສາຫະກໍາ ແລະ ການຄ້າ.


ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໃຫ້ການໂອ້ລົມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາຫົວໜ້າ – ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນ, ສະມາຊິກພັກ – ພະນັກງານຫຼັກແຫຼ່ງ, ຜູ້ຕາງໜ້າຈາກ ບໍລິສັດ – ລັດວິສາຫະກິດ ທີ່ຂຶ້ນກັບກະຊວງ ອຄ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມດ້ວຍບັນດາທ່ານຫົວໜ້າ – ຮອງຫົວໜ້າຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃນ 7 ພາກສ່ວນ ມີດັ່ງນີ້:
1. ທ່ານ ປອ. ບົວວັນ ວິລະວົງ ເປັນຫົວໜ້າຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ.
2. ທ່ານ ພູວຽງ ພົງສາ ເປັນຫົວໜ້າກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ.
3. ທ່ານ ວິທູນ ສິດທິມໍລະດາ ເປັນຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ.
4. ທ່ານ ສັນຕິສຸກ ພູນສະຫວັດ ເປັນຫົວໜ້າກົມການຄ້າພາຍໃນ.
5. ທ່ານ ສໍາລີ ບຸດສະດີ ເປັນຫົວໜ້າກົມອຸດສາຫະກໍາ.
6. ທ່ານ ວຽງສະຫວ່າງ ທິບພະວົງ ເປັນຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ.
7. ທ່ານ ໄຊສົມເພັດ ນໍລະສິງ ເປັນຫົວໜ້າກົມຊັບສິນທາງປັນຍາ.