ສະເໜີຮ່າງກົດໝາຍວ່າດ້ວຍ ການຮັກສາ ສຸຂະພາບຂັ້ນຕົ້ນ

12

 

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍ ການຮັກສາສຸຂະພາບຂັ້ນຕົ້ນ ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 15 ພະຈິກ 2023.


ທ່ານ ບຸນແຝງ ພູມມະໄລສິດ ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຂະແໜງການສາທາລະນະສຸກ ໄດ້ນໍາໃຊ້ນະໂຍບາຍຮັກສາສຸຂະພາບຂັ້ນຕົ້ນ ສະບັບລົງວັນທີ 4 ກຸມພາ 2000 ເຊິ່ງມີການປັບປຸງ ໃນປີ 2019 ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຮັກສາສຸຂະພາບຂັ້ນຕົ້ນ ເຊິ່ງນະໂຍບາຍດັ່ງກ່າວ ໄດ້ກໍານົດກ່ຽວກັບກິດຈະກຳ ແລະ ວຽກງານປິ່ນອ້ອມ ການຮັກສາສຸຂະພາບຂັ້ນຕົ້ນ, ຄະນະກຳມະການ, ອົງການຄຸ້ມຄອງ, ທີມງານດ້ານວິຊາການ ແລະ ບຸກຄົນທີ່ຮັບຜິດຊອບກ່ຽວກັບ ວຽກງານຮັກສາສຸຂະພາບຂັ້ນຕົ້ນ. ພ້ອມກັນນັ້ນ ຍັງມີກົດໝາຍວ່າດ້ວຍ ການອະນາໄມ ແລະ ສົ່ງເສີມສຸຂະພາບ ມາດຕາ 47 ໄດ້ກໍານົດກ່ຽວກັບ ການສົ່ງເສີມການຮັກສາສຸຂະພາບຂັ້ນຕົ້ນ, ຄຳແນະນໍາ ກ່ຽວກັບອາສາສະໝັກ ສາທາລະນະສຸກບ້ານ, ຄູ່ມືການສ້າງບ້ານສາທາລະນະສຸກແບບຢ່າງທັງໝົດເຫຼົ່ານັ້ນໄດ້ເປັນແນວທາງ ແລະ ບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າວຽກງານຮັກສາສຸຂະພາບຂັ້ນຕົ້ນ ຍັງມີບັນຫາ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍໃນວຽກງານດັ່ງກ່າວ ເປັນຕົ້ນເງື່ອນໄຂໃນການເຂົ້າເຖິງການບໍລິການດ້ານສຸຂະພາບຂອງປະຊາຊົນ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານຍັງບໍ່ມີຄວາມສະດວກ, ຄວາມຮັບຮູ້ ແລະ ການເປັນເຈົ້າການຂອງປະຊາຊົນຕໍ່ການຮັກສາສຸຂະພາບ ຍັງບໍ່ສູງ, ພະນັກງານທີ່ເຮັດວຽກຮັກສາສຸຂະພາບຂັ້ນຕົ້ນ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນພຽງພໍກັບຄວາມຕ້ອງການ, ຄວາມຮັບຜິດຊອບຂອງຄະນະກຳມະການຮັກສາສຸຂະພາບຂັ້ນບ້ານ ຍັງບໍ່ທັນຈະແຈ້ງ ແລະ ການເຮັດວຽກຍັງມີລັກຊະນະຊໍ້າຊ້ອນກັນ ລວມທັງຈຳນວນ ອສບ ກໍຍັງບໍ່ພຽງພໍ ແລະ ບໍ່ລວມສູນ ເຊິ່ງຍັງຂຶ້ນກັບວິຊາການສາຍຕັ້ງ. ພ້ອມນີ້, ການຕິດຕາມ ກວດກາ, ການປະເມີນຜົນ ແລະ ໃຫ້ບໍລິການວຽກງານປິ່ນອ້ອມ ຍັງບໍ່ເປັນລະບົບ, ຕໍ່ເນື່ອງ, ການຊຸກຍູ້ສົ່ງເສີມ ແລະ ການຮ່ວມມືຈາກຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານຮັກສາສຸຂະພາບຂັ້ນຕົ້ນຍັງມີຂອບເຂດຈຳກັດ.

ຕໍ່ກັບບັນຫາດັ່ງກ່າວ, ກະຊວງສາທາລະນະສຸກ ຈຶ່ງໄດ້ສະເໜີສ້າງກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ເຂົ້າໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX ( 2021 – 2025 ) ເພື່ອເປັນເຄື່ອງມືຕົ້ນຕໍໃນການຈັດຕັ້ງປະຕິບັດວຽກງານຮັກສາສຸຂະພາບຂັ້ນຕົ້ນໃຫ້ບັນລຸບັນດາຕົວຊີ້ບອກ ທີ່ສະພາແຫ່ງຊາດຮັບຮອງ, ບັນລຸການປົກຄຸມສຸຂະພາບທົ່ວປວງຊົນ ໃນປີ 2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030 ໂດຍບໍ່ປະປ່ອຍໃຜຜູ້ໜຶ່ງ ໄວ້ເບື້ອງຫຼັງ.

ຮ່າງກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ສະບັບສ້າງໃໝ່ ປະກອບມີ XI ພາກ 6 ໝວດ 78 ມາດຕາ, ພາຍຫຼັງຮ່າງກົດໝາຍສະບັບນີ້ ຖືກຮັບຮອງ ແລະ ມີຜົນບັງຄັບໃຊ້ ຈະເປັນບ່ອນອີງອັນສຳຄັນໃນການເຄື່ອນໄຫວວຽກງານການຮັກສາສຸຂະພາບຂັ້ນຕົ້ນ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ, ມີຄວາມເປັນລະບົບ, ຄ່ອງຕົວ, ມີປະສິດທິພາບ ແລະ ປະສິດທິຜົນ, ທັງເຮັດໃຫ້ລະບົບສາທາລະນະສຸກຂັ້ນຮາກຖານ ມີຄວາມເຂັ້ມແຂງ, ກົນໄກໃນການຄຸ້ມຄອງ, ຕິດຕາມ ກວດກາ ແລະ ພັດທະນາ ໄດ້ຮັບການປັບປຸງ ແລະ ພັດທະນາ ໃຫ້ມີຄຸນນະພາບດີຂຶ້ນ.