ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດ DeepMind ເຊິ່ງເປັນບໍລິສັດພັດທະນາປັນຍາປະດິດ ຫຼື AI (Artificial Intelligence Labs) ຂອງ ບໍລິສັດ Alphabet ເຊິ່ງເປັນບໍລິສັດແມ່ຂອງກູເກິລ (Google) ໄດ້ພັດທະນາ GraphCast ໂມເດວ AI ທີ່ສາມາດພະຍາກອນອາກາດໄດ້ຢ່າງແມ່ນຢຳລ່ວງ 10 ວັນ ໃຊ້ເວລາບໍ່ເຖິງ 1 ນາທີ.
GraphCast ໂມເດວ AI ຊ່ວຍພະຍາກອນອາກາດຮູບແບບໃໝ່ ມີຄວາມແມ່ນຢຳສູງ ເປັນຜົນງານການວິໄຈຂອງ Google DeepMind research unit ໄດ້ເປີດຊອສໂຄດແລ້ວໃນ GitHub ໂດຍ GraphCast ຫຼື GNN ເປັນລະບົບ Neural Network ທີ່ໃຊ້ການປະມວນຜົນແບບ Graph ໃນການເຊື່ອມໂຍງຂໍ້ມູນ ຖືກ ເທຣນດ້ວຍຂໍ້ມູນສະພາບອາກາດຈາກ European Centre for Medium-Range Weather Forecasts (ECMWF) ທີ່ເກັບຮວບຮວມມາຕະຫຼອດໄລຍະ 40 ກວ່າປີຜ່ານມາ.
ເຮັດໃຫ້ໄດ້ໂມເດວສຳລັບພະຍາກອນອາກາດທີ່ມີປະສິດທິພາບສູງ GraphCast ຮອງຮັບການພະຍາກອນອາກາດລ່ວງໜ້າ 10 ວັນ ໄດ້ຢ່າງແມ່ນຢຳ ໂດຍສາມາດຄາດຄະເນອຸນຫະພູມ, ຄວາມຊຸ່ມ ແລະ ຄວາມໄວຂອງລົມໄດ້ຢ່າງລະອຽດ ເມື່ອນຳມາປຽບທຽບກັບການພະຍາກອນອາກາດທີ່ນິຍົມໃຊ້ ເຊັ່ນ: HRES ແລ້ວ GraphCast ໃຫ້ຄວາມແມ່ນຢຳສູງກວ່າ.
ລາຍງານລະບຸວ່າ: GraphCast ຍັງສາມາດປະເມີນສະຖານະການລະດັບໄພພິບັດໄດ້ໄວກວ່າວິທີການເດີມ.