ບຸນທາດຫຼວງປີນີ້ ຈະຈັດຂຶ້ນ 23 – 27 ພະຈິກ

10

ບຸນນະມັດສະການພະທາດຫຼວງ ປະຈຳປີ 2023 ຈະຈັດຂຶ້ນລະຫວ່າງ 23 – 27 ພະຈິກ ທີ່ຈະມາເຖິງນີ້ ໂດຍຈະມີຫຼາກຫຼາຍກິດຈະກໍາ. ພິເສດພາຍໃນງານຍັງຈະມີພິທີປະກາດເປີດປີທ່ອງທ່ຽວລາວ.

อาจเป็นรูปภาพของ 1 คน และ แท่นบรรยาย

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ໃນວັນທີ 11 ພະຈິກ 2023 ວ່າ: ບຸນນະມັດສະການພະທາດຫຼວງປີນີ້, ນອກຈາກຈະໄດ້ເນັ້ນໃສ່ກິດຈະກຳທາງສາສະໜາທີ່ເປັນຮີດຄອງປະເພນີອັນດີງາມແລ້ວ ຍັງເນັ້ນໃສ່ການສົ່ງເສີມ, ດຶງດູດການທ່ອງທ່ຽວ ເພື່ອເຮັດໃຫ້ບຸນປີນີ້ມີສີສັນ ແລະ ເປັນທີ່ປະທັບໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວຊົມງານບຸນບໍ່ຜິດຫວັງກັບເມືອ ເປັນຕົ້ນແມ່ນການຕົກແຕ່ງສະຖານທີ່ບໍລິເວນຈັດງານ ຢູ່ບຸນນະມັດສະການພະທາດຫຼວງ ທີ່ສະແດງໃຫ້ເຫັນເປັນເອກະລັກ, ວັດທະນະທຳ ແລະ ສວຍງາມຢູ່ຫຼາຍຈຸດ ນັບແຕ່ຮອບນອກ, ຮອບໃນ ແລະ ຈຸດສຳຄັນຕ່າງໆ ເພື່ອໃຫ້ຄົນທີ່ເຂົ້າມາທ່ຽວຊົມໄດ້ຖ່າຍຮູບ.

อาจเป็นรูปภาพของ 1 คน และ วัด

ນອກນີ້, ຍັງຈະມີການປະກວດຮ້ອງເພງນັກຮ້ອງສຽງດີ ເພື່ອສົ່ງເສີມການສ້າງສິລະປິນຮຸ່ນໃໝ່ ອອກຮັບໃຊ້ສັງຄົມໃຫ້ຫຼາຍ. ຄະນະກຳມະການຍັງ ໄດ້ຫ້າງຫາກະກຽມ ຈັດສັນລົດຂົນສົ່ງມວນຊົນເຂົ້າຊົມໃນງານແບບບໍ່ເສຍຄ່ານັບຕັ້ງແຕ່ລົດເມ, ລົດບໍລິການແທັກຊີສີຟ້າ, ລົດກອກກອກ ແນໃສ່ໃຫ້ການສັນຈອນບໍ່ແອອັດ ໂດຍການກຳນົດຈຸດຮັບ – ສົ່ງແຕ່ລະຈຸດ.

ຄະນະກຳມະການຈັດງານ ໄດ້ອອກລະບຽບ ໂດຍສະເພາະການຫ້າມໃຊ້ເຄື່ອງສຽງ ສຳລັບປີນີ້ແມ່ນມີຄວາມຈຳກັດ ເຊິ່ງໄດ້ອະນຸຍາດໃຫ້ນຳໃຊ້ເຄື່ອງສຽງຂະໜາດໃຫຍ່ ມີຂອງຄະນະກຳມະການເວທີກາງ, ໂທລະໂຄ່ງ ປະຈຳງານສ່ວນຜູ້ປະກອບການຊາວຄ້າຂາຍ ແມ່ນສາມາດໃຊ້ເຄື່ອງສຽງໄມຫ້ອຍແອວ, ປາກເລີ ແບບມືຖື, ໄມ ລຳໂພງ 1 ໜ່ວຍ ແບບບໍ່ມີເບດ, ແອມ. ສຳລັບຮ້ານຄ້າຂາຍ ທີ່ຕ້ອງການນຳໃຊ້ເຄື່ອງສຽງຂະໜາດໃຫຍ່ ຈະຕ້ອງໄດ້ຈ່າຍຄ່າລົງທະບຽນ 5 ລ້ານກີບ ເພື່ອຄວບຄຸມເຄື່ອງສຽງຕາມຄວາມເໝາະສົມຂອງຮ້ານ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຍັງຮຽກຮ້ອງໃຫ້ສັງຄົມ, ພໍ່ແມ່ປະຊາຊົນ ມີສ່ວນຮ່ວມນຳກັນໃນການ ເປັນເຈົ້າພາບທີ່ດີ ເພື່ອຕ້ອນຮັບປີທ່ອງທ່ຽວລາວ ແລະ ກອງປະຊຸມ ສຸດຍອດອາຊຽນ ແລະ ກອງປະຊຸມທີ່ປິ່ນອ້ອມທີ່ສຳຄັນ ຕ່າງໆ ເຊັ່ນ: ການແຕ່ງກາຍ ມານະມັດສະການພະທາດຫຼວງ ເພດຍິງຕ້ອງນຸ່ງສິ້ນ, ເສື້ອສຸພາບ ຫຼື ໃສ່ຊຸດປະເພນີ, ເກົ້າຜົມບ່ຽງແພໄປແຕ່ບ້ານ ຍິ່ງຈະເປັນການດີ. ສຳລັບທ່ານຊາຍ ກໍໃຫ້ໃສ່ສຸພາບຮຽບຮ້ອຍ; ການຮັກສາຄວາມສະອາດ, ຖິ້ມຂີ້ເຫຍື້ອໃສ່ຖັງຕາມບ່ອນກຳນົດ, ປະຕິບັດຂໍ້ຫ້າມຕ່າງໆຢ່າງເຂັ້ມງວດ. ສ່ວນການຂາຍເຄື່ອງໃຫ້ໄປຕາມເຂດທີ່ຄະນະກຳມະການຈັດສັນ ເປັນຕົ້ນແມ່ນລໍ້ຍູ້ຂາຍເຄື່ອງ, ເຂົ້າຫຼາມ, ປີ້ງໄກ່ຕ່າງໆ ຕ້ອງໄປຕາມເຂດທີ່ຄະນະຈັດສັນໄວ້.