ວັນທີ 7 ພະຈິກ ນີ້ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຮຸນ ແຂວງອຸດົມໄຊ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ, ສິນຄ້າປອມແປງ ແລະ ສິນຄ້ານອກລະບົບ ຂຶ້ນຢ່າງເປັນທາງການທີ່ເດີ່ນກິລາເມືອງຮຸນ. ພາຍໃຕ້ການເປັນປະທານຂອງ ທ່ານ ໄລພອນ ລິດຕະວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງຮຸນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທັງນີ້ແມ່ນປະຕິບັດຕາມແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 1186/ອຄ, ລົງວັນທີ 26 ກໍລະກົດ 2023 ວ່າດ້ວຍການເພີ່ມທະວີເອົາໃຈໃສ່ຕິດຕາມ, ກວດກາການຄ້າ, ສິນຄ້ານອກລະບົບ ແລະ ການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄຸ້ມຄອງການຄ້າ.
ທ່ານ ສຸດາລັດ ຂະນີແກ້ວ ຮັກສາການຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຮຸນ ລາຍງານໃຫ້ຮູ້ວ່າ: ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຮຸນ ໄດ້ລົງກວດກາສິນຄ້າໝົດອາຍຸ, ສິນຄ້າປອມແປງ ແລະ ສິນຄ້ານອກລະບົບໃນເດືອນມີນາ ແລະ ເດືອນຕຸລາ 2023 ຢູ່ບັນດາຫ້າງຮ້ານຂາຍເຄື່ອງຍົກ-ຮ້ານຂາຍເຄື່ອງຍ່ອຍ ແລະ ຮ້ານຈຳໜ່າຍອາໄຫຼ່ລົດພາຍໃນເມືອງພົບເຫັນສິນຄ້າໝົດອາຍຸ, ສິນຄ້າປອມແປງ ແລະ ສິນຄ້ານອກລະບົບທັງໝົດ ຈຳນວນ 11 ລາຍການຄື: ນໍ້າມັນເຄື່ອງຮອນດ້າຂອງປອມຈຳນວນ 83 ຕຸກ, ໂສ້ຈັກສະຕິນ 2 ເສັ້ນ, ອາຫານສຳເລັດຮູບ 8 ລາຍການ, ເຂົ້າໜົມແຄມປັດໂລຕັດ 2 ລາຍການ, ເລົາປືນແກັບ 1 ອັນ ແລະ ລູກຫວ່ານເບີ 4 ຈຳນວນ 35 ກິໂລ.
ລວມມູນຄ່າທັງໝົດ 10.142.000 (ສິບລ້ານໜຶ່ງແສນສີ່ສິບສອງພັນກີບ). ຈາກນັ້ນຄະນະຮັບຜິດຊອບກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບເລກທີ 452/ມຮ, ລົງວັນທີ 20 ຕຸລາ 2023 ວ່າດ້ວຍການອະນຸຍາດໃຫ້ທຳລາຍສິນຄ້າໝົດອາຍຸ, ສິນຄ້າປອມແປງ ແລະ ສິນຄ້ານອກລະບົບ ແລະ ບັນດາຜູ້ເຂົ້າຮ່ວມແມ່ນໄດ້ພ້ອມກັນນຳເອົາເຄື່ອງດັ່ງກ່າວໄປຈູດທຳລາຍຖິ້ມ.
ຂ່າວ-ພາບ: ເກດສະໜາ