ເພື່ອປົກປ້ອງ ແລະ ສົ່ງເສີມການຜະລິດພາຍໃນ ທົດແທນການນຳເຂົ້າສິນຄ້າໃຫ້ມີ ຄວາມເຂັ້ມແຂງທ່າມກາງເສດຖະກິດມີຄວາມຫຍຸ້ງຍາກ. ສະມາຊິກສະພາແຫ່ງຊາດ ( ສສຊ ) ໄດ້ຕັ້ງຄຳຊັກຖາມຕໍ່ກັບບັນຫາດັ່ງກ່າວ ໂດຍເນັ້ນໃຫ້ລັດຖະບານອອກມາດຕະການ ເພື່ອຈໍາກັດການນໍາເຂົ້າສິນຄ້າ.
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ການອອກມາດຕະການເພື່ອຈໍາກັດການນໍາເຂົ້າສິນຄ້າ ແມ່ນສາມາດເຮັດໄດ້ ແຕ່ຕ້ອງໄດ້ມີການສຶກສາລະອຽດເງື່ອນໄຂຕ່າງໆທີ່ອະນຸຍາດໃຫ້ມີການຈໍາກັດ ໂດຍອົງການການຄ້າໂລກ ແລະ ສັນຍາກັບປະເທດຄູ່ຄ້າ. ພ້ອມກັນນີ້ ກໍຕ້ອງມີຂໍ້ມູນຊັດເຈນ ແລະ ມີການວິເຄາະຜົນກະທົບຕໍ່ຕົ້ນທຶນການຜະລິດ, ຕໍ່ການສະໜອງສິນຄ້າ, ຕໍ່ລາຄາສິນຄ້າ ແລະ ຕໍ່ມາດຕະການຕອບໂຕ້ຕ່າງໆຈາກຄູ່ຄ້າ.
ສຳລັບການຄຸ້ມຄອງອອກໃບອະນຸຍາດນຳເຂົ້າ ແລະ ສົ່ງອອກສິນຄ້າ ແມ່ນພາລະບົດບາດຂອງບັນດາຂະແໜງກ່ຽວຂ້ອງເປັນຜູ້ຄຸ້ມຄອງ ເຊັ່ນ: 1) ກະຊວງກະສິກໍາ ແລະ ປ່າໄມ້ ຄຸ້ມຄອງການນໍາເຂົ້າປະເພດ ສັດ ແລະ ຜະລິດຕະພັນສັດ, ອາຫານສັດ, ຢາປາບສັດຕູພືດ, ຝຸ່ນ; 2). ກະຊວງສາທາລະນະສຸກ ຄຸ້ມຄອງປະເພດ ອາຫານ ແລະ ຢາ; ກະຊວງພະລັງງານ ແລະ ບໍ່ແຮ່ ຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ໄຟຟ້າ; 3). ກະຊວງອຸດສາຫະກໍາ ແລະ ການຄ້າ ຄຸ້ມຄອງການນໍາເຂົ້າປະເພດນໍ້າມັນເຊື້ອໄຟ, ອາຍແກັດ, ພາຫະນະ, ໄມ້ ແລະ ເຂົ້າກິນ; 4). ສໍາລັບສິນຄ້ານໍາເຂົ້າທົ່ວໄປ ແມ່ນເຈົ້າໜ້າທີ່ປະຈໍາດ່ານເປັນຜູ້ອະນຸມັດນໍາເຂົ້າ.
ສຳລັບມາດຕະການເພື່ອຄຸ້ມຄອງການນຳເຂົ້າໃນຕໍ່ໜ້າ ມີດັ່ງນີ້:
1). ສືບຕໍ່ສົມທົບກັບທະນາຄານ ແຫ່ງ ສປປ ລາວ ໃນການລົງທະບຽນ 100 ບໍລິສັດ ຈຸດສຸມຫົວໜ່ວຍຕິດຕາມຂອງລັດຖະບານ ໂດຍສະເພາະແມ່ນກິດຈະການນໍາເຂົ້າ – ສົ່ງອອກ ໄດ້ແກ່: ໄຟຟ້າ, ແຮ່ທາດ, ຢາສູບ, ເຄື່ອງດື່ມທີ່ມີທາດເຫຼົ້າ, ໄມ້ ແລະ ຜະລິດຕະພັນໄມ້, ຊິ້ນສ່ວນ ແລະ ອຸປະກອນເອເລັກໂຕຣນິກ, ເຄື່ອງອຸປະກອນໄຟຟ້າ ໃຫ້ສໍາເລັດພາຍໃນເດືອນຕຸລາ 2023.
2). ນຳໃຊ້ລະບົບລົງທະບຽນ ແລະ ຄຸ້ມຄອງຖານຂໍ້ມູນ ຜູ້ນຳເຂົ້າ – ສົ່ງອອກ ໄດ້ສໍາເລັດ ແລະ ເປີດນໍາໃຊ້ ໃນວັນທີ 1 ພະຈິກ 2023 ແລະ ຈະສືບຕໍ່ພັດທະນາໃຫ້ລະບົບແຈ້ງເຕືອນ ກໍລະນີທີ່ມີການແຈ້ງນໍາເຂົ້າໂດຍບໍລິສັດທີ່ບໍ່ໄດ້ລົງທະບຽນ ແລະ ບໍ່ມີຊື່ໃນຖານຂໍ້ມູນ ແມ່ນຈະບໍ່ສາມາດດຳເນີນການແຈ້ງນຳເຂົ້າສິນຄ້ານຳເຈົ້າໜ້າທີ່ພາສີໄດ້. ພ້ອມດຽວກັນ, ກະຊວງອຸດສາຫະກຳ ແລະ ການຄ້າ ຍັງຈະໄດ້ເຊື່ອມຕໍ່ລະບົບລົງທະບຽນ ແລະ ຄຸ້ມຄອງຖານຂໍ້ມູນຜູ້ນຳເຂົ້າ – ສົ່ງອອກ ເຂົ້າກັບລະບົບຄຸ້ມຄອງ ແລະ ຕິດຕາມກະແສເງິນຊຳລະກັບຕ່າງປະເທດ ( Capital Flow Management System – CMS ) ທີ່ທະນາຄານ ແຫ່ງ ສປປ ລາວ ພວມດຳເນີນການພັດທະນາ.
3). ອອກແຈ້ງການກ່ຽວກັບມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ເພື່ອຈຳກັດການນຳເຂົ້າ.
4). ຄົ້ນຄວ້າໂຄງປະກອບການນໍາເຂົ້າສິນຄ້າ ເພື່ອກໍານົດປະເພດສິນຄ້ານໍາເຂົ້າ ທີ່ຈະສາມາດຜະລິດທົດແທນການນໍາເຂົ້າ.
5). ສົມທົບພາກສ່ວນກ່ຽວຂ້ອງ ກໍານົດນິຍາມ ແລະ ຂະຫຍາຍກອບຂອງລາຍການສິນຄ້າຟຸ່ມເຟືອຍໄປຫາປະເພດສິນຄ້າອື່ນຕື່ມ ແລະ ອອກມາດຕະການເພື່ອຈໍາກັດການນໍາເຂົ້າ.
6). ສົມທົບກັບຂະແໜງການເງິນ ແລະ ພາກສ່ວນກ່ຽວຂ້ອງຄົ້ນຄວ້າຄືນອັດຕາພາສີ – ອາກອນ ແລະ ມາດຕະການຈໍາກັດການນໍາເຂົ້າ ເພື່ອປົກປ້ອງອຸດສາຫະກໍາພາຍໃນ ແລະ ສ້າງການແຂ່ງຂັ້ນເປັນທີ່ຍຸຕິທໍາ.
7). ສົມທົບຂະແໜງການກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ກໍານົດໂກຕານໍາເຂົ້າ ແລະ ລະບົບອອກໃບອະນຸຍາດນໍາເຂົ້າ ເພື່ອຈໍາກັດປະລິມານສິນຄ້ານໍາເຂົ້າບາງປະເພດທີ່ຈໍາເປັນ.
8). ປັບປຸງລະບຽບການ ແລະ ຂອດຂັ້ນການຄ້າ, ການລົງທຶນ ແລະ ການດໍາເນີນທຸລະກິດ ເພື່ອສ້າງຄວາມສະດວກໃຫ້ແກ່ການຜະລິດພາຍໃນ.
9). ຊຸກຍູ້, ສົ່ງເສີມການຖ່າຍທອດເຕັກໂນໂລຊີ ແລະ ຄວາມຮູ້ຂອງບໍລິສັດຕ່າງປະເທດ ໃຫ້ແກ່ຜູ້ຜະລິດພາຍໃນດ້ວຍການສົ່ງເສີມການຮ່ວມມື ແລະ ຮ່ວມທຶນ.
10). ສົ່ງເສີມການພັດທະນາອຸດສາຫະກໍາ ແລະ ນິຄົມອຸດສາຫະກໍາ ເພື່ອຄຸ້ມຄອງ, ພັດທະນາ, ໃຊ້ພື້ນຖານໂຄງລ່າງຮ່ວມ ແລະ ສ້າງຕ່ອງໂສ້ການຜະລິດ – ການສະໜອງ ເພື່ອເພີ່ມຄວາມສາມາດແຂ່ງຂັ້ນໃຫ້ແກ່ຜູ້ຜະລິດພາຍໃນ.
11). ສືບຕໍ່ປັບປຸງ, ພັດທະນາ ແລະ ບັງຄັບໃຊ້ມາດຕະການ ແລະ ການຢັ້ງຢືນຄຸນນະພາບສິນຄ້າແຫ່ງຊາດ ໃຫ້ໃກ້ຄຽງ ແລະ ທຽບເທົ່າມາດຕະຖານສາກົນ.
12). ສົມທົບກັບກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ກໍານົດນະໂຍບາຍຈັດຊື້ ທີ່ໃຫ້ບຸລິມະສິດແກ່ສິນຄ້າທີ່ຜະລິດພາຍໃນ ເພື່ອສ້າງຕະຫຼາດສົ່ງເສີມການຜະລິດພາຍໃນ.
13). ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອສ້າງຂະບວນການ ເພື່ອສ້າງຈິດສໍານຶກ ແລະ ໂຄສະນາໃຫ້ກັບສັງຄົມຫັນມາຊື້ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນ ເພື່ອສົ່ງເສີມການຜະລິດພາຍໃນ.
14). ເຈລະຈາສັນຍາການຄ້າສອງຝ່າຍ ກັບປະເທດຄູ່ຄ້າທີ່ເຮົາຂາດດຸນການຄ້າຫຼາຍ ເພື່ອໃຫ້ໄດ້ດຸນການຄ້າທີ່ດີຂຶ້ນ ແລະ ໄດ້ເງື່ອນໄຂທີ່ດີຕໍ່ຜູ້ຜະລິດພາຍໃນ.
15). ຄົ້ນຄວ້າ ແລະ ແກ້ໄຂບັນຫາຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນ ໃນເງື່ອນໄຂທີ່ດີ ທີ່ຜູ້ຜະລິດພາຍໃນທີ່ມີຄວາມອາດສາມາດແຂ່ງຂັນກັບສິນຄ້ານໍາເຂົ້າ.
ນອກຈາກນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ຈະສືບຕໍ່ ແລະ ແລກປ່ຽນກັບຂະແໜງການ, ຜູ້ປະກອບການຜະລິດ ແລະ ສສຊ ເພື່ອສືບຕໍ່ປັບປຸງບັນດາມາດຕະການທີ່ກ່າວມານີ້ ໃຫ້ສອດຄ່ອງກັບສະພາບ ຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.