ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການຮ່ວມມືສະວິດ ໄດ້ລົງນາມເຊັນສັນຍາເພື່ອການພັດທະນາໂຄງການຄຸ້ມຄອງທີ່ດິນ ແລະ ການລົງທຶນແບບຍືນຍົງສໍາລັບຊີວິດການເປັນຢູ່ທີ່ຍືດຍຸ່ນຕໍ່ກັບການປ່ຽນແປງດິນຟ້າອາກາດ ແລະ ເປັນການສະເຫຼີມສະຫຼອງ ຄົບຮອບ 60 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະພັນສະວິດ.
ໃນວັນທີ 3 ພະຈິກ 2023 ໄດ້ມີການເຊັນສັນຍາ ໂຄງການຮ່ວມມືຢ່າງເປັນທາງການຂຶ້ນທີ່ ກະຊວງກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ. ສັນຍາດັ່ງກ່າວ ມີມູນຄ່າ 4,5 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນການສົ່ງເສີມການຄຸ້ມຄອງທີ່ດິນ ແລະ ການລົງທຶນທີ່ຍືນຍົງ ສໍາລັບຊີວິດການເປັນຢູ່ທີ່ຍືດຍຸ່ນຕໍ່ກັບການປ່ຽນແປງດິນຟ້າອາກາດ.
ໂຄງການຄຸ້ມຄອງທີ່ດິນ ແລະ ການລົງທຶນທີ່ຍືນຍົງ ສຳລັບຊີວິດການເປັນຢູ່ ທີ່ຍືດຍຸ່ນຕໍ່ກັບການປ່ຽນແປງດິນຟ້າອາກາດ ຫຼື SLMIC ນີ້ ມີເປົ້າໝາຍເພື່ອຊ່ວຍລັດຖະບານ ແຫ່ງ ສປປ ລາວ ໃນການຍົກສູງການຄຸ້ມຄອງທີ່ດິນ, ສົ່ງເສີມການລົງທຶນທີ່ມີຄຸນນະພາບໃນການຄຸ້ມຄອງທີ່ດິນທີ່ຍືນຍົງ ແລະ ຍົກສູງ ຄວາມຮູ້ ຂີດຄວາມສາມາດ ແລະ ຂະບວນການ ເພື່ອຜົນປະໂຫຍດຂອງຊຸມຊົນທີ່ມີ ຄວາມສ່ຽງສູງ.
ພິທີລົງນາມມີຂຶ້ນລະຫວ່າງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກັບ ທ່ານ ເປໂດ ວາສ໌ເລັນ ( Mr. Pedro Zwahlen ) ເອກອັກຄະລັດຖະທູດ ປະເທດສະວິດ ປະຈຳຣາຊະອານາຈັກໄທ, ຣາຊະອານາຈັກ ກໍາປູເຈຍ ແລະ ສປປ ລາວ. ໂດຍມີບັນດາຜູ້ຕາງໜ້າຈາກ ກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງການຕ່າງປະເທດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່, ມະຫາວິທະຍາໄລແຫ່ງຊາດ, ຜູ້ຕາງໜ້າຈາກປະເທດສະວິດ ແລະ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ເພັດ ພົມພິພັກ ກ່າວວ່າ: ໂຄງການນີ້ແມ່ນສອດຄ່ອງກັບຍຸດທະສາດການພັດທະນາກະສິກຳ ຮອດປີ 2025 ແລະ ວິໄສທັດ 2030 ຂອງລັດຖະບານ, ທ່ານໄດ້ເນັ້ນເຖິງຄວາມສຳຄັນຂອງໂຄງການຄຸ້ມຄອງທີ່ດິນ ແລະ ການລົງທຶນທີ່ຍືນຍົງ ສຳລັບຊີວິດການເປັນຢູ່ທີ່ຍືດຍຸ່ນຕໍ່ກັບການປ່ຽນແປງດິນຟ້າອາກາດ ຕໍ່ກັບການພັດທະນາເສດຖະກິດ – ສັງຄົມ ແລະ ການຮັບປະກັນການຄຸ້ມຄອງທີ່ດິນທີ່ຍືນຍົງຂອງປະເທດ.