ສຳນັກຂ່າວ AFP ລາຍງານວ່າ The Washington Post ສື່ຍັກໃຫຍ່ ແລະ ເກົ່າແກ່ຂອງສະຫະລັດອາເມຣິກາກຽມປົດພະນັກງານລົງ 10%, ໃນນີ້ ຄາດວ່າ ມີນັກຂ່າວຈະຖືກປົດອອກຈາກຕຳແຫນ່ງປະມານ 940 ຄົນ.
ວໍຊິງຕັນໂພສ ຄາດການວ່າ ໃນປີນີ້, ບໍລິສັດອາດຈະຂາດທຶນປະມານ 100 ລ້ານໂດລາ ເຊິ່ງຄະນະຜູ້ບໍລິຫານຂອງບໍລິສັດໄດ້ພະຍາຍາມຫຼຸດຄ່າໃຊ້ຈ່າຍລົງແລ້ວ ແຕ່ກໍຍັງຂາດທຶນ ຈຶ່ງຈຳເປັນປົດພະນັກງານລົງອີກ, ທ່າມກາງວິກິດຂອງອຸດສາຫະກຳສື່ ທີ່ປະເຊີນກັບລາຍໄດ້ຈາກການໂຄສະນາຫຼຸດລົງຢ່າງຕໍ່ເນື່ອງ ແລະ ຄວາມຫນ້າເຊື່ອຖືຂ່າວຫຼຸດລົງ, ຕະຫຼອດຮອດການພັດທະນາເຕັກໂນໂລຊີປັນຍາປະດິດ (AI) ທີ່ເຂົ້າມາປ່ຽນແປງພຶດຕິກຳການບໍລິໂພກຂໍ້ມູນຂ່າວສານຂອງຜູ້ບໍລິໂພກ.
ເດິວໍຊິງຕັນໂພສ ເປັນສື່ຍັກໃຫຍ່ຂອງອາເຣິກາ ສ້າງຕັ້ງຂຶ້ນໃນປີ 1877 ແລະ ເຄີຍໄດ້ຮັບລາງວັນຕ່າງໆມາຫຼາຍຄັ້ງ.