ເຂັນສັນຍາຈັດສົ່ງແຮງງານລາວໄປເຮັດວຽກຢູ່ຍີ່ປຸ່ນໃນ 5 ຂົງເຂດວຽກງານ

0
315

ແນໃສ່ສ້າງວຽກເຮັດງານທຳ, ສ້າງລາຍໄດ້ ແລະຜັນຂະຫຍາຍການຮ່ວມມືລາວ-ຍີ່ປຸ່ນ ເວົ້າເພາະກໍຄື ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໂດຍເຫັນໄດ້ເຖິງຄວາມໝາຍ ຄວາມສຳຄັນຂອງວຽກງານພັດທະນາສີມື, ທັກສະ ແລະ ການສົ່ງເສີມການມີວຽກເຮັດງານທຳຂອງແຮງງານລາວຂອງກຸ່ມເປົ້າໝາຍສະໜອງກຳລັງແຮງງານລາວທີ່ມີຄຸນນະພາບໃຫ້ແກ່ຕະຫຼາດແຮງງານຢູ່ ໄລຍະ 2024-2025 ໃຫ້ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍ, ໃຫ້ມີລາຍຮັບທີ່ດີກັບຄອບຄົວ ພ້ອມທັງພັດທະນາປະເທດຊາດໄປພ້ອມໆກັນ.

May be an image of 12 people and text
ໃນວັນທີ 31 ຕຸລາ 2023 ທີ່ຜ່ານມາຈຶ່ງໄດ້ມີພິທີເຊັນບົດບັນທືກການຮ່ວມມືລະຫວ່າງ ບໍລິສັດ ສອນພະສັກ ບໍລິການຈັດຫາງານ ຈຳກັດຜູ້ດຽວ ແລະ Japan Planning Cooperative. ໃນການຈັດສົ່ງແຮງງານລາວໄປເຮັດວຽກໃນຂົງເຂດ ໂຮງງານການຜະລິດ, ຊ່າງສ້ອມແປງ, ພະນັກງານເຮັດຄວາມສະອາດໂຮງແຮມ, ພະນັກງານງານຊ່ວຍຄົວຢູ່ຮ້ານອາຫານ ແລະ ກະສິກຳ ຢູ່ປະເທດຢີ່ປຸ່ນ. ໂດຍເປັນກຽດເຂົ້າຮວ່ມໂດຍ ທ່ານ ສຸລິຍາ ຄຳວົງສາ ຮອງກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) , ພ້ອມຄະນະວິຊາການທີ່ກຽ່ວຂ້ອງເຂົ້າຮວ່ມ.

May be an image of 7 people, dais and text
ການຮ່ວມມືຄັ້ງນີ້ແມ່ນເພື່ອ ຊຸກຍູ້ ແລະ ສົ່ງເສີມການຮ່ວມມື ລະຫວ່າງ ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດຜູ້ດຽວ ແລະ Japan Planning Cooperative ໃນການພັດທະນາສີມືແຮງງານ, ຈັດສົ່ງແຮງງານໄປເຮັດວຽກຢູ່ປະເທດຢີ່ປຸ່ນ ຕາມນະໂຍບາຍ, ຫຼັກການ, ຂັ້ນຕອນ ແລະ ລະບຽບການ. ທັງສອງຝ່າຍຈຶ່ງຕົກລົງເຫັນດີເປັນເອກະພາບກັນກຳນົດຂົງເຂດກັນຮ່ວມມືກັນດັ່ງນີ້:

ພ້ອມກັນເຜີຍແຜ່, ຈັດຕັ້ງຜັນຂະຫຍາຍນິຕິກຳ ລະບຽບກົດໝາຍກ່ຽວກັບ ວຽກງານພັດທະນາສີມືແຮງງານ ແລະ ສົ່ງເສີມວຽກເຮັດງານທຳ; ຮ່ວມມືກັນພັດທະນາສີມືແຮງງານ ແລະ ສົ່ງເສີມວຽກເຮັດງານທຳ; ສະໜອງ, ແລກປ່ຽນຂໍ້ມູນຕຳແໜ່ງ, ຄວາມຕ້ອງການແຮງງານ, ຈຳນວນຜູ້ສໍາເລັດການຝຶກສີມືແຮງງານ ແລະ ຄວາມຕ້ອງການຝຶກສີມືແຮງງານ; ຮ່ວມມືກັນຝຶກ, ທົດສອບ ແລະ ພະນັກງານທີ່ຮັບຜິດຊອບເກັບກໍາຂໍ້ມູນ ຄວາມຕ້ອງການຝຶກ, ຈຳນວນຜູ້ວ່າງງານ, ຕໍາແໜ່ງວ່າງງານ ໂດຍຜ່ານການປຶກສາຫາລື ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ; ຮ່ວມມືກັນສ້າງພັດທະນາ, ປັບປຸງມາດຕະຖານສີມືແຮງງານ, ຫຼັກສູດຝຶກສີມືແຮງງານ ແລະ ສື່ການຮຽນ-ສອນໃນແຕ່ລະສາຂາອາຊີບ ຕາມຄວາມຕ້ອງການຂອງຕະຫຼາດແຮງງານ; ຮ່ວມມືກັນໃນການຈັດສົ່ງແຮງງານຈາກ ສປປລາວ ໄປເຮັດວຽກຢູ່ປະເທດຢີ່ປຸ່ນໃນຂົງເຂດ ໂຮງງານການຜະລິດ,ຊ່າງສ້ອມແປງ, ພະນັກງານເຮັດຄວາມສະອາດໂຮງແຮມ, ພະນັກງານງານຊ່ວຍຄົວຢູ່ຮ້ານອາຫານ ແລະ ກະສິກຳເປັນຕົ້ນ ດ້ວຍຄວາມຮັບຜິດຊອບແຕ່ລະຝ່າຍ.

May be an image of 7 people, dais and text
ພ້ອມນີ້, ບໍລິສັດ ສອນພະລັກ ບໍລິການຈັດຫາງານ ຈໍາກັດຜູ້ດຽວ ຈະໄດ້ຈັດຕັ້ງການຝຶກອົບຮົມ, ການຮຽນ-ການສອນດ້ານພາສາ, ວັດທະນາທໍາຂອງປະເທດຍີ່ປຸ່ນ, ນິຕິກຳ ແລະ ລະບຽບກົດໝາຍຕ່າງໆ ທີ່ກ່ຽວຂ້ອງໃຫ້ແຮງງານກ່ອນຈະສົ່ງໄປອອກແຮງງານຢູ່ປະເທດຢີ່ປຸ່ນ.ການພົວພັນທາງດ້ານນິຕິກຳຕ່າງໆ ຝ່າຍ ສປປລາວ ໃນການຈັດສົ່ງແຮງງານອອກໄປປະເທດຍີ່ປຸ່ນ ນຳອີກ. ສັນຍາຮ່ວມມື ສະບັບນີ້ ມີອາຍຸການ 02 ປີ ນັບແຕ່ວັນທີ 31/10/2023 ເຖິງວັນທີ 31/10/2025 ແລະ ສາມາດສືບຕໍ່ການຮ່ວມມືພາຍຫຼັງທີ່ຜົນການປະເມີນເປັນທີ່ພໍໃຈຂອງທັງສອງຝ່າຍ.

ບໍລິສັດ ສອນພະສັກ ບໍລິການຈັດຫາງານ ຈຳກັດຜູ້ດຽວ ມີສຳນັກງານຕັ້ງຢູ່: ບ້ານ ໂພນໄຊ, ເມືອງ ໄຊເຊດຖາ, ນະຄອນຫຼວງວຽງຈັນໂທລະສັບ: 020 9889 1999 ແລະ ບໍລິສັດ Japan Planning Cooperative (2nd floor) 21-1 Minamitacho,Matsuye City, Shimane Prefecture.

ຂໍ້ມູນຈາກ: ຂ່າວສານຮສສ

 

LEAVE A REPLY

Please enter your comment!
Please enter your name here