ເຮັດໄດ້ແລ້ວຕິດທັອບ 20 Miss Grand international ຕຸກຕາ ພິລາຄົງ

0
130

ໃນທີ່ສຸດນ້ອງກໍໄດ້ພິສູດຕົນເອງສໍາເລັດ ຜ່ານຜ່າທຸກກະແສດຣາມາ ໃນຕອນທໍາອິດທີ່ຮັບຕໍາແໜ່ງວ່າບໍ່ເໝາະສົມ ແຕ່ມື້ນີ້ ຕຸກຕາ ເພັດມະນີ ພິລາຄົງ Miss Grand Laos2023 ສາມາດຜ່ານເຂົ້າເຖິງທັອບ 20 ຄົນ ໃນ Miss Grand international 2023 ໄດ້ສໍາເລັດ ຊື່ນໃຈແທນແຟນໆອີ່ຫຼີ ຫຼັງຈາກຮອບ Final ໄດ້ຜ່ານໄປໃນຄໍ່າຄືນຂອງວັນທີ 25 ຕຸລານີ້ ງາມຈຶ້ງໃຈອີ່ຫຼີ ຕ້ອງຊົມເຊີຍນ້ອງທີ່ສຸດທີ່ເຮັດໄດ້ ເຖິງໄປບໍ່ເຖິງມົງໃຫຍ່ ແຕ່ກໍສາມາດເຮັດໃຫ້ຄໍາວ່າລາວ ເປັນທີ່ຮູ້ຈັກຫຼາຍຂຶ້ນ.

ມື້ນີ້ຂ່າວບັນເທີງພາທຸກຄົນມາຕິດຕາມການເຜີຍຄວາມຮູ້ສຶກຂອງນ້ອງຕຸກຕາ ພິລາຄົງ ກ່ອນຮອບຕັດສິນ ເຊິ່ງນ້ອງບອກວ່າ: “ ຄວາມໃນໃຈເຖິງທຸກຄົນ ມື້ນີ້ກໍແມ່ນມື້ຕັດສິນແລ້ວ ຕະຫຼອດໄລຍະເວລາ 1ເດືອນທີ່ຜ່ານມາ ນ້ອງໄດ້ປະຕິບັດໜ້າທີ່ເປັນຕົວແທນ ສາຍສະພາຍລາວ ຢ່າງເຕັມທີ່ທີ່ສຸດ ກ່ອນອື່ນຕຸກຕາເອງ ກໍຢາກຂໍຂອບໃຈ ທ່ານ ສາຍແກ້ວ ສີດາວົງ Saykeo Make ປະທານໂຄງການປະກວດ ທີ່ໄດ້ເລືອກນ້ອງ ແລະ ໃຫ້ໂອກາດຜູ້ຍິງທຳມະດາຄົນ1 ໄດ້ສວມໃສ່ສາຍສະພາຍລາວ ຂອບໃຈທີ່ເຫັນຫຍັງຫຼາຍຢ່າງໃນຕົວຜູ້ຍິງຄົນນີ້ ແລະ ໄດ້ປ່ຽນແປງຜູ້ຍິງຄົນນີ້ໄປຕະຫຼອດການ ເໝຶອນຄຳທີ່ອ້າຍເວົ້າວ່າ ຄວາມງາມສາມາດເສີມແຕ່ງໄດ້ ແຕ່ຄວາມຮູ້ຄວາມສາມາດ ການກ້າສະແດງອອກ ເປັນຄວາມງາມຈາກພາຍໃນສູ່ພາຍນອກ ທີ່ເປັນບໍລິບົດຂອງນາງງາມທີ່ແທ້ຈິງ ຈົ່ງເປັນຕົວຂອງນ້ອງເອງໃນເວີຊັນທີ່ດີທີ່ສຸດ.

ຂອບໃຈທີ່ຄອຍບອກສອນ ແລະ ຈັດກຽມທຸກຢ່າງໃຫ້ຂອບໃຈສະປອນເຊີທຸກທ່ານ ທີ່ໃຫ້ການສະໜັບສະໜູນ ຂອບໃຈແຟນນາງງາມທຸກຄົນ ທີ່ຄອຍສະໜັບສະໜູນ ສົ່ງແຮງເຊຍແຮງໃຈໃຫ້ຕະຫຼອດມາ ຂອບໃຈສື່ມວນຊົນ ສຳນັກຂ່າວຕ່າງໆ ທີ່ຄອຍນຳສະເໜີຂ່າວໃຫ້ ຂອບໃຈປະຊາຊົນລາວທຸກຄົນທີ່ຊ່ວຍກັນໂຫວດໃຫ້ ໂດຍການກົດໄລ້ກົດແຊຣ ໃຫ້ກຳລັງໃຈຕະຫຼອດມາ ຂອບໃຈແຟນນາງງາມໄທ ແລະ ຫວຽດນາມ ທີ່ສົ່ງຂອງຂວັນ ແລະ ອາຫານໃຫ້ໃນໄລຍະເກັບຕົວປະກວດ ຂອບໃຈເອື້ອຍລ້ຽງທີ່ເບິ່ງແຍງເປັນຢ່າງດີ ມື້ນີ້ບໍ່ວ່າຜົນຈະອອກມາເປັນແບບໃດ ນ້ອງກໍຍອມຮັບໃນການຕັດສິນໃຈຂອງກອງປະກວດ ວ່າເພິ່ນໄດ້ເລືອກຄົນທີ່ເໝາະສົມແລ້ວ ຄວາມພາກພູມໃຈຂອງນ້ອງກໍຄື ການທີ່ໄດ້ໄປຢືນຢູ່ເຖິງ ຄວາມຝັນທີ່ສູງສຸດ ຄື: ໄດ້ໃຊ້ນາມສະກຸນ Miss Grand Laos – ມີສແກຣນດ໌ລາວໄດ້ເຂົ້າເປັນຄອບຄົວກັບອົງກອນ Miss Grand International ທີ່ຄັ້ງ 1 ໃນຊີວິດໄດ້ຢືນຢູ່ເວທີອັນຊົງກຽດລະດັບໂລກ ”.

ຊົມເຊີຍນ້ອງອີກຄັ້ງທີ່ນຳເອົາຄວາມພາກພູມໃຈກັບມາຝາກຄົນລາວທຸກຄົນຕິດຕາມ ແລະ ເປັນກຳລັງໃຈກັນຕໍ່ໃຫ້ກັບນ້ອງຕຸກຕາ ພິລາຄົງ ຕໍ່ໄປສາມາດຕິດຕາມຜົນງານການເຄື່ອນໄຫວໄດ້ທີ່ເພຈ Miss Grand Laos – ມີສແກຣນດ໌ລາວ ແລະ ເຟສບຸ໊ກສ່ວນຕົວ Toukta Philakhong.

LEAVE A REPLY

Please enter your comment!
Please enter your name here