ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການສ້າງຍຸດທະສາດທາງດ້ານຕະຫຼາດໃຫ້ແກ່ຜູ້ຜະລິດຜ້າໄໝຖິ່ນກຳເນີດຂອງ ແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ ໃນວັນທີ 24 – 26 ຕຸລາ 2023 ທີ່ ຫ້ອງປະຊຸມສະພາ, ແຂວງ ຫຼວງພະບາງ.
ກອງປະຊຸມຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄຊບັນດິດ ໄຊຍະວົງຄຳດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ທ່ານ ເຢມິນ ຕັນ ເຈົ້າໜ້າທີ່ອາວຸໂສອົງການຊັບສິນທາງປັນຍາໂລກ ແລະ ທ່ານ ຊົມຊື່ນ ໄຊເກີຢ່າຈົງຕົວ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຫຼວງພະບາງ, ມີນັກສໍາມະນາກອນຊ່ຽວຊານວຽກງານຖິ່ນກຳເນີດຈາກປະເທດ ອີຕາລີ ທ່ານ ຟລາວີໂອ ອິນໂນເຊັນຊີ, ນັກສຳມະນາກອນກົມຊັບສິນທາງປັນຍາ ທ່ານ ເຈວະລາ ວົງທອງຈິດ ຮອງຫົວໜ້າພະແນກ ເຄື່ອງໝາຍການຄ້າ ແລະ ຖິ່ນກຳເນີດ ແລະ ພະນັກງານວິຊາການຈາກກົມກົມຊັບສິນທາງປັນຍາ ພ້ອມດ້ວຍຜູ້ປະກອບການພາຍໃນແຂວງ ຫຼວງພະບາງເຂົ້າຮ່ວມ .
ຈຸດປະສົງ ເພື່ອສ້າງຂີດຄວາມສາມາດໃນການສ້າງລະບົບຄຸ້ມຄອງ ແລະ ຄວບຄຸມການຢັ້ງຢືນຖິ່ນກໍາເນີດ ແລະ ວິທີການຄຸ້ມຄອງທີ່ດີຂອງສະມາຄົມຖິ່ນກໍາເນີດ, ຍຸດທະສາດການຕະຫຼາດ, ທ່າແຮງການຕະຫຼາດ ແລະ ສ້າງຄວາມເຂັ້ມແຂງໃຫ້ຜະລິດຕະພັນຜ້າໄໝຖິ່ນກຳເນີດຂອງແຂວງໂດຍຕິດພັນກັບການທ່ອງທ່ຽວຂອງທັງສອງແຂວງ. ພ້ອມທັງຊຸກຍູ້ໃຫ້ຜູ້ປະກອບການ ແລະ ຜູ້ຜະລິດຜ້າໄໝມີຄວາມຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາໂດຍສະເພາະການຄຸ້ມຄອງຄຸນນະພາບ ແລະ ການຕະຫຼາດຂອງຜູ້ຜະລິດຕະພັນຜ້າໄໝຖິ່ນກຳເນີດເພື່ອສົ່ງເສີມການເຂົ້າເຖີງຕະຫຼາດໃຫ້ຫຼາຍຂື້ນ.
ທ່ານ ໄຊບັນດິດ ໄຊຍະວົງຄຳດີ ກ່າວວ່າ ຜ້າໄໝຖິ່ນກຳເນີດຂອງ ແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ ໄດ້ຮັບໃບຢັ້ງຢືນການຈົດທະບຽນໃນປີ 2020 ທີ່ຜ່ານມາ, ຄວາມສຳຄັນໃນການຈົດທະບຽນປົກປ້ອງຖິ່ນກໍາເນີດ ກໍແມ່ນເພື່ອປົກປ້ອງຊື່ສຽງຂອງ ຜະລິດຕະພັນດັ່ງກ່າວທັງເປັນການປົກປ້ອງພູມປັນຍາທ້ອງຖິ່ນແບບດັ້ງເດີມທີ່ເປັນມໍລະດົກສືບທອດມາຈາກບັນພະບູລຸດໄດ້ຫຼາຍເຊັ່ນຄົນທີ່ເປັນໜ້າສົນໃຈ ແລະ ທັງເປັນອາຊີບຫຼັກທີ່ສ້າງລາຍຮັບໃຫ້ແກ່ປະຊາຊົນທັງສອງແຂວງ, ຊຶ່ງການຈົດທະບຽນຖິ່ນກໍາເນີດຄັ້ງນີ້, ເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບທີ່ເປັນເອກະລັກຂອງຜ້າໄໝຫົວພັນໄວ້ເນື່ອງຈາກວ່າຫຼັງຈາກການຈົດທະບຽນຈະມີການກວດກາທຸກຂັ້ນຕອນການຜະລິດ ຢ່າງເປັນລະບົບຄົບຊຸດ ພ້ອມທັງມີການຢັ້ງຢືນຄວາມຖືກຕ້ອງຕາມເອກະສານຄຸນລັກສະນະສະເພາະ.
ນອກຈາກນັ້ນ ການຈົດທະບຽນປົກປ້ອງຖິ່ນກໍາເນີດ ຕ້ອງຜ່ານການກວດກາຄວາມຖືກຕ້ອງຕາມຂັ້ນຕອນການຜະລິດທີ່ກໍານົດໄວ້ພ້ອມທັງມີການຢັ້ງຢືນຈາກໜ່ວຍງານຢັ້ງຢືນທີ່ຜ່ານການຮັບຮອງຕາມມາດຕະຖານສາກົນ ຈຶ່ງຈະສາມາດຕິດກາໝາຍຖິ່ນກໍາເນີດແຫ່ງຊາດຜ້າໄໝຫົວພັນທີ່ຈະວາງຈໍາໜ່າຍໃນທ້ອງຕະຫຼາດພາຍໃນແຂວງ ແລະ ສົ່ງອອກໄປຈຳໜ່າຍຢູ່ທີ່ຕ່າງປະເທດ.
ຍ້ອນເຫັນເຖີງຄວາມໝາຍຄວາມສໍາຄັນດັ່ງກ່າວນີ້, ກົມຊັບສິນທາງປັນຍາ ຈຶ່ງໄດ້ຮ່ວມມືກັບອົງການຊັບສິນທາງປັນຍາໂລກ ຈັດຕັ້ງປະຕິບັດໂຄງການນີ້ຂຶ້້ນເພື່ອເປັນການຊອກຫາວິທີການຊຸກຍູ້ ແລະ ສົ່ງເສີມ ໃນການສ້າງຂີດຄວາມສາມາດໃນການສ້າງລະບົບຄຸ້ມຄອງ ແລະ ຄວບຄຸມການຢັ້ງຢືນຖິ່ນກໍາເນີດ ແລະ ວິທີການຄຸ້ມຄອງທີ່ດີຂອງສະມາຄົມຖິ່ນກໍາເນີດ, ຍຸດທະສາດການຕະຫຼາດ, ທ່າແຮງການຕະຫຼາດ ແລະ ສ້າງຄວາມເຂັ້ມແຂງໃຫ້ຜະລິດຕະພັນຜ້າໄໝຖິ່ນກຳເນີດຂອງສອງແຂວງ ພ້ອມທັງສາມາດເພີ່ມມູນຄ່າຂອງສິນຄ້າໃຫ້ເປັນທີຮູ້ຈັກ ແລະ ນໍາໃຊ້ຊັບສິນທາງປັນຍາໂດຍສະເພາະຖິ່ນກໍາເນີດເພື່ອຕໍ່ຍອດໃນການຂະຫຍາຍທຸລະກິດຂອງກູ່ມຜູ້ຜະລິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍີ່ງຂຶ້ນກວ່າເກົ່າ.
ຂໍ້ມູນຈາກ: ກົມຊັບສິນທາງປັນຍາ