ສະຫວັນນະເຂດ ສົ່ງເສີມການທ່ອງທ່ຽວລາວໄທຜ່ານງານຄາລະວານລົດຖີບສອງຝັ່ງຂອງ

0
153

ແຂວງສະຫວັນນະເຂດ ກຽມຈັດງານຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ ກໍຄືແຂວງສະຫວັນນະເຂດ ສປປ ລາວ – ແຂວງມຸກດາຫານ ປະເທດໄທ ເພື່ອເປີດປະຕູສູ່ສະຫວັນນະເຂດ ກ້າວເຂົ້າສູ່ສະຫຼອງເປີດປີທ່ອງທ່ຽວລາວ 2024 ທັງເປັນການສ້າງບັນຍາກາດ ແລະ ມອບຄວາມສຸກໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

May be an image of 1 person and dais
ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງສະຫວັນນະເຂດ ທັງເປັນຮອງປະທານຈັດງານຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ ກໍຄື ສະຫວັນນະເຂດ-ມຸກດາຫານໄດ້ໃຫ້ຮູ້ ກ່ຽວກັບຄວາມຄືບໜ້າໃນການກະກຽມຄວາມພ້ອມດ້ານການທ່ອງທ່ຽວ ຂອງແຂວງສະຫວັນນະເຂດ ໃນປີ 2024 ເມື່ອບໍ່ດົນມານີ້ວ່າ: ຖວທ ແຂວງ ໄດ້ກຳນົດບັນດາກິດຈະກຳສົ່ງເສີມການທ່ອງທ່ຽວ ລວມທັງໝົດມີ 8 ກິດຈະກຳເຊັ່ນ: ບຸນນະມັດສະການພະທາດໂຜ່ນ ຢູ່ເມືອງໄຊພູທອງ, ງານສະຫວັນສຸກສັນຫັນສາ ບໍລິເວນຕົວເມືອງເກົ່າ ນະຄອນໄກສອນ ພົມວິຫານ, ງານບຸນນະມັດສະການພະທາດອີງຮັງ, ບຸນອອກພັນສາປະວໍຣະນາ, ງານເທດສະການອາຫານລີງ ເພື່ອສົ່ງເສີມການທ່ອງທ່ຽວ ທີ່ເມືອງຈຳພອນ.

May be an image of 6 people, bicycle, road and text

ນອກນີ້ຍັງມີເທດສະການອາຫານ 3 ແຜ່ນດິນ ລາວ-ໄທ-ຫວຽດນາມ ແລະ ໜຶ່ງໃນນັ້ນຄືງານຄາຣາວານລົດຖີບ 2 ຝັ່ງຂອງເຊື່ອມໂຍງການທ່ອງທ່ຽວທາງດ້ານວັດທະນະທຳ ລາວ-ໄທ (ສະຫວັນນະເຂດ-ມຸກດາຫານ) ກໍເປັນກິດຈະກໍາໜຶ່ງທີ່ຈະເປີດປະຕູສູ່ສະຫວັນນະເຂດ ກ້າວເຂົ້າສູ່ປີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຊຶ່ງຈະມີກິດຈະກຳຫຼາກຫຼາຍທີ່ຈະສ້າງບັນຍາກາດ ແລະ ມອບຄວາມສຸກໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຂີ່ລົດຖີບທ່ຽວຊົມບັນຍາກາດ ແລະ ທັດສະນີຍະພາບຕົວເມືອງນະຄອນໄກສອນ ພົມວິຫານ; ແລກປ່ຽນວັດທະນະທຳ 2 ແຜ່ນດິນ ລາວ-ໄທ ໃສ່ຄວາມບັນເທີງ, ທາງສຽງເພງ, ບົດຟ້ອນລຳວົງລາວຊາວແຂວງສະຫວັນນະເຂດ ຍິນດີຕ້ອນຮັບໂດຍການບາສີສູ່ຂວັນ ພ້ອມທັງສຳພາດກັບໄວໜຸ່ມແບບຢ້ອນຍຸກອາພອນເຜົ່າເລົ່າຄວາມເປັນມາຂອງວັດທະນະທຳການນຸ່ງຖືແບບລາວລາວຊາວແຂວງສະຫວັນນະເຂດ; ງານວາງສະແດງຜະລິດຕະພັນການທ່ອງທ່ຽວ, ເຄື່ອງທີ່ລະນຶກອາຫານ-ເຄື່ອງດື່ມທີ່ບົ່ງບອກລັກສະນະສະຫວັນນະເຂດ; ກິດຈະກຳໃສ່ບາດ 2 ແຜ່ນດິນເຊື່ອມໂຍງການທ່ອງທ່ຽວ, ວັດທະນະທຳ ດ້ວຍພະສົງ 99 ອົງ ເພື່ອເປັນສິລິມຸງຄຸນ ໃຫ້ແກ່ນັກທ່ອງທ່ຽວທັງ 2 ປະເທດ ລາວ-ໄທ.

No photo description available.
ໂອກາດດັ່ງກ່າວ, ທ່ານ ໂພສີສ້ອຍ ກຸທິລາດ ຍັງໄດ້ເຊີນບັນດາທ່ານຈາກພະແນກການ, ອົງການຈັດຕັ້ງ, ບັນດາສະມາຄົມ, ກຸ່ມທຸລະກິດ ຕະຫຼອດເຖິງປະຊາຊົນ, ຊາວໜຸ່ມ-ໄວໜຸ່ມ ແຂວງສະຫວັນນະເຂດ ແລະ ກໍຄືຊາວນະຄອນໄກສອນ ພົມວິຫານ ຮ່ວມເປັນເຈົ້າພາບຕ້ອນຮັບຄາຣາວານລົດຖີບໃນຄັ້ງນີ້ດ້ວຍ ຊຶ່ງຈະຈັດຂຶ້ນໃນວັນທີ 4-5 ພະຈິກ 2023.
ຂ່າວ-ພາບ: ເຊພອນ ເນມມະວົງ

LEAVE A REPLY

Please enter your comment!
Please enter your name here