ຜົນການສຶກສາວິໄຈຈາກມະຫາວິທະຍາໄລ ແຄລິຟໍເນຍ ເບີກລີທີ່ນຳໂດຍ ແມັດທິວ ວອດເກີ ຫົວໜ້າຫ້ອງປະຕິບັດການ ນິວໂຣ ອິເມດຈິງ ແລະການຫຼັບທີ່ເບີກລີ ໄດ້ແກ້ຂໍ້ສົງໄສກ່ຽວກັບການນອນຫຼັບທີ່ມີມາດົນແລ້ວວ່າ ເມື່ອຄົນເຮົາອາຍຸຫຼາຍຂຶ້ນແລ້ວນອນຫຼັບສະໜິດໜ້ອຍລົງນັ້ນ ເປັນເພາະຮ່າງກາຍຕ້ອງການ ການນອນຫຼັບໜ້ອຍລົງ ຫຼື ເປັນເພາະຄົນເຮົາບໍ່ສາມາດຫຼັບແຈບຈົມໄດ້ດົນເທົ່າທີ່ຕ້ອງການເມື່ອອາຍຸຫຼາຍຂຶ້ນ.
ການວິໄຈໃໝ່ນີ້ ມີຫຼັກຖານບົ່ງບອກວ່າ ເມື່ອຄົນເຮົາອາຍຸຫຼາຍຂຶ້ນຍັງຕ້ອງການນອນຫຼັບທໍ່ເກົ່າ ພຽງແຕ່ເຮັດບໍ່ໄດ້ເທົ່ານັ້ນ ເພາະທຳມະຊາດຂອງສັດໂລກທຸກຊະນິດຕ້ອງການການນອນ.
ສາດສະດາຈານ ວອດເກີໃຫ້ເຫດຜົນວ່າ: ເນື່ອງຈາກການນອນເປັນສິ່ງຈຳເປັນຕໍ່ສິ່ງມີຊີວິດໃນກໍລະນີຂອງມະນຸດອະໄວຍະວະສຳຄັນໆທຸກຢ່າງ ລວມທັງລະບົບຕ່າງໆ ພາຍໃນຮ່າງກາຍ ລ້ວນແຕ່ຕ້ອງການໆນອນຫຼັບ ຈຶ່ງສາມາດເຮັດໜ້າທີ່ໄດ້ຕາມປົກກະຕິທີ່ຄວນຈະເປັນ ເມື່ອຫຼາຍປີກ່ອນ ນັກວິທະຍາສາດເລີ່ມຄົ້ນພົບອີກວ່າການຂາດການນອນຫຼັບແຈບຈົມນັ້ນ ສົ່ງຜົນກະທົບໃຫ້ເກີດພະຍາດຈໍານວນຫຼາຍ ນັບຕັ້ງແຕ່ພະຍາດທີ່ກ່ຽວຂ້ອງກັບລະບົບຫົວໃຈ ແລະ ຫຼອດເລືອດ, ເບົາຫວານ ແລະ ພະຍາດຕຸ້ຍ, ໃນເວລາດຽວກັນກໍພົບອີກວ່າ ເມື່ອເຮົາອາຍຸຫຼາຍຂຶ້ນຄວາມສາມາດໃນການນອນຫຼັບແຈບແທ້ໆນັ້ນກໍຫຼຸດລົງເລື້ອຍໆ.
ວອດເກີ ແລະ ທີມວິໄຈ ລະບຸອີກວ່າ: ສາເຫດຂອງການນອນຫຼັບໜ້ອຍລົງເມື່ອຄົນອາຍຸສູງໄວຂຶ້ນນັ້ນ ເປັນຜົນມາຈາກການທີ່ສະໝອງຂອງເຮົາ ສູນເສຍການເຊື່ອມຕໍ່ລະ ຫວ່າງ ລະບົບປະສາດທີ່ເຮັດໜ້າທີ່ຮັບຄຳສັ່ງໃຫ້ນອນຫຼັບໄປນັ້ນເອງ, ສະນັ້ນສະໝອງຂອງຄົນອາຍຸຫຼາຍ ຈຶ່ງຮັບສັນຍານທີ່ຈັດການຄິວການນອນໄດ້ຫຼຸດໜ້ອຍລົງຄືກັນກັບເສົາຮັບສັນຍານວິທະຍຸທີ່ມີຂີດ ຄວາມສາມາດໃນການຮັບສັນຍານຫຼຸດໜ້ອຍລົງສັນຍານມາຄົງທີ່ເທົ່າເດີມກໍຮັບບໍ່ໄດ້. ເຖິງວ່າຈະມີຜົນການວິໄຈຄັ້ງນີ້ຊີ້ໃຫ້ເຫັນອີກວ່າ: “ ຣີເຊບເຕີ ” ຫຼື ໜ່ວຍຮັບສັນຍານການນອນຫຼັບໃນສະໝອງຂອງຄົນເຮົາ ເລີ່ມເສື່ອມລົງໃນທັນທີທີ່ຄົນເຮົາອາຍຸເຂົ້າສູ່ຕອນປາຍຂອງອາຍຸ 20 ປີ ໄປຈົນເຖິງຕອນເລີ່ມຕົ້ນອາຍຸ 30 ປີ ບໍ່ໄດ້ເລີ່ມເກີດຂຶ້ນເມື່ອອາຍຸຫຼາຍ, ຢ່າງໃດກໍຕາມຂີດຄວາມສາມາດທີ່ຫຼຸດລົງດັ່ງກ່າວ ເກີດຂຶ້ນເລື້ອຍໆຢ່າງຕໍ່ເນື່ອງ. ດັ່ງນັ້ນເມື່ອຄົນເຮົາອາຍຸຮອດ 50 ປີ ຄວາມສາມາດໃນການຮັບສັນຍານຂອງຣີເຊບເຕີ ກໍຈະຫຼຸດລົງ ເຫຼືອພຽງ 50% ຂອງ ຄວາມສາມາດເມື່ອຕອນອາຍຸ20 ປີ. ສະນັ້ນ ຄົນອາຍຸ 50 ປີ ຈຶ່ງມີຄວາມສາມາດໃນການນອນແຈບຈົມພຽງ 50% ຂອງຕອນທີ່ມີອາຍຸ 20 ປີ ເມື່ອອາຍຸເຖິງ 70 ປີ ຄົນເຮົາຈະມີຄວາມສາມາດໃນການນອນຫຼັບທີ່ມີຄຸນນະພາບແທ້ໆເຫຼືອໜ້ອຍລົງໂດຍຈະຫຼັບໆຕື່ນໆ.
ຈົນເຖິງປັດຈຸບັນນີ້ ຍັງມີການວິໄຈຢູ່ໜ້ອຍໃນການພັດທະນາຢາເພື່ອແກ້ບັນຫາການນອນບໍ່ຫຼັບ ແລະ ທີ່ມີກໍບໍ່ໄດ້ແກ້ທີ່ຕົ້ນເຫດຂອງບັນຫາຄື ຢານັ້ນ ຈະເຮັດໃຫ້ເຮົາບໍ່ຕື່ນຂຶ້ນມາຕອນກາງຄືນເທົ່ານັ້ນ ເຊິ່ງຄວາມຈິງແລ້ວມັນບໍ່ໄດ້ເຮັດໃຫ້ເຮົາຫຼັບແບບແຈບຈົມແບບທຳມະຊາດແທ້ໆ.
[ ຂໍ້ມູນຈາກ: Samitivej Hospitals ]