ເປີດນໍາໃຊ້ຢ່າງເປັນທາງການ ຂົວຍ່າງຂ້າມຖະໜົນໄກສອນ ພົມວິຫານ ທີ່ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງ ວຽງຈັນ ເຊິ່ງເປັນຂົວຍ່າງຂ້າມຖະໜົນສາທາລະນະແຫ່ງທໍາອິດຂອງນະຄອນຫຼວງວຽງຈັນ ຫຼັງຈາກທີ່ໃຊ້ໄລຍະເວລາໃນການສ້າງທັງໝົດ 6 ເດືອນ.
ການກໍ່ສ້າງຂົວຍ່າງຂ້າມທາງ ກໍເພື່ອເປັນການແກ້ໄຂການສັນຈອນແອອັດ ແລະ ຫຼຸດຜ່ອນອຸບັດເຫດຕາມທ້ອງຖະໜົນ, ພ້ອມນັ້ນຍັງເປັນການອຳນວຍຄວາມສະດວກໃຫ້ຄົນຍ່າງຂ້າມທາງ, ມີຄວາມປອດໄພຫຼຸດຜ່ອນການຈອດລົດຕາມແຄມທາງຂອງບັນດາຜູ້ປົກຄອງທີ່ມາຮັບ – ມາສົ່ງລູກຫຼານຂອງຕົນ ແລະ ເຮັດໃຫ້ການສັນຈອນໂລ່ງລ່ຽນດີຂຶ້ນ.
ທ່ານ ກິລິຍາ ບັນຈົງພັກດີ ຮອງປະທານ ບໍລິສັດ ບຣູ ກຣາດ ດີຊາຍກຣຸບ ຈຳກັດຜູ້ດຽວ ກ່າວວ່າ: ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຕໍ່ ພັກ – ລັດ ທີ່ໃຫ້ຄວາມໄວ້ວາງໃຈ ແລະ ໃຫ້ໂອກາດບໍລິສັດພວກເຮົາໄດ້ເປັນສ່ວນໜຶ່ງໃນການພັດທະນາໂຄງລ່າງພື້ນຖານຂອງນະຄອນຫຼວງວຽງຈັນ. ພວກເຮົາຮູ້ສຶກເປັນກຽດ ແລະ ພາກພູມໃຈຫຼາຍທີ່ໄດ້ສ້າງຂົວຄົນຍ່າງຂ້າມຖະໜົນແຫ່ງທຳອິດຂອງນະຄອນຫຼວງວຽງຈັນ, ຈຸດປະສົງຫຼັກຂອງການລົງທຶນ ແມ່ນເພື່ອອຳນວຍຄວາມສະດວກໃຫ້ແກ່ສັງຄົມ, ມີຄວາມປອດໄພ ແລະ ຫຼຸດຜ່ອນການສັນຈອນທີ່ແອອັດໃນຕົວເມືອງ.
ຂົວດັ່ງກ່າວ ອອກແບບໂຄງສ້າງເຫຼັກ ຕີນເສົາຕອກເສົາເຂັມ ຂົວ ມີຂະໜາດຄວາມຍາວ 24 ແມັດ, ຄວາມກວ້າງ 2,3 ແມັດ ແລະ ສູງ 5,5 ແມັດ ເຊິ່ງເປັນທຶນຊ່ວຍເຫຼືອລ້າ ຈາກບໍລິສັດ ບລູກຣາດສ໌ ດີຊາຍກຣຸບ ຈຳກັດຜູ້ດຽວ ແລະ ໄດ້ເລີ່ມລົງມືກໍ່ສ້າງ ນັບແຕ່ຕົ້ນເດືອນມີນາ 2023 ເຊິ່ງໄດ້ກຳນົດເວລາການກໍ່ສ້າງໃຫ້ສຳເລັດແມ່ນ 4 ເດືອນ ແຕ່ຍ້ອນສະພາບດິນຟ້າອາກາດບໍ່ອຳນວຍ ການແກ້ໄຂບັນຫາ ແລະ ຍົກຍ້າຍສິ່ງກີດຂວາງມີຄວາມຊັກຊ້າ ຈຶ່ງເຮັດການກໍ່ສ້າງໃຊ້ເວລາມາປະມານ 6 ເດືອນ ເຊິ່ງຊ້າກວ່າແຜນການປະມານ 2 ເດືອນ.
ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ກ່າວວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະພັກ ຄະນະນຳອົງການປົກຄອງ ນະຄອນຫຼວງວຽງຈັນ ແລະ ເພື່ອໃຫ້ສອດຄ່ອງກັບປະຕິບັດຕາມດຳລັດ ເລກທີ 347/ນຍ ລົງວັນທີ 2 ພະຈິກ 2022 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ຍຸດທະສາດແຫ່ງຊາດ ດ້ານ ຄວາມປອດໄພທາງຫຼວງ ໄລຍະປີ 2021 – 2030 ເລັງໃສ່ການແກ້ໄຂການສັນຈອນແອອັດ ແລະ ຫຼຸດຜ່ອນອຸບັດເຫດຕາມທ້ອງຖະໜົນ, ອຳນວຍຄວາມສະດວກໃຫ້ຄົນຍ່າງຂ້າມທາງ ມີຄວາມປອດໄພ, ຫຼຸດຜ່ອນການຈອດລົດແຄມທາງມາສົ່ງ – ມາຮັບນັກຮຽນ ແລະ ເຮັດໃຫ້ການສັນຈອນໂລ່ງລ່ຽນດີຂຶ້ນ.
ສະນັ້ນ, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບທຸກໆພາກສ່ວນທີ່ກ່ຽວຂ້ອງ ແລະ ບໍລິສັດ ບລູກຣາດສ໌ ດີຊາຍກຣຸບ ຈຳກັດຜູ້ດຽວ ໄດ້ສຶກສາຈຸດການກໍ່ສ້າງຂົວຂ້າມທາງ ໂດຍໄດ້ຕົກລົງກໍານົດເອົາຈຸດກໍ່ສ້າງຂົວຂ້າມທາງຢູ່ຖະໜົນໄກສອນ ພົມວິຫານ ( ຕິດກັບ ມສ ລາວ – ຫວຽດນາມ ) ເປັນຈຸດຕົວແບບທຳອິດ. ໃນອະນາຄົດ ຈະສືບຕໍ່ສ້າງຂົວຂ້າມທາງອີກ 3 ຈຸດ ທີ່ມີການສັນຈອນແອອັດຢູ່ພາຍໃນນະຄອນຫຼວງວຽງຈັນ ຕື່ມອີກ.
ພິທີເປີດນໍາໃຊ້ຂົວຍ່າງຂ້າມຖະໜົນໄກສອນ ພົມວິຫານ ມີຂຶ້ນໃນວັນທີ 20 ຕຸລາ 2023 ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານລັດຖະມົນຕີກະຊວງພາຍໃນ, ທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍບັນດາການນຳພັກ – ລັດເຂົ້າຮ່ວມ.