ສຳນັກຂ່າວ AFP ລາຍງານວ່າ: ຂະບວນລົດຂົນສົ່ງເຄື່ອງຂອງ ເພື່ອຊ່ວຍເຫຼືອດ້ານມະນຸດສະທຳແກ່ຊາວປາເລັສຕິນຂອງ ອົງການສະຫະປະຊາຊາດ ( ສປຊ ) ຮອບທີສອງ ໄດ້ເຂົ້າເຖິງເມືອງກາຊາຂອງປາເລັສຕິນແລ້ວ, ຫຼັງຈາກທີ່ຄັ້ງທຳອິດ ສປຊ ໄດ້ນຳລົດຂົນສົ່ງ ຈຳນວນ 20 ຄັນບັນທຸກເຄື່ອງຂອງໄປຊ່ວຍເຫຼືອຊາວກາຊາ ເມື່ອວັນທີ 21 ຕຸລາຜ່ານມາ.
ໃນຂະນະທີ່ ສຳນັກງານບັນເທົາທຸກ ແລະ ຈັດຫາງານອົງການສະຫະປະຊາຊາດສຳລັບຜູ້ລີ້ໄພປາເລັສຕິນໃນຕາເວັນອອກກາງ ( UNRWA ) ລາຍງານວ່າ ນັບແຕ່ເກີດເຫດການສູ້ຮົບລະຫວ່າງ ອິດສະຣາແອນ ແລະ ປາເລັສຕິນ ມາແຕ່ເມື່ອວັນທີ 7 ຕຸລາຜ່ານມາ ໄດ້ເຮັດໃຫ້ເຈົ້າໜ້າທີ່ຂອງ UNRWA ເສຍຊີວິດແລ້ວ ຈຳນວນ 29 ຄົນ.
ທັງນີ້ ປະເທດເອຢິບ ໄດ້ອະນຸຍາດໃຫ້ລົດບັນທຸກເຄື່ອງຂອງຊ່ວຍເຫຼືອດ້ານມະນຸດສະທຳ ຜ່ານດ່ານຊາຍແດນຂອງເອຢິບ ໄດ້ 40 ຄັນຕໍ່ວັນ ນັບແຕ່ວັນທີ 23 ຕຸລາເປັນຕົ້ນໄປ, ແຕ່ ສປຊ ລະບຸວ່າ ຕ້ອງອະນຸຍາດໃຫ້ຜ່ານ 100 ຄັນຕໍ່ວັນຈຶ່ງຈະພຽງພໍ ສຳລັບການຊ່ວຍເຫຼືອຊາວປາເລັສຕິນ.