ເມືອງຫາດຊາຍຟອງ ກຽມຈັດປະກວດໝໍພອນສຽງດີ

0
254

ງານປະກວດໝໍພອນສຽງດີ ຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 12 -18 ຕຸລາ 2023 ທີ່ ສ່ວນວັດທະນະທໍາຊຽງຄວນ ໂດຍມີຕົວແທນໝໍພອນ 60 ກວ່າບ້ານຂອງເມືອງເຂົ້າແຂ່ງຂັນ ຊີງເງິນລາງວັນຫຼາຍກວ່າ 10 ລ້ານກີບ.

No description available.
ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານບໍລິສັດສວນວັດທະນະທໍາຊຽນຄວນຈໍາກັດ ກ່າວວ່າ: ຈຸດປະສົງໃນການ ຈັດປະກວດໝໍພອນສຽງດີຄັ້ງນີ້ ກໍເພື່ອສົ່ງເສີມການທ່ອງທ່ຽວຂອງເມືອງຫາດຊາຍຟອງໃຫ້ມີບັນຍາກາດຟົດຟື້ນ ເປັນການກຽມຄວາມພ້ອມຮອບດ້ານຕ້ອນຮັບປີທ່ອງທ່ຽວລາວ 2024 ແລະ ຕ້ອນຮັບກອງປະຊຸມສຸດຍອດອາຊຽນ 2024 ທີ່ປະເທດເຮົາເປັນເຈົ້າພາບ.

No description available.
ທ່ານກ່າວຕື່ມວ່າ: ງານດັ່ງກ່າວເປັນງານທີ່ມີຄວາມໝາຍຄວາມສໍາຄັນຂອງສວນວັດທະນະທໍາຊຽງຄວນເພື່ອຍົກລະດັບການທ່ອງທ່ຽວ ຂອງເມືອງຫາດຊາຍຟອງ ເຊິ່ງມາຮອດປັດຈຸບັນ ການກຽມງານມີຄວາມພ້ອມເກືອບ 100% ແລ້ວ ບໍ່ວ່າຈະເປັນຄະນະກໍາມະການ, ການປຸກລະດົມ ເອົາບັນດາຮ້ານຄ້າເຂົ້າມາວາງສະແດງ ແລະ ຂາຍພາຍໃນງານ. ພ້ອມນັ້ນ ກໍໄດ້ຄັດເລືອກເອົາໝໍພອນ ໃນຈໍານວນ 60 ກວ່າບ້ານເມືອງຫາດຊາຍຟອງ ຄະນະກໍາມະການຈະຄັດເລືອກເອົາກຸ່ມລະ 2 ທ່ານ ເພື່ອມາແຂ່ງຂັນກັນ ເຊິ່ງລາງວັນກໍມີຫຼາກຫຼາຍເລີ່ມຕົ້ນ 10 ລ້ານກີບ ເພື່ອຄົ້ນຫາໝໍພອນທີ່ມີຄຸນນະພາບ.

No photo description available.
ສໍາລັບຫົວຂໍ້ປະກວດໝໍພອນມີ3 ຫົວຂໍ້ສຳຄັນຄື: ພອນແຕ່ງງານ, ພອນສະບາຍດີປີໃໝ່ລາວ ແລະ ພອນໄປສຶກສາຕໍ່ຕ່າງປະເທດ
ເມືອງຫາດຊາຍຟອງ ເເປັນເມືອງທີ່ມີມູນເຊື້ອທາງດ້ານສາສະໜາ ແລະ ສວນວັດຖະນະທທໍາຊຽງຄວນກໍເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ເຊິ່ງຈະໄດ້ຕ້ອນຮັບບັນດາ ຜູ້ນໍາຂອງບັນດາປະເທດສະມາຊິກອາຊຽນທີ່ຈະເຂົ້າມາທ່ຽວຊົມ,
ນອກຈາກກິດຈະກໍາປະກວດໝໍພອນແລ້ວ ຍັງມີການວາງສະແດງເຂົ້າປຸ້ນແຈ່ວຂີງ ເຊິ່ງເປັນຕົ້ນສະບັບ ເຊິ່ງພວກເຮົາ ຄາດວ່າຈະໄດ້ນໍາເອົາ 10 ກວ່າຮ້ານມາວາງສະແດງໃຫ້ແຂກເຂົ້າມາ ໄດ້ຊີມ ຫຼັງຈາກຊີມກໍ່ຈະມີການໃຫ້ຄະແນນ.

No photo description available.
ກິດຈະກໍາທີ 3 ແມ່ນຕະຫຼາດນັດວາງສະແດງສິນຄ້າ ຂອງສະພາການຄ້າ ແລະ ອຸດສາຫະກຳເມືອງຫາດຊາຍຟອງ ພາຍໃນສວນຈະມີ ສິນຄ້າຜະລິດຕະພັນ ໂດຍສະເພາະສິນຄ້າກະສິກໍາຂອງເມືອງຫາດຊາຍຟອງ.
ງານດັ່ງກ່າວຈະເປີດວັນທີ 12-18 ຕຸລາ 2023 ທີ່ສວນວັດທະນະທໍາຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ສໍາລັບກິດຈະກໍາປະກວດໝໍພອນແມ່ນວັນທີ 15 ຕຸລາ 2023)

LEAVE A REPLY

Please enter your comment!
Please enter your name here