ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງທຶນການເງິນລະຫວ່າງປະເທດ ( ໄອເອັມເອັຟ ) ໄດ້ອອກຖະແຫຼງການສະແດງຄວາມເສຍໃຈຕໍ່ຍາດພີ່ນ້ອງຜູ້ເສຍຊີວິດຈາກການສູ້ຮົບລະຫວ່າງ ອິດສະຣາແອນ ແລະ ກຸ່ມຮາມາສ ເຊິ່ງເປັນກຸ່ມຕິດອາວຸດໃນປາເລັສຕິນ, ພ້ອມປະກາດຕິດຕາມສະຖານະການຢ່າງໃກ້ຊິດ ແລະ ກຽມປະເມີນຜົນກະທົບດ້ານເສດຖະກິດຈາກເຫດການດັ່ງກ່າວ.
ທັງນີ້, ເມື່ອໄລຍະເຊົ້າຂອງວັນທີ 7 ຕຸລາຜ່ານມາ ກຸ່ມຕິດອາວຸດຮາມາສ ໄດ້ລະດົມຍິງຈະຫຼວດຫຼາຍພັນລູກຈາກກາຊາເຂົ້າໃສ່ອິດສະຣາແອນ, ພ້ອມທັງສົ່ງກອງກຳລັງຕິດອາວຸດຫຼາຍສິບຄົນແຊກຊຶມເຂົ້າໄປທາງທິດໃຕ້ຂອງອິດສະຣາແອນ ແລະ ຈັບຜູ້ຄົນເປັນຕົວປະກັນ, ໃນຂະນະທີ່ອິດສະຣາແອນ ກໍຕອບໂຕ້ດ້ວຍການສົ່ງເຮືອບິນຮົບຍິງຖະຫຼົ່ມກາຊາ ສົ່ງຜົນໃຫ້ບ້ານເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍຢ່າງໜັກ.
ຈາກສະຖານະການດັ່ງກ່າວໄດ້ສົ່ງຜົນໃຫ້ນັກລົງທຶນເກີດ ຄວາມວິຕົກກັງວົນວ່າ ຄວາມຂັດແຍ່ງດັ່ງກ່າວອາດມີຄວາມຮຸນແຮງຂຶ້ນ, ສົ່ງຜົນເຮັດໃຫ້ການຊື້ – ຂາຍໃນຕະຫຼາດຫຸ້ນທີ່ປະເຊີນກັບແຮງກົດດັນດ້ວຍອັດຕາເງິນເຟີ້ ແລະ ອັດຕາດອກເບ້ຍທີ່ສູງຢູ່ແລ້ວ ຍິ່ງເພີ່ມແຮງກົດດັນຂຶ້ນໄປອີກ. ໃນຂະນະທີ່ລາຄານ້ຳມັນດິບໃນຕະຫຼາດໂລກກໍເພີ່ມຂຶ້ນ 4% ໃນການຊື້ – ຂາຍໃນຕອນເຊົ້າຂອງວັນທີ 9 ຕຸລາ ເນື່ອງຈາກນັກລົງທຶນກັງວົນວ່າການສູ້ຮົບອາດຈະທະວີຄວາມຮຸນແຮງຂຶ້ນໃນຕາເວັນອອກກາງ ເຊິ່ງອາດສົ່ງຜົນຕໍ່ອຸປະທານນ້ຳມັນໃນຕະຫຼາດໂລກ.