ຊາວບ້ານສາມັກຄີບ້ານເມືອງຢູ່ເຢັນເປັນສຸກ ບໍ່ລໍຖ້າບໍ່ເອື່ອຍອີງສະບາຍໃຈ ເບິ່ງຊາວບ້ານວຽງຈະເລີນເຫັນແລ້ວພໍຢາກຕົບມືໃຫ້ ທາງເປ່ເພພາກັນຈັບຊວ້ານ, ຈັບສຽມລົງມືພ້ອມກັນສ້ອມແຊມການໄປມາກໍ່ສະດວກ. ໃນວັນທີ 3 ຕຸລາ 2023ນີ້ ທາງການຈັດຕັ້ງບ້ານ ວຽງຈະເລີນ ເມືອງພຽງ ແຂວງໄຊຍະບູລີ ໄດ້ນຳພາຄະນະບ້ານພ້ອມຊາວໜຸມແລະປະຊາຊົນຈຳນວນໜຶ່ງໄດ້ພ້ອມກັນສ້າງຂະບວນການອອກແຮງງານສ້ອມແປງເສັ້ນທາງທີ່ເປ່ເພຈຸດຫົວຂົວນ້ຳພຽງ(ເຂດບໍລິສັດໄຮ່ປ່າເກົ່າ)ເສັ້ນທາງໄປທຳການຜະລິດຂອງປະຊາຊົນ ທີ່ການສັນຈອນໄປມາມີຄວາມຫຍຸ້ງຍາກລຳບາກແລະສ່ຽງຕໍ່ກັບການເກີດອຸບັດຕິເຫດ ເຊິ່ງ ນຳພາໂດຍ ທ່ານ ຍອດ ໄຊຍະຫົງ ນາຍບ້ານໆວຽງຈະເລີນ.
ສຳລັບການສ້ອມແປງເສັ້ນທາງໃນຄັ້ງນີ້ແມ່ນໄດ້ພ້ອມກັນຂຸດຮ່ອງລະບາຍນ້ຳສອງຂ້າງທາງ , ຖົມຂຸມ, ຖົມຮ່ອງ, ທີ່ນ້ຳໄດ້ເຊາະເຈື່ອນກາຍເປັນຂຸມເລິກ, ແລະເປ່ເພຈາກລົດຂົນສົ່ງຜົນຜະລິດ, ໄດ້ສ້ອມແປງເຂດທີ່ມີຄວາມສ່ຽງ ແລະເປັນອັນຕະລາຍຕໍ່ການເກີດອຸບັດຕິເຫດໂດຍມີຄວາມຍາວ 80 ກວ່າແມັດເພື່ອເຮັດໃຫ້ການສັນຈອນໄປມາ ແລະການຂົນສົ່ງຜົນຜະລິດຂອງປະຊາຊົນເປັນຕົ້ນແມ່ນ ມັນຕົ້ນ, ສາລີແລະອື່ນໆໃນລະດູການເກັບກູ້ໃຫ້ມີຄວາມສະດວກສະບາຍ, ປອດໄພທັງຊີວິດ ແລະຊັບສິນ.
ໃນໂອກາດນີ້ທ່ານ ຍອດ ໄຊຍະຫົງ,ນາຍບ້ານໆວຽງຈະເລີນ ຍັງໄດ້ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າໃນຂອບເຂດບ້ານທີ່ໄດ້ນຳໃຊ້ເສັ້ນທາງດັ່ງກ່າວໃນການສັນຈອນໄປມາ ແລະຂົນສົ່ງຜົນຜະລິດໃນການປູກຝັງຂອງຕົນຈົ່ງໄດ້ພ້ອມກັນມີຈິດສຳນຶກໃນການເອົາໃຈໃສ່ເບິ່ງແຍງ, ສ້ອມແປງເສັ້ນທາງທີ່ເປ່ເພດ້ວຍຄວາມສາມັກຄີຊ່ວຍເຫຼືອກັນເພຶ່ອການນຳໃຊ້ໃຫ້ຍາວນານ, ມີຄວາມສະດວກປອດໄພຈາກການເກີດອຸບັດຕິເຫດ ພ້ອມກັນເອົາໃຈໃສ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາບ້ານເມືອງກໍ່ຄືຂະບວນການແຂ່ງຂັນຮັກຊາດ ແລະພັດທະນາໃຫ້ເປັນຂະບວນການຟົດພື້ນເພື່ອສະແດງເຖິງຈິດສຳນຶກ ແລະຄວາມມີນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນຂອງຕົນໃຫ້ຫຼາຍຂື້ນແລະໃຫ້ມີການພັດທະນາ.