ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ແຕ່ງຕັ້ງທ່ານ ໂທໂຢດະ ນາຢູຮະ (Toyoda Nayuha) ໄວ 37 ປີສັນຊາດຍີ່ປຸ່ນຮັບໜ້າທີ່ເປັນຫົວໜ້າຄູຝຶກ ທີມຊາດຍິງລາວ ຄົນໃຫມ່ ຢ່າງເປັນທາງການເມື່ອວັນທີ 6 ຕຸລາ 2023 ໂດຍເປົ້າໝາຍຫຼັກການມາຄຸມທິມຂອງ ໂທໂຢດະ ນາຢູຮະ ນາຢູຮະ ແມ່ນຊ່ວຍພັດທະນາບານເຕະຍິງທິມຊາດລາວ ໃຫ້ມີການພັດທະນາກ້າວຫນ້າຍິ່ງໆຂຶ້ນ.
ສໍາລັບ ທ່ານ ນາງ ໂທໂຢດະ ນາຢູຮະ ແມ່ນເກີດ ວັນທີ 15 ກັນຍາ 1986 ເກີດທີ່ເມືອງ ກາມາກູຣະ ( Kamakura ) ປະເທດຍີປຸ່ນ, ເຄີຍເປັນນັກເຕະຫຼິ້ນໃນຕຳແໜ່ງກອງກາງ ເລີ້ມຕົ້ນເປັນນັກກີລາ ປີ 2003 – 2011 ສະໂມສອນ Nippon Tv Beleza ລົງສະຫນາມ 134 ນັດ ຍິງໄດ້ 6 ປະຕູ, ປິ 2012 ຫຼິ້ນໃຫ້ກັບ Speranza FC Osaka-Takatsuki ລົງສະໜາມ 8 ນັດ, ປີ 2012 ຫຼິ້ນໃຫ້ກັບ Albirex Niigata ລົງສະຫນາມ 6 ນັດ , ປີ 2013 ຫຼິ້ນໃຫ້ກັບ ສະໂມສອນ Bunnys Kyoto SC ລົງສະໜາມ 22 ນັດ ຍິງໄດ້ 6 ປະຕ ແລະ ປີ 2014 ຫຼິ້ນໃຫ້ກັບ ສະໂມສອນ Yokohama FC Seagulls.
ສ່ວນຜົນງານໃນທີມຊາດ ໂທໂຢດະ ນາຢູຮະ ແມ່ນຕິດ ທີມຊາດຍີປຸ່ນ ດ້ວຍໄວ 18 ປີ ລົງສະໜາມນັດທຳອິດນັດທີ່ພົບກັບ ໄຕ້ຫວັນ ໃນວັນທີ 18 ທັນວາ 2004 ແລະ ຫຼິ້ນໃຫ້ກັບ ທີມຊາດຍີປຸ່ນ ທັງໝົດຈຳນວນ 22 ນັດ ເຄີຍຜ່ານການແຂ່ງຂັນບານເຕະຍິງ ຊີງແຊັມໂລກ ໃນປີ 2007.
ຂະນະທີ່ ເສັ້ນທາງໃນການເປັນຄູຝຶກ ໂຕໂຢດະ ນາຢູຮະ ມີໃບປະກາດ JFA A License Coach ທຽບເທົ່າກັບ AFC A LICENSE, ຜົນງານຄຸມທີມ ປີ 2015 ເປັນຄູຝຶກ ສະໂມສອນ Yokohama FC Seagulls Joy, ປິ 2020 ເປັນຄະນະ ຄູຝຶກ ສະໂມສອນ Kanagawa ແລະ ປີ 2021-2023 ຄຸມທີມໄຕ້ຫວັນ.